Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 47:10 - ພຣະຄຳພີສັກສິ

10 ເຈົ້າ​ເຊື່ອໝັ້ນ​ໃນ​ຄວາມ​ຊົ່ວຊ້າ​ຂອງເຈົ້າ​ນໍ ເຈົ້າ​ຄິດວ່າ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເບິ່ງ​ເຫັນ​ເຈົ້າ​ໄດ້. ປັນຍາ​ຂອງເຈົ້າ ແລະ​ຄວາມຮູ້​ຂອງ​ເຈົ້າເອງ ໄດ້​ພາ​ໃຫ້​ເຈົ້າ​ເດີນ​ໄປ​ໃນ​ທາງ​ຜິດ​ສາ​ແລ້ວ; ເຈົ້າ​ຈຶ່ງ​ຄິດວ່າ ‘ຂ້ອຍ​ຄື​ພຣະເຈົ້າ​ອົງ​ໜຶ່ງ​ໃດ ແລະ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ທີ່​ຄ້າຍຄື​ກັບ​ຂ້ອຍ.’

Uka jalj uñjjattʼäta Copia luraña




ເອຊາຢາ 47:10
23 Jak'a apnaqawi uñst'ayäwi  

ຄົນຊົ່ວຮ້າຍ​ໄດ້​ຄິດ​ໃນໃຈ​ວ່າ, “ພຣະເຈົ້າ​ລືມ​ແລ້ວ ພຣະອົງ​ປິດຕາ​ຂອງ​ພຣະອົງ​ໄວ້ ແລະ​ກໍ​ຈະ​ບໍ່​ເຫັນ​ເລີຍ.”


“ເບິ່ງແມ! ນີ້​ແມ່ນ​ຄົນ​ທີ່​ບໍ່​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະເຈົ້າ ແຕ່​ໄວ້ວາງໃຈ​ໃນ​ຊັບສິນ​ອັນ​ມະຫາສານ​ຂອງຕົນ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ທາງ​ຊົ່ວຮ້າຍ.”


ພວກເຂົາ​ໜູນໃຈ​ກັນແລະກັນ​ເຖິງ​ແຜນການ​ຊົ່ວ​ຂອງ​ພວກເຂົາ ພວກເຂົາ​ປຶກສາ​ກັນ​ເຖິງ​ບ່ອນ​ທີ່​ພວກເຂົາ​ຈະ​ຫ້າງ​ແຮ້ວ​ໃສ່. ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກັນແລະກັນ ເຖິງ​ແຜນການ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ທີ່​ເຫັນ​ພວກເຮົາ​ໄດ້.”


ບໍ່ມີ​ຜູ້ໃດ​ຊ່ວຍ​ຕົນ​ບໍ່​ໃຫ້​ຕາຍ​ໄດ້ ຫລື​ແກ່​ຍາວ​ວັນ​ຕາຍ​ຂອງຕົນ​ອອກ​ໄປ​ໄດ້. ເປັນ​ການ​ຮົບ​ທີ່​ພວກເຮົາ​ໜີພົ້ນ​ບໍ່ໄດ້ ແລະ​ພວກເຮົາ​ກໍ​ສໍ້ໂກງ​ບໍ່ໄດ້​ດ້ວຍ.


ພວກເຈົ້າ​ເວົ້າ​ອວດ​ວ່າ ພວກເຈົ້າ​ໄດ້​ເຮັດ​ຂໍ້​ສັນຍາ​ກັບ​ຄວາມຕາຍ ແລະ​ບັນລຸ​ຂໍ້​ຕົກລົງ​ໄປ​ສູ່​ແດນ​ມໍຣະນາ. ພວກເຈົ້າ​ແນ່ໃຈ​ວ່າ​ເມື່ອ​ຄວາມ​ຈິບຫາຍ​ມາ ມັນ​ຈະ​ຫວິດ​ໄປ​ຈາກ​ພວກເຈົ້າ​ຍ້ອນ​ພວກເຈົ້າ​ເພິ່ງ​ຄຳເວົ້າ​ຕົວະ ແລະ​ເພິ່ງ​ການ​ຫລອກລວງ​ເພື່ອ​ຮັກສາ​ພວກເຈົ້າ​ໃຫ້​ປອດໄພ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ຊອກ​ປິດບັງ​ແຜນການ​ຂອງ​ພວກຕົນ​ໄວ້​ຈາກ​ພຣະເຈົ້າຢາເວ. ພວກເຂົາ​ເຮັດ​ຕາມ​ແຜນການ​ຂອງຕົນເອງ​ໃນ​ທີ່​ລັບລີ້ ແລະ​ຄິດ​ວ່າ​ບໍ່ມີ​ຜູ້ໃດ​ຮູ້​ເຫັນ​ພວກຕົນ​ກຳລັງ​ເຮັດ​ຢູ່.


ມັນ​ກໍ​ທຳນອງ​ດຽວ ກັບ​ກິນ​ຂີ້ເຖົ່າ​ນັ້ນແຫລະ. ຄວາມ​ຄິດ​ໂງ່​ຂອງ​ລາວ​ໄດ້​ພາ​ໃຫ້​ລາວ​ຫລົງ​ຜິດ​ໄປ​ເກີນກວ່າ​ຈະ​ຊ່ວຍ​ໄດ້. ລາວເອງ​ບໍ່​ຍອມ​ຮັບ​ເລີຍ​ວ່າ ຮູບເຄົາຣົບ​ທີ່​ຕົນ​ຖື​ຢູ່​ນັ້ນ​ບໍ່ແມ່ນ​ພຣະເຈົ້າ.


ເຈົ້າ​ຜູ້​ມັກ​ມ່ວນຊື່ນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້​ ເຈົ້າ​ເຄີຍ​ຄິດວ່າ​ຕົນ​ປອດໄພ​ແລະ​ໝັ້ນຄົງ​ແລ້ວ. ເຈົ້າ​ອ້າງຕົນ​ວ່າ​ຍິ່ງໃຫຍ່​ເທົ່າ​ກັບ​ພຣະເຈົ້າ​ບໍ ເວົ້າ​ວ່າ, ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ດຸດດັ່ງ​ຕົນ​ໄດ້. ເຈົ້າ​ຄິດວ່າ​ຈະ​ບໍ່ໄດ້​ເປັນ​ຍິງໝ້າຍ​ຜົວ​ຕາຍ​ປະ​ບໍ ຫລື​ທຸກຮ້ອນ​ໃຈ​ຍ້ອນ​ຕົນ​ສູນເສຍ​ລູກ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສະຫລາດ ແລະ​ເປັນ​ຄົນ​ຫລັກແຫລມ​ຫລາຍ​ແທ້ນໍ.


ພວກເຈົ້າ​ໄປ​ສານ​ແຕ່​ຄວາມ​ຍຸດຕິທຳ​ຈະ​ບໍ່​ຢູ່​ຝ່າຍ​ພວກເຈົ້າ ເພາະ​ພວກເຈົ້າ​ເວົ້າ​ຕົວະ​ເພື່ອ​ເອົາ​ຊະນະ​ຄະດີ. ພວກເຈົ້າ​ໃຊ້​ອຸບາຍ​ເພື່ອ​ທຳຮ້າຍ​ຄົນອື່ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ຫລົບລີ້​ຈາກ​ສາຍຕາ​ຂອງເຮົາ​ໄປ​ໄດ້. ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ເຮົາ​ຢູ່​ທຸກໆ​ບ່ອນ​ທັງ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.


ພຣະອົງ​ຈຶ່ງ​ຖາມ​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ເຫັນ​ບໍ ສິ່ງ​ທີ່​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ກຳລັງ​ເຮັດ​ຢູ່​ຢ່າງ​ລັບລີ້​ນັ້ນ? ແຕ່ລະຄົນ​ກໍ​ມີ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ​ຂອງຕົນ. ການ​ແກ້ຕົວ​ຂອງ​ພວກເຂົາ​ຄື: ‘ພຣະເຈົ້າຢາເວ​ບໍ່​ເຫັນ​ພວກເຮົາ​ດອກ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ປະເທດ​ຂອງເຮົາ​ສາ​ແລ້ວ.”’


ແລ້ວ​ພຣະອົງ​ກໍ​ຕອບ​ວ່າ, “ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ໄດ້​ເຮັດ​ຜິດ ເພາະ​ການບາບ​ອັນ​ຮ້າຍແຮງ. ພວກເຂົາ​ໄດ້​ຂ້າ​ຄົນ​ທົ່ວ​ທັງ​ດິນແດນ ແລະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເຕັມ​ໄປ​ດ້ວຍ​ຄາດຕະກອນ. ພວກເຂົາ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ປະເທດ​ຂອງ​ພວກເຮົາ ພຣະເຈົ້າຢາເວ​ບໍ່​ຮູ້​ເຫັນ​ສິ່ງໃດ.’


ເພາະສະນັ້ນ ພະຣາຊາ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ເຖີດ. ຈົ່ງ​ເລີກ​ເຮັດ​ບາບ​ສາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ເມດຕາ​ສົງສານ​ຄົນ​ຍາກຈົນ. ແລ້ວ​ທ່ານ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ສືບ​ຕໍ່ໄປ.”


ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ​ກັບ​ເມືອງ​ທີ່​ອວດດີ​ອວດເກັ່ງ​ເຖິງ​ກຳລັງ​ຂອງ​ຕົນເອງ ແລະ​ທັງ​ຄິດວ່າ​ຕົນ​ປອດໄພ​ແລ້ວ. ຊາວ​ເມືອງ​ຄິດວ່າ ເມືອງ​ຂອງ​ພວກຕົນ​ນັ້ນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ. ມັນ​ຈະ​ກາຍເປັນ​ເມືອງ​ທີ່​ເປົ່າປ່ຽວ ຄື​ຈະ​ເປັນ​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ພັກຜ່ອນ. ທຸກໆຄົນ​ທີ່​ຍ່າງ​ກາຍ​ໄປມາ​ກໍ​ຈະ​ຢ້ານກົວ​ຈົນ​ຂົນ​ລຸກ.


ພວກເຂົາ​ອ້າງ​ຕົນ​ວ່າ ເປັນ​ຄົນ​ສະຫລາດ ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ໂງ່​ໄປ,


ດ້ວຍວ່າ, ປັນຍາ​ຂອງ​ໂລກນີ້ ກໍ​ເປັນ​ຄວາມ​ໂງ່​ຕໍ່ສາຍຕາ​ຂອງ​ພຣະເຈົ້າ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຈັບ​ຄົນມີ​ປັນຍາ​ດ້ວຍ​ອຸບາຍ​ຂອງ​ເຂົາ​ເອງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka