Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 47:1 - ພຣະຄຳພີສັກສິ

1 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ລົງ​ຈາກ​ບັນລັງ​ເຖີດ ນະຄອນ​ບາບີໂລນ​ເອີຍ ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້ຝຸ່ນ​ດິນ​ສາ​ເຖີດ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້ໜຶ່ງ​ໃດ ເປັນ​ນະຄອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນໂຍນ​ແລະ​ໜ້າ​ຈັບໃຈ​ຕໍ່ໄປ ບັດນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ສາ​ແລ້ວ

Uka jalj uñjjattʼäta Copia luraña




ເອຊາຢາ 47:1
36 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍ​ນັ່ງ​ລົງ​ກັບ​ພື້ນດິນ​ທີ່​ນັ້ນ​ນຳ​ລາວ ເປັນ​ເວລາ​ເຈັດ​ວັນ​ແລະ​ເຈັດ​ຄືນ ໂດຍ​ບໍ່​ເວົ້າ​ຈາ​ຫຍັງ​ຈັກ​ຄຳ ຍ້ອນ​ພວກເຂົາ​ເຫັນ​ໂຢບ​ທົນທຸກ​ຢ່າງໜັກ.


ໂຢບ​ໄປ​ນັ່ງ​ຢູ່​ໃກ້ໆ​ກອງ​ຂີ້ເຖົ່າ ແລະ​ເອົາ​ກະບີ້ງ​ໝໍ້​ແຕກ​ຂູດ​ຕາມ​ເນື້ອຕົວ​ຕົນເອງ.


ລູກສາວ​ຂອງ​ບາບີໂລນ​ເອີຍ ເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ເໝືອນກັນ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕອບ​ສະໜອງ​ເຈົ້າ​ຄືນ ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ແກ່​ພວກເຮົາ​ນັ້ນ


ພຣະອົງ​ຊ່ວຍ​ຜູ້​ທີ່​ຖ່ອມຕົວ​ໃຫ້​ພົ້ນໄພ ແຕ່​ພຣະອົງ​ດຶງ​ຄົນ​ທີ່​ອວດຕົວ​ຈອງຫອງ​ໃຫ້​ຕົກຕໍ່າ​ລົງ.


ສ່ວນ​ຍົດສັກ​ແຫ່ງ​ກະສັດ ກໍ​ຖືກ​ເອົາ​ໜີໄປ ແລະ​ໂຄ່ນລົ້ມ​ບັນລັງ​ລົງ​ເຖິງ​ພື້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ໃນ​ມື້​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ​ນັ້ນ; ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ​ສັ່ນສະເທືອນ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຫວັ່ນໄຫວ ຫລຸດ​ອອກ​ຈາກ​ບ່ອນ​ຂອງມັນ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.


ເມືອງ​ຊີໂດນ​ເອີຍ ຄວາມສຸກ​ຂອງ​ເຈົ້າ​ໄດ້​ສິ້ນສຸດລົງ​ສາ​ແລ້ວ ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍໄດ້​ຖືກ​ກົດຂີ່. ເຖິງ​ແມ່ນ​ວ່າ​ພວກເຂົາ​ປົບໜີໄປ​ທີ່​ເມືອງ​ໄຊປຣັດ; ແຕ່​ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ປອດໄພ.


ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ ແລະ​ທຳລາຍ​ເມືອງ​ອັນ​ເຂັ້ມແຂງ​ຂອງ​ພວກເຂົາ​ຖິ້ມ ຄື​ເມືອງ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ຢູ່​ອາໄສ ແລະ​ທຳລາຍ​ໝຸ່ນ​ທະລາຍ​ໃຫ້​ເປັນ​ຂີ້ຝຸ່ນ.


ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່ສູ້​ລາວ​ວ່າ, “ລູກສາວ​ພົມມະຈາຣີ​ແຫ່ງ​ຊີໂອນ​ດູຖູກ​ແລະ​ຫົວຂວັນ​ໃສ່​ເຈົ້າ ລູກສາວ​ນະຄອນ​ເຢຣູຊາເລັມ​ກໍ​ຫົວ​ເຍາະເຍີ້ຍ​ເຈົ້າ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັ່ນ​ຂີ້ຝຸ່ນ​ເປັນ​ອິດສະຫລະ ຈົ່ງ​ລຸກ​ຈາກ​ຂີ້ຝຸ່ນ​ດິນ ແລະ​ນັ່ງ​ລົງ​ເທິງ​ບັນລັງ​ເຖີດ ພວກ​ລູກສາວ​ຂອງ​ພູເຂົາ​ຊີໂອນ​ຜູ້​ຖືກ​ຈັບ​ເອີຍ ຈົ່ງ​ທຸບ​ໂສ້​ທີ່​ລ່າມ​ເຈົ້າ​ນັ້ນ​ໃຫ້​ມັນ​ຫລຸດ​ອອກ​ໄປ.


ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ກະສັດ​ແລະ​ແມ່​ຂອງ​ລາວ​ໃຫ້​ລົງ​ຈາກ​ບັນລັງ​ສາ ເພາະ​ມົງກຸດ​ອັນ​ງົດງາມ​ນັ້ນ​ໄດ້​ຕົກລົງ​ຈາກ​ຫົວ​ຂອງ​ລາວ​ແລ້ວ.


ຈົ່ງ​ໄປ​ທີ່​ກີເລອາດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ໄປ​ຊອກ​ຫາ​ຫວ້ານຢາ​ກັນ​ເຖີດ ຫວ້ານຢາ​ຂອງ​ພວກເຈົ້າ​ໃຊ້​ການ​ບໍ່ໄດ້​ເລີຍ ເພາະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ບໍ່ໄດ້.


ພວກເຈົ້າ​ຜູ້​ທີ່​ອາໄສ​ຢູ່​ໃນ​ເມືອງ​ດີໂບນ​ເອີຍ ລົງ​ຈາກ​ຕຳແໜ່ງ​ສູງ​ຂອງ​ພວກເຈົ້າ​ສາ​ເທາະ ແລະ​ລົງ​ມາ​ນັ່ງ​ໃນ​ຂີ້ຝຸ່ນ​ເທິງ​ພື້ນດິນ​ສາ ຜູ້​ທຳລາຍ​ໄດ້​ມາ ແລະ​ປ້ອມ​ຖືກ​ເພພັງ​ແລ້ວ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ກ່ຽວກັບ​ນະຄອນ​ບາບີໂລນ​ແລະ​ຊາວ​ນະຄອນ​ວ່າ,


ພວກເຂົາ​ຢຶດ​ໜ້າທະນູ ແລະ​ດາບ​ໄດ້​ຫລວງຫລາຍ ພວກເຂົາ​ໂຫດຮ້າຍ​ຫລາຍ​ໄຮ້​ຄວາມ​ເມດຕາ​ທັງນັ້ນ. ພວກເຂົາ​ຮ້ອງ​ສຽງດັງ​ກ້ອງ​ດັ່ງ​ຄື້ນ​ທະເລ ເມື່ອ​ພວກເຂົາ​ຂີ່​ມ້າ​ຂອງຕົນ​ແລ່ນ​ຫອບໄປ​ນັ້ນ. ພວກເຂົາ​ຕ່າງ​ກໍ​ຕຽມພ້ອມ​ເຂົ້າ​ສູ່​ສະໜາມ ຕຽມ​ເຮັດ​ສົງຄາມ​ຕໍ່ສູ້​ບາບີໂລນ​ທັງນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ສົ່ງ​ລົມ​ທີ່​ທຳລາຍ ມາ​ຕໍ່ສູ້​ບາບີໂລນ​ແລະ​ປະຊາຊົນ​ໃນ​ປະເທດ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ໃນ​ບໍ່​ຊ້າ ສັດຕູ​ກໍ​ຈະ​ຟັນ​ແລະ​ຢຽບຢໍ່າ​ພວກເຂົາ​ລົງ ດັ່ງ​ຢຽບ​ເມັດ​ເຂົ້າ​ຢູ່​ທີ່​ລານ​ຟາດເຂົ້າ.”


ພວກເຈົ້າ​ເວົ້າ​ວ່າ, ‘ພວກເຮົາ​ໄດ້​ຖືກ​ຫຍໍ້ຫຍັນ​ທັງ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ພວກເຮົາ​ຮູ້ສຶກ​ໝົດຫວັງ​ຢ່າງ​ສິ້ນເຊີງ ເພາະ​ພວກ​ຕ່າງດ້າວ​ໄດ້​ຢຶດ​ສະຖານທີ່​ສັກສິດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.’


ບັນດາ​ຄົນ​ເຖົ້າແກ່​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ພາກັນ​ນັ່ງ​ກັບ​ພື້ນດິນ​ຢ່າງ​ມິດງຽບ ໂດຍ​ນຸ່ງ​ຜ້າ​ກະສອບເຂົ້າ ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ ສ່ວນ​ພວກ​ຍິງສາວ​ກໍ​ພາກັນ​ກົ້ມ​ຫົວ​ລົງ​ກັບ​ພື້ນ.


ບໍ່​ວ່າ​ຄົນໜຸ່ມ​ຫລື​ຄົນ​ເຖົ້າ​ກໍ​ລົ້ມ​ລົງ​ຕາມ​ຫົນທາງ ຊາຍໜຸ່ມ​ຍິງສາວ​ກໍ​ຖືກ​ສັດຕູ​ຂ້າ​ດ້ວຍ​ດາບ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ ພຣະອົງ​ໄດ້​ຂ້າ​ພວກເຂົາ ເປັນ​ການ​ຂ້າໝູ່​ໂດຍ​ບໍ່​ເມດຕາ​ສົງສານ.


ຄົນ​ທີ່​ເຄີຍ​ກິນ​ອາຫານ​ອັນ​ດີ​ນັ້ນ ກໍ​ຕາຍຫິວ​ຢູ່​ຕາມ​ຖະໜົນ​ຫົນທາງ ຄົນ​ທີ່​ໃຫຍ່ຂຶ້ນ​ມາ​ຢ່າງ​ຟຸມເຟືອຍ ກໍ​ຄົ້ນ​ກິນ​ອາຫານ​ໃນ​ກອງ​ຂີ້ເຫຍື້ອ.


ບັນດາ​ກະສັດ​ທັງໝົດ​ຜູ້​ທີ່​ເປັນ​ເຈົ້າຖິ່ນ​ຂອງ​ທ້ອງ​ທະເລ​ຈະ​ລົງ​ຈາກ​ບັນລັງ​ຂອງຕົນ. ພວກເຂົາ​ຈະ​ຖືກ​ບັງຄັບ​ໃຫ້​ແກ້​ເຄື່ອງ​ຊັ້ນນອກ ແລະ​ເຄື່ອງນຸ່ງ​ທີ່​ປັກແສ່ວ​ຂອງຕົນ​ອອກ ແລະ​ປະ​ໃຫ້​ນັ່ງ​ສັ່ນເຊັນ​ຕາມ​ພື້ນດິນ. ພວກເຂົາ​ຈະ​ສະທ້ານ​ຢ້ານກົວ​ຫລາຍ​ທີ່ສຸດ​ຍ້ອນ​ຊາຕາກຳ​ຂອງ​ເຈົ້າ ຈົນ​ພວກເຂົາ​ບໍ່​ສາມາດ​ຢຸດ​ສັ່ນເຊັນ​ໄດ້.


ເຈົ້າ​ອວດອົ່ງ​ທະນົງ​ຕົວ​ເພາະ​ຮູບຮ່າງ​ອັນ​ສະຫງ່າງາມ​ຂອງເຈົ້າ ແລະ​ຊື່ສຽງ​ຂອງ​ເຈົ້າ​ກໍໄດ້​ພາ​ໃຫ້​ເຈົ້າ​ປະພຶດ​ຕົນ​ດັ່ງ​ຄົນໂງ່ຈ້າ. ຍ້ອນ​ເລື່ອງ​ນີ້ ເຮົາ​ຈຶ່ງ​ໂຍນ​ເຈົ້າ​ລົງ​ໄປ​ສູ່​ພື້ນດິນ ແລະ​ປ່ອຍປະ​ເຈົ້າ​ໃຫ້​ເປັນ​ສິ່ງ​ເຕືອນໃຈ​ແກ່​ກະສັດ​ຄົນອື່ນໆ.


ເມື່ອ​ກະສັດ​ນີເນເວ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ລຸກຂຶ້ນ​ຈາກ​ບັນລັງ​ແກ້​ເຄື່ອງ​ກະສັດ​ອອກ ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ແລະ​ນັ່ງ​ເທິງ​ຂີ້ເຖົ່າ.


ແລະ​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ ແລະ​ເຮັດ​ໃຫ້​ອຳນາດ​ຂອງ​ພວກເຂົາ​ສິ້ນສຸດ​ໄປ. ເຮົາ​ຈະ​ຂວໍ້າ​ລົດຮົບ​ແລະ​ຄົນຂັບ​ທັງຫລາຍ​ຂອງ​ພວກເຂົາ​ຖິ້ມ ຝູງມ້າ​ຂອງ​ພວກເຂົາ​ຈະ​ຕາຍ​ແລະ​ຄົນ​ຂີ່​ມ້າ​ຈະ​ຂ້າຟັນ​ກັນແລະກັນ.”


ນະຄອນ​ນັ້ນ​ໄດ້​ອວດ​ຈອງຫອງ ແລະ​ປ່ອຍ​ຕົວ​ໄປ ຕາມ​ຄວາມ​ສະໜຸກ​ສະໜານ​ເທົ່າ​ໃດ ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຮັບ ການ​ທໍລະມານ ແລະ​ຄວາມ​ໂສກເສົ້າ​ຫລາຍ​ເທົ່ານັ້ນ ເພາະ​ມັນ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຢູ່​ໃນ​ຕຳແໜ່ງ​ຣາຊີນີ ບໍ່ແມ່ນ​ແມ່ໝ້າຍ, ເຮົາ​ຈະ​ບໍ່​ປະສົບ​ຄວາມ​ໂສກເສົ້າ​ຈັກເທື່ອ’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka