Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 46:9 - ພຣະຄຳພີສັກສິ

9 ຈົ່ງ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແຕ່​ດົນນານ ຈົ່ງ​ຮັບຮູ້​ວ່າ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ແລະ​ຮັບຮູ້​ວ່າ​ນອກຈາກ​ເຮົາ​ແລ້ວ​ບໍ່ມີ​ຜູ້ໃດ ເພາະ​ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 46:9
28 Jak'a apnaqawi uñst'ayäwi  

ແຕ່​ບັດນີ້ ຂ້ານ້ອຍ​ຮູ້​ຕະຫລອດ​ເວລາ​ທີ່​ຜ່ານ​ມາ ພຣະອົງ​ວາງແຜນ​ລັບ ດັບ​ຊີວາ​ຂ້ານ້ອຍ​ຖິ້ມ.


ພຣະເຈົ້າຢາເວ​ຢາກ​ໃຫ້​ພຣະ​ຣາຊກິດ​ອັນ​ອັດສະຈັນ​ຂອງ​ພຣະອົງ​ເປັນ​ທີ່​ຈົດຈຳ ເພາະ​ພຣະອົງ​ມີ​ໃຈ​ເມດຕາ​ແລະ​ກະລຸນາ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ກະສັດ​ຟາໂຣ​ບອກ​ວ່າ, “ໃຫ້​ພາວັນນາ​ອະທິຖານ​ເພື່ອ​ເຮົາ​ໃນ​ມື້ອື່ນ.” ໂມເຊ​ຕອບ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ທ່ານ​ຂໍຮ້ອງ​ມາ​ນັ້ນ ແລ້ວ​ທ່ານ​ກໍ​ຈະ​ໄດ້​ຮູ້​ວ່າ ບໍ່ມີ​ພະອື່ນ​ໃດ​ເໝືອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ໃນ​ເທື່ອ​ນີ້ ເຮົາ​ຈະ​ບໍ່​ລົງໂທດ​ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ຂອງ​ເຈົ້າ​ເທົ່ານັ້ນ; ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ​ເຊັ່ນກັນ​ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ທົ່ວ​ເທິງ​ແຜ່ນດິນ​ໂລກນີ້​ບໍ່ມີ​ພະອື່ນ​ໃດ​ເທົ່າທຽມ​ເຮົາ.


ຜູ້ໃດ​ໃນ​ພວກເຈົ້າ​ທຳນວາຍ​ວ່າ​ສິ່ງນີ້​ຈະ​ເກີດ​ມາ ເພື່ອ​ເຮົາ​ຈະ​ເວົ້າ​ໄດ້​ວ່າ​ພວກເຈົ້າ​ຄື​ຝ່າຍ​ຖືກຕ້ອງ? ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເວົ້າ​ເຖິງ​ເລື່ອງນີ້​ຈັກ​ຄຳໜຶ່ງ​ໄດ້​ເລີຍ ບໍ່ມີ​ຜູ້ໃດ​ໄດ້ຍິນ​ພວກເຈົ້າ​ເວົ້າ​ສິ່ງໃດ​ຈັກດີ້


ເຮົາ​ເປັນ​ຜູ້ຕົ້ນ​ບອກ​ຂ່າວ​ນີ້​ແກ່​ພູເຂົາ​ຊີໂອນ​ວ່າ ເຮົາ​ໃຊ້​ຜູ້ນຳຂ່າວ​ມາ​ບອກ​ນະຄອນ​ເຢຣູຊາເລັມ​ໃຫ້​ຮູ້ ວ່າ ‘ປະຊາຊົນ​ຂອງເຈົ້າ ພວກເຂົາ​ກຳລັງ​ມາ ພວກເຂົາ​ກຳລັງ​ພາກັນ​ກັບຄືນ​ເມືອ​ບ້ານ’


ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ດຽວນີ້​ກາຍ​ເກີດ​ເປັນຈິງ ບັດນີ້ ເຮົາ​ຈະ​ໃຫ້​ຮູ້​ສິ່ງ​ໃໝ່ໆ​ກ່ອນ​ທີ່​ຈະ​ເກີດຂຶ້ນ.”


ພຣະເຈົ້າຢາເວ​ກ່າວ​ວ່າ ເຈົ້າ​ທັງຫລາຍ​ເປັນ​ພະຍານ​ຂອງເຮົາ ເຮົາ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ມາ​ເປັນ​ຜູ້ຮັບໃຊ້ ເພື່ອ​ວ່າ​ຈະ​ໄດ້​ຮູ້ ແລະ​ຈະ​ໄດ້​ເຊື່ອ​ໃນ​ເຮົາ ເຂົ້າໃຈ​ວ່າ​ເຮົາ​ແຕ່​ຜູ້ດຽວ​ຊົງ​ເປັນ​ພຣະເຈົ້າ. ນອກຈາກ​ເຮົາ​ແລ້ວ ບໍ່ມີ​ພະ​ຕົນອື່ນ​ອີກ​ເລີຍ ບໍ່ເຄີຍ​ມີ​ມາ​ແຕ່​ໃດໆ ແລະ​ຈະ​ບໍ່ມີ​ຈັກເທື່ອ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.


ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຈັກກະວານ ແມ່ນ​ພຣະອົງ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ໄດ້​ຈັດ​ຮູບຮ່າງ​ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ໄດ້​ເຮັດ​ໃຫ້​ໂລກ​ໝັ້ນຄົງ ແລະ​ຢັ້ງຢືນ​ຄົງຢູ່​ໄດ້. ພຣະອົງ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ເປົ່າຮ້າງ​ຫວ່າງຄົນ ແຕ່​ເປັນ​ບ່ອນ​ທີ່​ມະນຸດ​ເຮົາ​ພັກພາ​ອາໄສ​ຢູ່ ພຣະເຈົ້າ​ລັ່ນປາກ​ກ່າວ​ໄຂ​ວາຈາ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ອື່ນ​ບໍ່ມີ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ພວກເຈົ້າ​ຈະ​ປຽບທຽບ​ເຮົາ​ໃສ່​ຜູ້ໃດ? ຫລື​ມີ​ຜູ້ໃດ​ບໍ​ທີ່​ຄ້າຍຄື​ກັນ​ກັບ​ເຮົາ​ນີ້?


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ສ້າງ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່. ເຫດການ​ຕ່າງໆ​ໃນ​ອະດີດ​ຈະ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.


“ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?


ສິງ​ກຳລັງ​ອອກ​ມາ​ຈາກ​ປ່າຕຶບ​ຂອງ​ແຄມ​ແມ່ນໍ້າ​ຈໍແດນ ສູ່​ທົ່ງຫຍ້າ​ຂຽວ​ສັນໃດ; ເຮົາ​ກໍ​ກຳລັງ​ອອກ​ມາ​ເຮັດ​ໃຫ້​ຊາວ​ບາບີໂລນ ແລ່ນ​ໜີ​ຈາກ​ເມືອງ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ພວກ​ເຈົ້ານາຍ​ທີ່​ເຮົາ​ເລືອກໄວ້​ກໍ​ຈະ​ປົກຄອງ​ປະເທດ. ຜູ້ໃດ​ປຽບທຽບ​ກັບ​ເຮົາ​ໄດ້​ແດ່? ຜູ້ໃດ​ທ້າທາຍ​ກັບ​ເຮົາ​ໄດ້​ແດ່? ມີ​ຜູ້ປົກຄອງ​ຄົນໃດ​ຕ້ານທານ​ເຮົາ​ໄດ້?


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”


ອິດສະຣາເອນ​ເອີຍ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ສະຖິດ​ຢູ່​ນຳ ແລະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່ມີ​ພຣະເຈົ້າ​ອື່ນ​ໃດ​ອີກ​ມີ​ແຕ່​ເຮົາ​ເທົ່ານັ້ນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ​ສິ່ງສາລະພັດ​ທັງປວງ​ເກີດ​ມາ​ຈາກ​ພຣະອົງ ແລະ​ພວກເຮົາ​ເປັນ​ມາ​ເພື່ອ​ພຣະອົງ ແລະ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ ແລະ ສິ່ງສາລະພັດ​ກໍ​ເກີດຂຶ້ນ​ໂດຍ​ພຣະອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະອົງ.


ຈົ່ງ​ລະນຶກເຖິງ​ອະດີດ ເວລາ​ນານ​ຜ່ານ​ມາ; ຖາມ​ເບິ່ງ​ບັນດາ​ບິດາ ໃຫ້​ເລົ່າ​ສິ່ງ​ທີ່​ໄດ້​ເກີດ​ມາ ສູ່​ຟັງ​ເບິ່ງ ຖາມ​ເບິ່ງ​ພວກ​ຄົນ​ເຖົ້າ ຄົນ​ຊາຣາ​ທີ່​ເກີດ​ກ່ອນ; ບອກ​ເພິ່ນ​ຢ້ອນ​ເລົ່າ​ເລື່ອງ ໃນ​ອະດີດ​ສູ່​ຟັງ​ແດ່ແມ


“ບໍ່ມີ​ພະ​ຕົນ​ໃດ​ດອກ ປະຊາຊົນ​ອິດສະຣາເອນ​ເອີຍ ເປັນ​ເໝືອນ​ດັ່ງ​ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ຂີ່​ລົດມ້າ​ໄປ​ດ້ວຍ​ອານຸພາບ ແລະ​ດ້ວຍ​ສະຫງ່າຣາສີ​ສະເດັດ​ມາ​ເໜືອ​ຟ້າ​ສະຫວັນ ສະເດັດ​ມາ​ເທິງ​ເມກ ເພື່ອ​ມາ​ຊ່ວຍເຫຼືອ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka