6 ປະຊາຊົນໄຂກະເປົາ ແລະຖອກຄຳອອກມາ ຊັ່ງເບິ່ງນໍ້າໜັກເງິນໃສ່ຊິງທີ່ພວກເຂົາມີນັ້ນ. ພວກເຂົາຈ້າງຊ່າງຫລອມຄຳໃຫ້ເຮັດເປັນຮູບພະ ແລ້ວກໍຂາບໄຫວ້ຮູບພະທີ່ໄດ້ສ້າງຂຶ້ນມາ.
ເມື່ອຄິດໄດ້ດັ່ງນັ້ນແລ້ວ ເພິ່ນຈຶ່ງສ້າງຮູບງົວຄຳສອງໂຕ ແລະກ່າວແກ່ປະຊາຊົນວ່າ, “ພວກເຈົ້າໄດ້ໄປນະມັດສະການທີ່ນະຄອນເຢຣູຊາເລັມ ເປັນເວລາດົນນານພໍສົມຄວນ. ປະຊາຊົນອິດສະຣາເອນເອີຍ ນີ້ເດ ຄືບັນດາພະຂອງພວກເຈົ້າທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ.”
ພະເຫຼົ່ານີ້ມີມື ແຕ່ຈັບບາຍບໍ່ເປັນ, ພະເຫຼົ່ານີ້ມີຕີນ ແຕ່ຍ່າງໄປມາບໍ່ໄດ້, ພະເຫຼົ່ານີ້ເຮັດໃຫ້ມີສຽງອອກຈາກລຳຄໍບໍ່ໄດ້.
ພວກເຂົາໄດ້ປະຖິ້ມການດຳເນີນຊີວິດ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ປະຕິບັດ; ພວກເຂົາໄດ້ເອົາຄຳມາຫລໍ່ເປັນຮູບງົວເຖິກນ້ອຍໂຕໜຶ່ງ ແລະໄດ້ຂາບໄຫວ້ຮູບນັ້ນທັງຖວາຍບູຊາແກ່ມັນ. ພວກເຂົາກຳລັງເວົ້າວ່າ ຮູບນັ້ນແມ່ນພະຂອງພວກເຂົາ ທີ່ໄດ້ນຳພວກເຂົາອອກມາຈາກປະເທດເອຢິບ.”
ດິນແດນຂອງພວກເຂົາເຕັມໄປດ້ວຍຮູບເຄົາຣົບ ແລະຕ່າງກໍຂາບໄຫວ້ວັດຖຸທີ່ຖືກສ້າງຂຶ້ນດ້ວຍມືຂອງພວກເຂົາເອງ.
ພວກເຈົ້າຈະເອົາຮູບເຄົາຣົບທີ່ໂອບດ້ວຍເງິນ ແລະຄຳ ໂຍນຖິ້ມອອກໄປດັ່ງຂອງເປິເປື້ອນໂດຍຮ້ອງວ່າ, “ໜີໄປໃຫ້ພົ້ນ!”
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງພາກັນມາເຖີດ ຊົນຊາດທີ່ລອດຈາກອານາຈັກລົ້ມທະລາຍນັ້ນ; ສະເໜີພວກເຈົ້າສຳລັບການສອບສວນຄະດີເບິ່ງດູ ຜູ້ທີ່ແຫ່ຂະບວນກັບຮູບເຄົາຣົບໄມ້ຂອງຕົນນັ້ນ ທັງພາວັນນາອະທິຖານຕໍ່ບັນດາພະທີ່ຊ່ວຍຫຍັງບໍ່ໄດ້ເລີຍ ຄືພວກທີ່ບໍ່ຮູ້ຈັກເລື່ອງລາວຫຍັງໝົດ.
ເມື່ອເບິ່ງສິ່ງນີ້ ຄົນຊ່າງໂງ່ຈ້າ ແລະບໍ່ເຂົ້າໃຈ; ຄືພວກທີ່ເຮັດຮູບເຄົາຣົບ ກໍງົມງາຍກັນທັງນັ້ນ ເພາະບັນດາພະທີ່ພວກເຂົາໄດ້ເຮັດຂຶ້ນມາ ລ້ວນແຕ່ເປັນພະຈອມປອມແລະບໍ່ມີຊີວິດ.
ຮູບເຄົາຣົບພວກເຂົາໂອບດ້ວຍເງິນຈາກຕາກຊິດ ໂອບດ້ວຍຄຳທີ່ຖືກນຳມາຈາກແດນອູຟາດ ຊຶ່ງລ້ວນແຕ່ແຕ້ມດ້ວຍສີມືຂອງນັກສິນລະປິນ ພວກເຂົານຸ່ງເຄື່ອງງົດງາມໃຫ້ຮູບເຄົາຣົບເຫຼົ່ານັ້ນ ເປັນສີແດງແຈດແລະສີມ່ວງຢ່າງດີ ຊຶ່ງຊ່າງຜູ້ຊຳນິຊຳນານຕໍ່າອອກມາໃຫ້.
ໃຫ້ຄວາມແຫ້ງແລ້ງມາສູ່ດິນແດນນີ້ສາ ໃຫ້ແມ່ນໍ້າໃນປະເທດນີ້ບົກແຫ້ງໝົດ. ບາບີໂລນມີຮູບເຄົາຣົບໜ້າຢ້ານຫລວງຫລາຍ ຊຶ່ງເຮັດໃຫ້ຄົນຫລົງໄຫລພາກັນເປັນບ້າຍ້ອນ.
ຕໍ່ມາ ກະສັດເນບູກາດເນັດຊາໄດ້ສັ່ງໃຫ້ສ້າງຮູບປັ້ນເປັນຄຳຮູບໜຶ່ງ ສູງຊາວເຈັດແມັດ ແລະກວ້າງເກືອບສາມແມັດ ແລະເພິ່ນຕັ້ງຮູບນີ້ໄວ້ທີ່ທົ່ງພຽງດູຣາ ໃນແຂວງບາບີໂລນ.
ພວກເຂົາຍັງສືບຕໍ່ເຮັດບາບ ໂດຍຫລໍ່ຮູບດ້ວຍໂລຫະໄວ້ຂາບໄຫວ້ ຄືຫລໍ່ຮູບເຄົາຣົບເປັນເງິນ ອອກແບບຕາມຄວາມຄິດຂອງມະນຸດ ແລະເຮັດຂຶ້ນດ້ວຍສີມືຂອງມະນຸດ. ແລ້ວພວກເຂົາກໍເວົ້າວ່າ, “ຈົ່ງຖວາຍເຄື່ອງເຜົາບູຊາແກ່ຮູບເຫຼົ່ານີ້.” ຄົນຈະຈູບຮູບນັ້ນໄດ້ບໍ? ເພາະມັນເປັນຮູບງົວເຖິກ.
ໃນເມື່ອພວກເຮົາເປັນເຊື້ອສາຍຂອງພຣະເຈົ້າ ພວກເຮົາກໍບໍ່ຄວນຖືວ່າພຣະເຈົ້າເປັນຄືຮູບເຄົາຣົບທີ່ເປັນຄຳ, ທີ່ເປັນເງິນ, ຫລືເປັນຫີນ ທີ່ຖືກແກະສະຫລັກດ້ວຍສິນລະປະ ດ້ວຍສີມືຂອງນາຍຊ່າງຜູ້ຊຳນານ.