Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 46:4 - ພຣະຄຳພີສັກສິ

4 ເຮົາ​ເປັນ​ພຣະເຈົ້າ​ຈະ​ດູແລ​ພວກເຈົ້າ​ເອງ ຈົນກວ່າ​ເຖົ້າແກ່​ຊະຣາ​ຜົມ​ເປັນ​ສີເຖົ່າ. ເຮົາ​ໄດ້​ສ້າງ​ພວກເຈົ້າ​ແລະ​ຈະ​ເປັນ​ຜູ້​ດູແລ ເຮົາ​ຈະ​ຊ່ວຍຊູ​ແລະ​ຊ່ວຍກູ້​ເອົາ​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ເອຊາຢາ 46:4
17 Jak'a apnaqawi uñst'ayäwi  

“ພຣະເຈົ້າ​ອົງ​ນີ້​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ​ສືບໄປ ພຣະອົງ​ຈະ​ນຳພາ​ພວກເຮົາ​ຕະຫລອດໄປ​ເປັນນິດ.”


ຈົ່ງ​ຍ້ອງຍໍ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ແບກ​ພາລະໜັກ​ຂອງ​ພວກເຮົາ​ທຸກມື້​ທຸກຄືນ ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຊ່ວຍກູ້​ເອົາ ພວກເຮົາ​ໃຫ້​ພົ້ນ.


ຂ້າແດ່​ພຣະເຈົ້າ​ເອີຍ ບັດນີ້​ຂ້ານ້ອຍ​ເຖົ້າແກ່ ແລະ​ຜົມ​ຫງອກ​ກໍ​ຫລາຍ​ແລ້ວ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ໄປເລີຍ ໃນ​ຂະນະທີ່​ຂ້ານ້ອຍ​ປະກາດ​ເຖິງ​ຣິດອຳນາດ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ແກ່​ຄົນ​ລຸ້ນ​ຕໍ່ໄປ​ຟັງ ຂໍ​ພຣະອົງ​ຢູ່​ນຳ​ຂ້ານ້ອຍ​ດ້ວຍ.


ດຽວນີ້​ຂ້ານ້ອຍ​ເຖົ້າແກ່​ຊະຣາ ຂໍ​ຢ່າ​ປະປ່ອຍ​ຂ້ານ້ອຍ ດຽວ​ນີ້​ກໍ​ອ່ອນແຮງ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ເລີຍ.


ເມື່ອ​ອາຍຸ​ແກ່​ກໍ​ຍັງ​ເກີດ​ໝາກ​ຢ່າງ​ຫລວງຫລາຍ ໃບ​ກໍ​ຍັງ​ຂຽວ​ງາມດີ​ທັງ​ແຂງແຮງ​ຢູ່ເລື້ອຍ.


ຜູ້ໃດ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເຫດການ​ນີ້​ເກີດຂຶ້ນມາ? ຜູ້ໃດ​ໄດ້​ກຳນົດ​ກົດເກນ​ກົງລໍ້​ປະຫວັດສາດ? ເຮົາ​ຄື​ພຣະເຈົ້າຢາເວ​ຢູ່​ທີ່ນັ້ນ​ຕັ້ງແຕ່​ຕົ້ນມາ ແລະ​ຢູ່​ທີ່ນັ້ນ​ຈົນ​ຈົບສິ້ນ.


ເຮົາ​ເປັນ​ພຣະເຈົ້າ ເຮົາ​ເປັນ​ຢູ່ສືບໄປ ບໍ່ມີ​ຜູ້ໃດ​ປົບໜີ​ຈາກ​ຣິດອຳນາດ​ຂອງເຮົາ​ໄດ້. ມີ​ຜູ້ໃດ​ແດ່​ທີ່​ປ່ຽນແປງ​ເຫດການ​ຕ່າງໆ​ໄດ້​ນໍ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄປ​ບໍ່ມີ​ຜູ້ໃດ​ປ່ຽນແປງ​ໄດ້.”


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ເທີ້ນ ຊາດ​ອິດສະຣາເອນ ພວກ​ທີ່​ເຮົາ​ໄດ້​ເອີ້ນ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ແມ່ນ​ພຣະເຈົ້າ​ແຕ່​ອົງດຽວ​ເທົ່ານັ້ນ


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເຮົາ​ກຽດຊັງ​ການ​ຢ່າຮ້າງ. ເຮົາ​ກຽດຊັງ​ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ເຮັດ​ຮຸນແຮງ​ເຊັ່ນນັ້ນ​ຕໍ່​ເມຍ​ຂອງຕົນ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ ຈົ່ງ​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ວ່າ​ຈະ​ສັດຊື່​ຕໍ່​ເມຍ​ຂອງຕົນ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ບໍ່​ປ່ຽນແປງ. ສ່ວນ​ພວກເຈົ້າ​ເຊື້ອສາຍ​ຂອງ​ຢາໂຄບ ຍັງ​ບໍ່​ສູນສິ້ນ​ໄປ​ໝົດ​ເທື່ອ​ນໍ.


ເພາະ​ພຣະເຈົ້າ​ບໍ່​ປ່ຽນໃຈ​ກ່ຽວກັບ​ການ​ຊົງ​ເລືອກ ແລະ​ການ​ໃຫ້​ຂອງ​ປະທານ.


ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃຫ້​ມາ​ເຖິງ​ທີ່​ນີ້​ຢ່າງ​ປອດໄພ​ຢ່າງ​ໃດ ກໍ​ເໝືອນ​ດັ່ງ​ພໍ່​ຫອບອູ້ມ​ເອົາ​ລູກຊາຍ​ຂອງຕົນ.’


ພຣະອົງ​ຈະ​ມ້ວນ​ສິ່ງ​ເຫຼົ່ານັ້ນ​ໄວ້ ເໝືອນ​ດັ່ງ​ມ້ວນ​ເສື້ອ​ໃຫຍ່ ມັນ​ຈະ​ຖືກ​ປ່ຽນແປງ​ດັ່ງ​ເຄື່ອງນຸ່ງຫົ່ມ. ແຕ່​ຝ່າຍ​ພຣະອົງ​ຊົງ​ເປັນ​ຢູ່​ດັ່ງເດີມ​ສະເໝີ​ໄປ ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ບໍ່​ສິ້ນສຸດ​ຈັກເທື່ອ.”


ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ​ຢູ່​ສະເໝີ​ກັນ ທັງ​ໃນ​ເວລາ​ວານ​ນີ້ ວັນ​ນີ້ ແລະ​ສືບໆໄປ​ເປັນນິດ.


ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka