ເອຊາຢາ 46:3 - ພຣະຄຳພີສັກສິ3 ຈົ່ງຟັງເຮົາເທີ້ນ ເຊື້ອສາຍຂອງຢາໂຄບເອີຍ ຄືປະຊາຊົນທັງໝົດຂອງເຮົາທີ່ຍັງມີຊີວິດຢູ່ນັ້ນ. ເຮົາໄດ້ເບິ່ງແຍງພວກເຈົ້າແຕ່ໃດໆມາ ຄືຕອນທີ່ພວກເຈົ້າເກີດມາແຕ່ທ້ອງແມ່. Uka jalj uñjjattʼäta |
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນຜູ້ໃຫຍ່ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ຍິນຄຳໝິ່ນປະໝາດເຫຼົ່ານີ້ ແລະລົງໂທດພວກທີ່ເວົ້າຄຳໝິ່ນປະໝາດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານພຣະເຈົ້າສຳລັບປະຊາຊົນຂອງພວກເຮົາ ໃຫ້ມີຊີວິດລອດຢູ່ດ້ວຍເຖີດ.”