2 ຮູບເຄົາຣົບເຫຼົ່ານັ້ນຊ່ວຍມັນເອງບໍ່ໄດ້ເລີຍ ຊາວນະຄອນໄດ້ຮິບໂຮມ ແລະເອົາໜີໄປໄວ້ທີ່ອື່ນ. ນີ້ແຫລະ ແມ່ນຈຸດອະວະສານຂອງພວກມັນ ຄືຂອງບັນດາພະທີ່ນະຄອນບາບີໂລນນັ້ນ.
ເມື່ອພວກຟີລິດສະຕິນປົບໜີໄປນັ້ນ ພວກເຂົາໄດ້ປະບັນດາຮູບເຄົາຣົບຂອງພວກເຂົາໄວ້. ກະສັດດາວິດກັບທະຫານຂອງເພິ່ນຈຶ່ງຂົນເອົາຮູບເຄົາຣົບເຫຼົ່ານັ້ນໄປ.
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າກ່ຽວກັບສັດຕ່າງໆ ໃນຖິ່ນແຫ້ງແລ້ງກັນດານທາງພາກໃຕ້: “ບັນດາທູດເດີນທາງຜ່ານປະເທດທີ່ເປັນອັນຕະລາຍ ຄືບ່ອນທີ່ມີໂຕສິງ, ງູພິດ ແລະມັງກອນທີ່ເຫາະໄດ້. ພວກເຂົາບັນທຸກຂອງຂວັນລາຄາແພງ ໃສ່ເທິງຫລັງລໍ ແລະອູດໄປໃຫ້ຊົນຊາດໜຶ່ງທີ່ຊ່ວຍເຫລືອຫຍັງບໍ່ໄດ້.
ພວກບັນພະບຸລຸດຂອງຂ້າພະເຈົ້າໄດ້ທຳລາຍເມືອງເຫຼົ່ານີ້ເຊັ່ນ: ໂກຊານ, ຮາຣານ ແລະເຣເຊັບ ທັງໄດ້ຂ້າປະຊາຊົນຊາວເອເດນທີ່ໄດ້ອາໄສຢູ່ໃນເມືອງເຕລາສາ ແລະບັນດາພະຂອງພວກເຂົາກໍຊ່ວຍພວກເຂົາບໍ່ໄດ້ເລີຍ.
ທັງໄດ້ຈູດບັນດາພະຂອງພວກເຂົາຖິ້ມຊຶ່ງບໍ່ແມ່ນພຣະແທ້, ແຕ່ເປັນພຽງຮູບໄມ້ ແລະຫີນທີ່ມືມະນຸດໄດ້ເຮັດຂຶ້ນເທົ່ານັ້ນ.
ສ່ວນໄມ້ທີ່ເຫຼືອນັ້ນພັດເອົາໄປເຮັດຮູບເຄົາຣົບ ແລ້ວກົ້ມລົງ ແລະຂາບໄຫວ້ທັງພາວັນນາອະທິຖານຕໍ່ຮູບເຄົາຣົບ ໂດຍເວົ້າວ່າ, “ພະຂອງຂ້ອຍ ໂຜດຊ່ວຍຂ້ອຍດ້ວຍເຖີດ.”
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງພາກັນມາເຖີດ ຊົນຊາດທີ່ລອດຈາກອານາຈັກລົ້ມທະລາຍນັ້ນ; ສະເໜີພວກເຈົ້າສຳລັບການສອບສວນຄະດີເບິ່ງດູ ຜູ້ທີ່ແຫ່ຂະບວນກັບຮູບເຄົາຣົບໄມ້ຂອງຕົນນັ້ນ ທັງພາວັນນາອະທິຖານຕໍ່ບັນດາພະທີ່ຊ່ວຍຫຍັງບໍ່ໄດ້ເລີຍ ຄືພວກທີ່ບໍ່ຮູ້ຈັກເລື່ອງລາວຫຍັງໝົດ.
ໂມອາບ ເຈົ້າວາງໃຈໃນກຳລັງກັບຊັບສົມບັດນໍ ແຕ່ບັດນີ້ເຈົ້າພັດຈະຖືກຕີໃຫ້ພ່າຍແພ້; ພະເຄໂມດຂອງເຈົ້າຈະຖືກກວາດໄປເປັນຊະເລີຍ ລວມທັງເຈົ້າຊາຍ ແລະປະໂຣຫິດດ້ວຍ.
ສະນັ້ນ ເມື່ອເວລານັ້ນມາຮອດ ເຮົາຈະຈັດການກັບຮູບເຄົາຣົບຕ່າງໆຂອງບາບີໂລນ. ທົ່ວປະເທດຈະໄດ້ຖືກອັບອາຍຂາຍໜ້າ ແລະປະຊາຊົນທັງໝົດຢູ່ໃນປະເທດຈະຖືກຂ້າ.
ລາວຈະເອົາຮູບເຄົາຣົບຂອງພວກເຂົາ ພ້ອມດ້ວຍສິ່ງຂອງທີ່ເຮັດດ້ວຍເງິນດ້ວຍຄຳ ແລະຂົນທັງໝົດໄປປະເທດເອຢິບ. ຫລັງຈາກນັ້ນຈະມີຄວາມສະຫງົບສຸກຢູ່ຫລາຍປີ
ພຣະເຈົ້າຢາເວໄດ້ສັ່ງການຕໍ່ເຈົ້າຊາວອັດຊີເຣຍດັ່ງນີ້: “ພວກເຈົ້າຈະບໍ່ມີເຊື້ອສາຍສືບຕໍ່ໃຫ້ຕະກຸນຂອງພວກເຈົ້າ. ເຮົາຈະທຳລາຍຮູບເຄົາຣົບທີ່ວິຫານຂອງບັນດາພະຂອງພວກເຈົ້າ. ເຮົາກຳລັງຕຽມຂຸມຝັງສົບໄວ້ສຳລັບພວກເຈົ້າ. ພວກເຈົ້າບໍ່ສົມຄວນທີ່ຈະມີຊີວິດຢູ່ຕໍ່ໄປ.”
ມີກາຖາມຄືນວ່າ, “ພວກທ່ານຖາມວ່າ ‘ມີເລື່ອງຫຍັງ?’ ໝາຍຄວາມວ່າຢ່າງໃດ? ພວກທ່ານເອົາປະໂຣຫິດແລະຮູບພະຊຶ່ງຂ້ອຍໄດ້ສ້າງນັ້ນໜີມາໝົດ ມີຫຍັງເຫຼືອໄວ້ໃຫ້ຂ້ອຍແດ່?”
ເມື່ອຊາວອາຊະໂດດຕື່ນຂຶ້ນມາໃນຕອນເຊົ້າໄດ້ເຫັນວ່າ ຮູບພະດາໂກນລົ້ມຂວໍ້າໜ້າລົງຕໍ່ໜ້າຫີບຂອງພຣະເຈົ້າຢາເວ. ສະນັ້ນ ພວກເຂົາຈຶ່ງຍົກເອົາຮູບພະນັ້ນໄປໄວ້ບ່ອນເກົ່າຄືນ.