Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 46:10 - ພຣະຄຳພີສັກສິ

10 ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.

Uka jalj uñjjattʼäta Copia luraña




ເອຊາຢາ 46:10
38 Jak'a apnaqawi uñst'ayäwi  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ພຣະອົງ​ບໍ່​ມີ​ວັນ​ປ່ຽນແປງ ຜູ້ໃດ​ນໍ​ຈະ​ປ່ຽນ​ພຣະອົງ​ໄດ້ ຫລື​ຢັບຢັ້ງ​ພຣະອົງ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ.


ພຣະເຈົ້າຢາເວ​ກະທຳ​ທຸກສິ່ງ​ຕາມ​ພຣະປະສົງ ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ທັງ​ໃນ​ທ້ອງ​ທະເລ​ເລິກ ແລະ​ທ່າມກາງ​ມະຫາສະໝຸດ​ອັນ​ກວ້າງໃຫຍ່​ຄືກັນ.


ແຕ່​ແຜນການ​ຂອງ​ພຣະເຈົ້າຢາເວ​ໝັ້ນຄົງ​ສະເໝີ​ມາ ຄວາມປະສົງ​ຂອງ​ພຣະອົງ​ກໍ​ດຳລົງ​ໄປ​ຕະຫລອດ.


ມະນຸດ​ວາງແຜນ​ໄວ້​ຫລາຍໆ​ຢ່າງ, ແຕ່​ພຣະປະສົງ​ຂອງ​ພຣະເຈົ້າຢາເວ​ຈະ​ດີເດັ່ນ​ກວ່າ.


ຄວາມ​ເຂົ້າໃຈ​ຄວາມ​ຫລັກແຫລມ​ແຖມ​ປັນຍາ ກໍ​ບໍ່ມີ​ຄຸນຄ່າ ຖ້າ​ພຣະເຈົ້າຢາເວ​ຕໍ່ສູ້​ເຂົາ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ໝົດ​ພາລະ​ທີ່​ເຮົາ​ກຳລັງ​ເຮັດ​ຕໍ່​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ເຮົາ​ຈະ​ລົງໂທດ​ກະສັດ​ແຫ່ງ​ອັດຊີເຣຍ ສຳລັບ​ການ​ອວດອົ່ງ ແລະ​ການ​ຈອງຫອງ​ທຸກປະການ​ຂອງ​ລາວ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ວ່າ: “ສິ່ງ​ທີ່​ເຮົາ​ໄດ້​ວາງແຜນ​ໄວ້ແລ້ວ​ຈະ​ຕ້ອງ​ເກີດຂຶ້ນ. ສິ່ງ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້ແລ້ວ ເຮົາ​ຈະ​ຕ້ອງ​ເຮັດ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ສັນລະເສີນ​ພຣະນາມ​ພຣະເຈົ້າ. ພຣະອົງ​ນັ້ນ​ໄດ້​ເຮັດ​ສິ່ງ​ອັດສະຈັນ​ນາໆ​ປະການ ພຣະອົງ​ເຮັດ​ຕາມ​ແຜນການ​ທີ່​ຊົງ​ໄດ້​ວາງ​ໄວ້.


ຖືກ​ແລ້ວ ຕົ້ນຫຍ້າ​ຫ່ຽວແຫ້ງ​ດອກໄມ້​ຫລ່າເຫລືອງ ແຕ່​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.”


ພຣະເຈົ້າຢາເວ​ອົງ​ຊົງ​ເປັນ​ກະສັດ ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: “ພະ​ຂອງ​ຊົນຊາດ​ຕ່າງໆ ຈົ່ງ​ສະເໜີ​ຄະດີ​ຂອງ​ພວກເຈົ້າ ຈົ່ງ​ນຳ​ຂໍ້​ໂຕ້ແຍ້ງ​ອັນ​ດີທີ່ສຸດ​ຂອງ​ພວກເຈົ້າ​ມາ​ກ່າວ


ຜູ້ໃດ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເຫດການ​ນີ້​ເກີດຂຶ້ນມາ? ຜູ້ໃດ​ໄດ້​ກຳນົດ​ກົດເກນ​ກົງລໍ້​ປະຫວັດສາດ? ເຮົາ​ຄື​ພຣະເຈົ້າຢາເວ​ຢູ່​ທີ່ນັ້ນ​ຕັ້ງແຕ່​ຕົ້ນມາ ແລະ​ຢູ່​ທີ່ນັ້ນ​ຈົນ​ຈົບສິ້ນ.


ເຮົາ​ເປັນ​ພຣະເຈົ້າ ເຮົາ​ເປັນ​ຢູ່ສືບໄປ ບໍ່ມີ​ຜູ້ໃດ​ປົບໜີ​ຈາກ​ຣິດອຳນາດ​ຂອງເຮົາ​ໄດ້. ມີ​ຜູ້ໃດ​ແດ່​ທີ່​ປ່ຽນແປງ​ເຫດການ​ຕ່າງໆ​ໄດ້​ນໍ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄປ​ບໍ່ມີ​ຜູ້ໃດ​ປ່ຽນແປງ​ໄດ້.”


ມີ​ຜູ້ໃດ​ອີກ​ແດ່​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ? ຜູ້ໃດ​ແດ່​ບອກ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ລ່ວງໜ້າ​ໄດ້ ຄື​ເຫດການ​ທັງໝົດ​ນັ້ນ​ທີ່​ໄດ້​ເກີດຂຶ້ນ​ມາ ຕັ້ງແຕ່​ປະຖົມມະການ​ເຖິງ​ອະວະສານ​ພຸ້ນ?


ຈົ່ງ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ທີ່​ສານ​ເບິ່ງດູ ຈົ່ງ​ໃຫ້​ຈຳເລີຍ​ປຶກສາ​ຊຶ່ງກັນແລະກັນ​ເບິ່ງ. ຜູ້ໃດ​ໄດ້​ກ່າວ​ລ່ວງໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນໍ? ບໍ່ແມ່ນ​ເຮົາ​ບໍ ອົງ​ທີ່​ເປັນ​ພຣະເຈົ້າຢາເວ? ຄື​ພຣະເຈົ້າ​ອົງ​ທີ່​ຊອບທຳ​ແລະ​ພຣະຜູ້ຊ່ວຍ; ນອກຈາກ​ເຮົາ​ບໍ່ມີ​ພຣະເຈົ້າ​ອື່ນໃດ​ອີກ​ແລ້ວ.


ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.


“ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


ສະນັ້ນ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ໄປ​ກໍ​ເຊັ່ນດຽວ​ກັນ ຄື​ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ໂດຍ​ສູນເປົ່າ ຈະ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງ​ແຜນການ ແລະ​ທຸກສິ່ງ​ທີ່​ເຮົາ​ໃຊ້​ໄປ​ເຮັດ​ນັ້ນ ຈະ​ເກີດຜົນ​ຈະເລີນ​ຂຶ້ນ.


ແຕ່​ມີ​ໜ້ອຍຄົນ​ເທົ່ານັ້ນ​ໃນ​ພວກເຈົ້າ ທີ່​ຈະ​ໜີ​ພົ້ນ​ຈາກ​ຄວາມຕາຍ ແລະ​ກັບຄືນ​ຈາກ​ເອຢິບ​ມາ​ສູ່​ດິນແດນ​ຢູດາຍ. ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ນັ້ນ​ກໍ​ຈະ​ຮູ້​ວ່າ ຄຳເວົ້າ​ຂອງ​ຜູ້ໃດ​ກາຍເປັນຈິງ ຂອງເຮົາ​ຫລື​ຂອງ​ພວກເຂົາ​ແທ້.’


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ມື້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ວັນ​ແຫ່ງ​ການ​ພິພາກສາ​ເອຟຣາອິມ​ຈະ​ມາເຖິງ ແລະ​ຊາດ​ອິດສະຣາເອນ​ກໍ​ຈະ​ຖືກ​ທຳລາຍ; ປະຊາຊົນ​ອິດສະຣາເອນ​ເອີຍ ເຫດການ​ນີ້​ຈະ​ເກີດຂຶ້ນ​ຢ່າງ​ແນ່ນອນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້ ຊົງ​ແຈ້ງ​ເຫດການ​ເຫຼົ່ານີ້​ໃຫ້​ຮູ້ ຕັ້ງແຕ່​ບູຮານນະການ​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນີ້ແຫລະ.”’


ແລ້ວ​ກໍ​ຈະ​ເປັນ​ດັ່ງນີ້ ຄື​ຖ້າ​ຜູ້​ທີ່​ບໍ່​ເຊື່ອຟັງ​ຜູ້ທຳນວາຍ ຜູ້ນັ້ນ​ກໍ​ຈະ​ຖືກ​ຕັດ​ຂາດ​ອອກ​ຈາກ​ປະຊາຊົນ​ຂອງ​ພຣະເຈົ້າ ແລະ​ຈະ​ຖືກ​ທຳລາຍ.’


ແຕ່​ຖ້າ​ສິ່ງ​ນັ້ນ​ມາ​ຈາກ​ພຣະເຈົ້າ ພວກເຈົ້າ​ກໍ​ຈະ​ທຳລາຍ​ພວກເຂົາ​ບໍ່ໄດ້ ພວກເຈົ້າ​ຈະ​ກັບ​ກາຍ​ມາ​ເປັນ​ຜູ້​ຕໍ່ສູ້​ພຣະເຈົ້າ.” ແລ້ວ​ພວກເຂົາ​ກໍ​ຍອມ​ຟັງ​ຄວາມ​ຂອງ​ຄາມາລິເອັນ.


ສະນັ້ນ ເມື່ອ​ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ ຈະ​ຊົງ​ໃຫ້​ຜູ້​ທີ່​ຈະ​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ​ນັ້ນ ຮູ້​ຄັກແນ່​ຕື່ມ​ຂຶ້ນ​ວ່າ ພຣະ​ປະສົງ​ຂອງ​ພຣະອົງ​ຈະ​ບໍ່​ປ່ຽນແປງ​ຈັກເທື່ອ ພຣະອົງ​ຈຶ່ງ​ຊົງ​ຢືນຢັນ​ພຣະສັນຍາ​ນັ້ນ​ດ້ວຍ​ຄຳ​ສາບານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka