Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 45:9 - ພຣະຄຳພີສັກສິ

9 ໝໍ້ດິນ​ຈະ​ກ້າ​ໂຕ້ແຍ້ງ​ກັບ​ຊ່າງ​ປັ້ນໝໍ້​ໄດ້​ບໍ? ໝໍ້ດິນ​ໜ່ວຍ​ໜຶ່ງ​ກໍ​ເປັນ​ດັ່ງ​ໝໍ້ດິນ​ໜ່ວຍ​ອື່ນໆ ດິນດາກ​ຖາມ​ຊ່າງ​ປັ້ນໝໍ້​ວ່າ​ເຮັດ​ຫຍັງ​ຢູ່​ໄດ້​ບໍ? ໝໍ້ດິນ​ຈົ່ມ​ໃຫ້​ຊ່າງ​ປັ້ນໝໍ້​ວ່າ​ບໍ່ໄດ້​ເລື່ອງ​ໄດ້​ບໍ່?

Uka jalj uñjjattʼäta Copia luraña




ເອຊາຢາ 45:9
22 Jak'a apnaqawi uñst'ayäwi  

ຈົ່ງ​ຈົດຈຳ​ວ່າ​ພຣະອົງ​ສ້າງ​ຂ້ານ້ອຍ​ແຕ່​ດິນ​ໜຽວ ພຣະອົງ​ຂ້ຽວ​ຢຽບ​ຂ້ານ້ອຍ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ອີກ​ຫລືນີ້?


ເປັນຫຍັງ​ເຈົ້າ​ຫາ​ເລື່ອງ​ໃສ່​ພຣະເຈົ້າ​ຢ່າງ​ນັ້ນ​ນໍ? ວ່າ​ພຣະອົງ​ບໍ່​ຕອບ​ຄຳ​ຮ້ອງທຸກ​ຂອງ​ຜູ້ໃດ​ທັງນັ້ນ?


ພຣະອົງ​ເອົາ​ສິ່ງ​ທີ່​ຊົງ​ຢາກໄດ້ ຜູ້ໃດ​ຢຸດຢັ້ງ​ໄດ້ນໍ; ບໍ່ມີ​ຜູ້ໃດ​ກ້າ​ຖາມ​ວ່າ, ‘ກຳລັງ​ເຮັດ​ຫຍັງ?’


ພຣະເຈົ້າ​ແສນ​ສະຫລາດ​ແລະ​ຊົງ​ຣິດອຳນາດ​ຍິ່ງ ບໍ່ມີ​ມະນຸດ​ຄົນໃດ​ສູ້​ຄະດີ​ກັບ​ພຣະອົງ​ໄດ້​ດອກ.


ຄວາມ​ເຂົ້າໃຈ​ຄວາມ​ຫລັກແຫລມ​ແຖມ​ປັນຍາ ກໍ​ບໍ່ມີ​ຄຸນຄ່າ ຖ້າ​ພຣະເຈົ້າຢາເວ​ຕໍ່ສູ້​ເຂົາ.


ເຫດການ​ທັງຫລາຍ​ທີ່​ເກີດຂຶ້ນ​ດຽວນີ້ ແມ່ນ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ແຕ່​ນານ ແລະ​ພວກເຮົາ​ທຸກຄົນ​ກໍ​ຮູ້​ວ່າ​ມະນຸດ ໂຕ້ຖຽງ​ກັບ​ຜູ້ໃດ​ຜູ້ໜຶ່ງ​ທີ່​ແຂງແຮງ​ກວ່າ​ຕົນ​ກໍ​ບໍ່ໄດ້.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂວານ​ສາມາດ​ອ້າງ​ວ່າ ມັນ​ຍິ່ງໃຫຍ່​ກວ່າ​ຜູ້ຈັບຂວານ​ໄດ້​ຫລື? ເລື່ອຍ​ສຳຄັນ​ກວ່າ​ຄົນ​ທີ່​ໃຊ້​ເລື່ອຍ​ຫລື? ໄມ້ຄ້ອນ​ບໍ່ໄດ້​ຍົກ​ຄົນ​ຂຶ້ນ ແຕ່​ຄົນ​ໄດ້​ຍົກ​ໄມ້ຄ້ອນ​ຂຶ້ນ.”


ພວກເຂົາ​ປ່ຽນ​ທຸກສິ່ງ​ຈາກ​ໜ້າມື​ເປັນ​ຫລັງ​ມື. ແມ່ນຫຍັງ​ສຳຄັນ​ກວ່າກັນ ຜູ້​ປັ້ນໝໍ້​ຫລື​ດິນດາກ? ສິ່ງ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ນັ້ນ​ເວົ້າ​ກັບ​ຜູ້​ສ້າງ​ໄດ້​ບໍ​ວ່າ, “ເຈົ້າ​ບໍ່ໄດ້​ສ້າງ​ຂ້ອຍ​ມາ​ໃດ!” ຫລື​ເວົ້າ​ກັບ​ຜູ້​ສ້າງ​ໄດ້​ບໍ​ວ່າ, “ເຈົ້າ​ບໍ່​ຮູ້​ດອກ​ວ່າ​ເຈົ້າ​ກຳລັງ​ເຮັດ​ຫຍັງ?”


ມີ​ຜູ້ໃດ​ແດ່​ກ້າ​ເວົ້າ​ໃຫ້​ພໍ່​ແມ່​ຂອງຕົນ​ວ່າ, “ເປັນຫຍັງ​ຈຶ່ງ​ສ້າງ​ລູກ​ໃຫ້​ເປັນ​ເຊັ່ນນີ້?”


ບໍ່ມີ​ຜູ້ໃດ​ທີ່​ພາວັນນາ​ອະທິຖານ​ຮ້ອງຫາ​ນາມຊື່​ຂອງ​ພຣະອົງ; ບໍ່ມີ​ຜູ້ໃດ​ໄປ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ. ພຣະອົງ​ໄດ້​ລີ້​ພຣະອົງ​ເອງ​ແລະ​ໄດ້​ປະຖິ້ມ ພວກ​ຂ້ານ້ອຍ ກໍ​ເພາະ​ການບາບ​ຂອງ​ພວກ​ຂ້ານ້ອຍ.


ແຕ່​ພຣະເຈົ້າຢາເວ​ເອີຍ ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ເປັນ​ດິນ​ໜຽວ​ແລະ​ພຣະອົງ​ເປັນ​ຊ່າງ​ປັ້ນ. ພຣະອົງ​ໄດ້​ສ້າງ​ພວກ​ຂ້ານ້ອຍ​ມາ


“ເຮົາ​ບໍ່ມີ​ສິດ​ທີ່​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ດັ່ງ​ຊ່າງ​ປັ້ນໝໍ້​ໄດ້​ເຮັດ​ກັບ​ດິນ​ໜຽວ​ນັ້ນ​ບໍ? ພຣະເຈົ້າຢາເວ​ກ່າວ​ວ່າ ດິນ​ໜຽວ​ຢູ່​ໃນ​ມື​ຂອງ​ຊ່າງ​ປັ້ນໝໍ້​ສັນໃດ ພວກເຈົ້າ​ກໍ​ຢູ່​ໃນ​ກຳມື​ຂອງເຮົາ​ສັນນັ້ນ.


ຈົ່ງ​ບອກ​ເຢໂຮຍອາກິມ​ກະສັດ​ແຫ່ງ​ຢູດາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, ເຈົ້າ​ໄດ້​ຈູດ​ໜັງສື​ມ້ວນ ແລະ​ຖາມ​ວ່າ ເປັນຫຍັງ​ເຈົ້າ​ຈຶ່ງ​ຂຽນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ຈະ​ມາ​ທຳລາຍ​ດິນແດນ​ນີ້​ພ້ອມ​ທັງ​ຂ້າ​ປະຊາຊົນ​ແລະ​ຝູງສັດ​ດ້ວຍ.’


ບາບີໂລນ​ເອີຍ ເຈົ້າ​ໄດ້​ຖືກ​ແຮ້ວ​ດັກຈັບ ຊຶ່ງ​ເຮົາ​ໄດ້​ວາງ​ໃສ່​ເຈົ້າ​ແລ້ວ ເຖິງ​ແມ່ນ​ເຈົ້າ​ບໍ່​ຮູ້​ກໍຕາມ ເພາະ​ເຈົ້າ​ໄດ້​ສູ້ຮົບ​ພຣະເຈົ້າຢາເວ.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ພວກເຮົາ​ຈະ​ຍຸຍົງ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ອິດສາ​ຊັ້ນບໍ? ພວກເຮົາ​ຄິດ​ວ່າ​ພວກເຮົາ​ມີ​ຣິດເດດ​ຫລາຍກວ່າ​ພຣະອົງ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka