7 ເຮົາໄດ້ສ້າງຄວາມສະຫວ່າງຂຶ້ນມາ ຄວາມມືດ ເຮົາກໍນິຣະມິດສ້າງຂຶ້ນດ້ວຍ; ເຮົານຳພອນ ແລະຄວາມພິນາດມາຄືກັນ ເຮົາຄືພຣະເຈົ້າຢາເວເຮັດທຸກສິ່ງເຫຼົ່ານີ້.
ເຈົ້າບໍ່ເຄີຍໄດ້ຍິນບໍວ່າ ເຮົາໄດ້ຕຽມແຜນການທັງໝົດນີ້ໄວ້ແຕ່ດົນແລ້ວ? ແລະດຽວນີ້ເຮົາກໍປະຕິບັດຕາມແຜນການນັ້ນ. ເຮົາໃຫ້ເຈົ້າມີອຳນາດເພື່ອທຳລາຍເມືອງທີ່ມີປ້ອມປ້ອງກັນອັນແໜ້ນໜາໃຫ້ເພພັງລົງເປັນກອງຫີນ.
ແຕ່ບັດນີ້ ຂ້ານ້ອຍຮູ້ຕະຫລອດເວລາທີ່ຜ່ານມາ ພຣະອົງວາງແຜນລັບ ດັບຊີວາຂ້ານ້ອຍຖິ້ມ.
ໂຢບຕອບວ່າ, “ເຈົ້າຢ່າເວົ້າແບບບໍ່ມີຄວາມຄິດຢ່າງນີ້ແມ ເມື່ອພຣະເຈົ້າໃຫ້ຂອງດີແກ່ເຮົາ ເຮົາກໍຮັບເອົາໄວ້. ເມື່ອພຣະອົງໃຫ້ຄວາມລຳບາກແກ່ເຮົາ ເຮົາຈະຈົ່ມທຸກໄດ້ຢ່າງໃດ?” ເຖິງແມ່ນໄດ້ຮັບຄວາມທົນທຸກທັງໝົດນີ້ກໍຕາມ ແຕ່ໂຢບກໍບໍ່ໄດ້ເວົ້າຫຍັງຕໍ່ສູ້ພຣະເຈົ້າເລີຍ.
ຖ້າພຣະເຈົ້າຕັດສິນໃຈບໍ່ເຮັດສິ່ງໜຶ່ງສິ່ງໃດ ກໍບໍ່ມີຜູ້ໃດຕິຕຽນວ່າກ່າວພຣະອົງໄດ້. ຖ້າພຣະອົງເຊື່ອງໜ້າ ມະນຸດກໍຂາດທີ່ເພິ່ງພາອາໄສ ແຕ່ພຣະອົງບັງຄັບທຸກຊາດ ແລະທຸກພາສາໄດ້.
ພຣະອົງໄດ້ສົ່ງຄວາມມືດມາສູ່ເອຢິບ ແຕ່ຊາວເອຢິບບໍ່ໄດ້ເຊື່ອຟັງ ຂໍ້ຄຳສັ່ງຂອງພຣະອົງ.
ພຣະເຈົ້າຢາເວໃຫ້ເຫື່ອແຮງແກ່ປະຊາຊົນຂອງພຣະອົງ ພຣະເຈົ້າຢາເວອວຍພອນປະຊາຊົນຂອງພຣະອົງໃຫ້ມີສັນຕິສຸກ.
ພຣະອົງໄດ້ສ້າງກາງເວັນແລະກາງຄືນ ດວງອາທິດແລະດວງເດືອນກໍໄດ້ຖືກຕັ້ງໄວ້.
ແຕ່ແມ່ນພຣະເຈົ້າເປັນຜູ້ຕັດສິນຄວາມໂດຍລົງໂທດ ໃສ່ບາງຄົນແລະປ່ອຍບາງຄົນໃຫ້ພົ້ນຜິດໄດ້.
ເມື່ອຂ້ານ້ອຍຫລຽວເບິ່ງຟ້າສະຫວັນທີ່ພຣະອົງໄດ້ສ້າງຂຶ້ນມາ ເດືອນດາວທີ່ພຣະອົງຕັ້ງໄວ້ໃນບ່ອນຂອງມັນນັ້ນ
ລະຫວ່າງຊາວເອຢິບແລະຊາວອິດສະຣາເອນ. ເສົາເມກນັ້ນໄດ້ເຮັດໃຫ້ດ້ານຂອງຊາວເອຢິບມືດ ແລະດ້ານຂອງຊາວອິດສະຣາເອນແຈ້ງ ເພື່ອສອງຝ່າຍຈະເຂົ້າປະເຊີນໜ້າກັນບໍ່ໄດ້. ເຫດການເປັນຢູ່ເຊັ່ນນີ້ຕະຫລອດຄືນ.
ພຣະອົງຮູ້ວ່າພຣະອົງກຳລັງເຮັດຫຍັງ ພຣະອົງສົ່ງໄພພິບັດມາ. ພຣະອົງຂົ່ມຂູ່ຈະລົງໂທດຄົນຊົ່ວແລະພວກທີ່ຄຸ້ມຄອງພວກເຂົາ.
ປະຊາຊົນຂອງເຮົາຜູ້ຕາບອດ ເຮົາຈະນຳພາ ໃຫ້ເດີນໄປຕາມທາງທີ່ພວກເຂົາບໍ່ເຄີຍທຽວຈັກເທື່ອ. ເຮົາຈະປ່ຽນມືດໃຫ້ເປັນແຈ້ງສຳລັບພວກເຂົາ ທີ່ຫລຸບທີ່ໂນນໃຫ້ເປັນທີ່ຮາບພຽງແລະອ່ອນນຸ້ມ. ສິ່ງເຫຼົ່ານີ້ແຫລະ ເປັນຄຳສັນຍາຂອງເຮົາ ເຮົາຈະຮັກສາສິ່ງນັ້ນໄວ້ຢ່າງແນ່ແທ້.
“ພຣະເຈົ້າຢາເວ ພຣະຜູ້ໄຖ່ຂອງເຈົ້າກ່າວວ່າ: ແມ່ນເຮົາທີ່ເປັນຜູ້ໄດ້ສ້າງເຈົ້າ ເຮົາຄືພຣະເຈົ້າຢາເວທີ່ສ້າງສັບພະທຸກສິ່ງທັງຫລາຍ ແມ່ນເຮົາແຕ່ຜູ້ດຽວທີ່ໄດ້ກາງຟ້າສະຫວັນອອກ. ເມື່ອເຮົາໄດ້ສ້າງແຜ່ນດິນໂລກຂຶ້ນມາ ບໍ່ມີຜູ້ໃດເລີຍທີ່ໄດ້ຊ່ວຍເຫລືອເຮົາ.
ໄພພິບັດອັນໃຫຍ່ນັ້ນມັນຈະມາຖືກເຈົ້າເດີ ບໍ່ມີເວດມົນຄາຖາໃດໆຈະຢັບຢັ້ງມັນໄວ້ໄດ້. ການຮົກຮ້າງເພພັງຈະມາຖືກເຈົ້າໃນທັນທີ ຄືການຮົກຮ້າງເພພັງທີ່ເຈົ້າບໍ່ຄາດຝັນມາກ່ອນ
ພຣະເຈົ້າຂອງຢາໂຄບ ບໍ່ຄືພະເຫຼົ່ານີ້ເລີຍ ຊົງເປັນຜູ້ສ້າງສັບພະທຸກສິ່ງໃນຈັກກະວານນີ້. ພຣະອົງໄດ້ເລືອກອິດສະຣາເອນໃຫ້ເປັນຂອງພຣະອົງ ນາມຊື່ຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
ຈົ່ງຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກ່ອນທີ່ພຣະອົງນຳຄວາມມືດໜາມາໃຫ້ ຕາມເທິງໜ່ວຍພູເຂົານັ້ນພວກເຈົ້າຕ່າງກໍຊູນສະດຸດ ກ່ອນແຈ້ງທີ່ພວກເຈົ້າຫວັງກາຍເປັນມືດ.
ພຣະເຈົ້າຢາເວກ່າວດັ່ງນີ້: ອົງໃຫ້ຕາເວັນສ່ອງແສງໃນກາງເວັນ ໃຫ້ເດືອນດາວສ່ອງແສງໃນກາງຄືນດ້ວຍ. ພຣະອົງເຮັດໃຫ້ທະເລຄຶກຄະນອງມີຟອງໃຫຍ່ຂຶ້ນ ພຣະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ບາບີໂລນ ເຈົ້າຄືຄ້ອນຕີຂອງເຮົາ ເປັນທັງອາວຸດທີ່ໃຊ້ໄວ້ເຮັດເສິກຂອງເຮົາດ້ວຍ. ເຮົາໄດ້ໃຊ້ເຈົ້າໃຫ້ຢຽບຢໍ່າຊົນຊາດທັງຫລາຍ ແລະທັງໃຫ້ທຳລາຍອານາຈັກທັງຫລາຍຖິ້ມ.
ບໍ່ວ່າດີຫລືຊົ່ວກໍບໍ່ຫ່ອນເກີດຂຶ້ນມາ ຖ້າພຣະອົງບໍ່ອະນຸຍາດໃຫ້ເກີດຂຶ້ນ.
ເຮົາຈະໃຫ້ແສງທັງໝົດໃນຟ້າສະຫວັນດັບໄປ ແລະໃຫ້ປະເທດຂອງເຈົ້າມືດມົນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ພຣະອົງເປີດເຜີຍສິ່ງເລິກລັບທັງຫລາຍ ຮູ້ທຸກຢ່າງທຸກແນວທີ່ຖືກປິດບັງໄວ້ ແມ່ນແຕ່ສິ່ງນີ້ຖືກປິດບັງໄວ້ໃນທີ່ມືດກໍຕາມ ແສງແຈ້ງໃສກໍອ້ອມຮອບພຣະອົງໄວ້ທຸກດ້ານ.
ວັນນັ້ນຈະມືດຄື້ມ ແລະມືດມົວຫລາຍ ເປັນວັນທີ່ມີເມກຕຶບ ແລະມືດໜາແທ້ໆ. ຝູງຕັກແຕນບຸກໜ້າເປັນກອງທັບອັນໃຫຍ່ ດັ່ງມືດກຳລັງແຜ່ອອກໄປທົ່ວໜ່ວຍພູເຂົາ. ບໍ່ເຄີຍມີຜູ້ໃດເຫັນສິ່ງນີ້ມາແຕ່ກ່ອນເລີຍ ແລະຈະບໍ່ມີຜູ້ໃດເຫັນເຊັ່ນນີ້ຕໍ່ໄປອີກ.
ສຽງແກບຸກໂຈມຕີດັງຂຶ້ນ ໂດຍບໍ່ໃຫ້ຊາວເມືອງແຕກຕື່ນໄດ້ຊັ້ນບໍ? ເປັນໄດ້ບໍທີ່ເມືອງໜຶ່ງຖືກໄພພິບັດ ໂດຍທີ່ພຣະເຈົ້າຢາເວບໍ່ໃຫ້ເກີດຂຶ້ນ?
ພຣະອົງໄດ້ສ້າງໜ່ວຍພູທັງຫລາຍ ແລະໄດ້ບັນດານໃຫ້ລົມພັດມາດ້ວຍ. ພຣະອົງໄດ້ໃຫ້ມະນຸດຮູ້ຄວາມຄິດຂອງພຣະອົງ ພຣະອົງປ່ຽນແປງກາງເວັນໃຫ້ເປັນກາງຄືນໄດ້. ພຣະອົງດຳເນີນການຢູ່ເໜືອແຜ່ນດິນໂລກເຮົາ ພຣະນາມຂອງພຣະອົງຄື ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
ຈົ່ງສະແຫວງຫາພຣະເຈົ້າຢາເວ ແລະພວກເຈົ້າກໍຈະມີຊີວິດຢູ່. ຖ້າບໍ່ຍອມ ພຣະອົງກໍຈະກຳຈັດປະຊາຊົນອິດສະຣາເອນດັ່ງໄຟທີ່ເຜົາຜານ. ໄຟນັ້ນຈະລຸກໄໝ້ຊາວເບັດເອນ ແລະບໍ່ມີຜູ້ໃດຈະມອດມັນໄດ້.
ດັ່ງນໍ້າມາກທີ່ໄຫລແຮງ ພຣະອົງທຳລາຍສັດຕູ ຂອງພຣະອົງໃຫ້ດັບສູນສິ້ນ; ພວກແຂງຂໍ້ຕໍ່ພຣະອົງນັ້ນກໍຕົກຖືກຄວາມຕາຍ ທັງຖືກສົ່ງລົງໄປສູ່ແດນມໍຣະນາພຸ້ນ.
ເພື່ອໃຫ້ສິ່ງສາລະພັດຕາມທີ່ພຣະຫັດ ແລະພຣະໄທຂອງພຣະອົງ ຊົງກຳນົດຕັ້ງແຕ່ກ່ອນມາແລ້ວນັ້ນເກີດຂຶ້ນ.
ເພາະພຣະເຈົ້າອົງທີ່ໄດ້ກ່າວວ່າ, “ໃຫ້ແສງແຈ້ງສ່ອງອອກຈາກຄວາມມືດ” ເປັນພຣະເຈົ້າອົງທີ່ສ່ອງແສງສະຫວ່າງເຂົ້າມາໃນຈິດໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກເຖິງສະຫງ່າຣາສີຂອງພຣະເຈົ້າ ຊຶ່ງສ່ອງແສງສະຫວ່າງໃນໃບໜ້າຂອງພຣະເຢຊູຄຣິດເຈົ້າ.
ຂອງປະທານອັນດີທຸກຢ່າງ ແລະຂອງຂວັນອັນດີເລີດທຸກຢ່າງ ຍ່ອມມາຈາກທາງເທິງ ແລະລົງມາຈາກພຣະບິດາເຈົ້າແຫ່ງບັນດາດວງສະຫວ່າງ. ໃນພຣະບິດາເຈົ້ານັ້ນ ບໍ່ມີການປ່ຽນແປງ ແລະບໍ່ມີເງົາເນື່ອງຈາກການຊົງໝູນວຽນ.
ພວກເຂົາເປັນດັ່ງຄື້ນຟອງນໍ້າອັນຮ້າຍແຮງໃນມະຫາສະໝຸດ ທີ່ພົ່ນການກະທຳອັນໜ້າລະອາຍຂອງຕົນອອກມາຄືດັ່ງປູມປວກ. ເປັນດັ່ງດາວລ່ອງລອຍນອກວົງໂຄຈອນ ທີ່ຊົງຈັດຕຽມບ່ອນໜຶ່ງໄວ້ຖ້າແລ້ວ ໃນຄວາມມືດອັນໜາຕຶບນິຣັນດອນ.
ຈົ່ງຈົດຈຳບັນດາເທວະດາ ທີ່ບໍ່ຢູ່ໃນຂອບເຂດແຫ່ງສິດອຳນາດຂອງຕົນ, ແຕ່ໄດ້ປະຖິ້ມບ່ອນຢູ່ອາໄສຂອງຕົນເອງ ພວກເຂົາໄດ້ຖືກປະໄວ້ໃນຄວາມມືດເບື້ອງລຸ່ມ, ຖືກລ່າມໂສ້ໄວ້ຕະຫລອດໄປສຳລັບວັນຍິ່ງໃຫຍ່ທີ່ຈະມີການຕັດສິນລົງໂທດ.