Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 45:21 - ພຣະຄຳພີສັກສິ

21 ຈົ່ງ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ທີ່​ສານ​ເບິ່ງດູ ຈົ່ງ​ໃຫ້​ຈຳເລີຍ​ປຶກສາ​ຊຶ່ງກັນແລະກັນ​ເບິ່ງ. ຜູ້ໃດ​ໄດ້​ກ່າວ​ລ່ວງໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນໍ? ບໍ່ແມ່ນ​ເຮົາ​ບໍ ອົງ​ທີ່​ເປັນ​ພຣະເຈົ້າຢາເວ? ຄື​ພຣະເຈົ້າ​ອົງ​ທີ່​ຊອບທຳ​ແລະ​ພຣະຜູ້ຊ່ວຍ; ນອກຈາກ​ເຮົາ​ບໍ່ມີ​ພຣະເຈົ້າ​ອື່ນໃດ​ອີກ​ແລ້ວ.

Uka jalj uñjjattʼäta Copia luraña




ເອຊາຢາ 45:21
33 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຮ້ອງເພງ​ກ່າວ​ເຖິງ​ການ​ໂມທະນາ​ຂອບພຣະຄຸນ ແລະ​ການກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ດ້ວຍ.


ຈົ່ງ​ໃຫ້​ພວກເຂົາ​ຮູ້​ວ່າ ພຣະອົງ​ຜູ້​ມີ​ນາມຊື່​ເປັນ​ພຣະເຈົ້າຢາເວ​ພຽງແຕ່​ອົງດຽວ ເປັນ​ຜູ້ປົກຄອງ​ສູງສຸດ​ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້.


ຈົ່ງ​ກ່າວ​ແກ່​ຊົນຊາດ​ທັງປວງ​ວ່າ, “ພຣະເຈົ້າຢາເວ​ເປັນ​ຈອມຣາຊາ ແຜ່ນດິນ​ໂລກ​ໄດ້​ຖືກ​ຕັ້ງ​ໄວ້​ຢູ່​ບ່ອນ​ເກົ່າ ຢ່າງ​ໝັ້ນຄົງ​ແລະ​ບໍ່​ຫວັ່ນໄຫວ. ພຣະອົງ​ຈະ​ຕັດສິນ​ປະຊາຊົນ​ທັງປວງ ດ້ວຍ​ຄວາມ​ຍຸດຕິທຳ.”


ສິ່ງ​ເຫຼົ່ານັ້ນ​ຈະ​ເປັນ​ໝາຍສຳຄັນ​ແລະ​ພະຍານ​ຝ່າຍ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ດຳລົງ​ຢູ່​ໃນ​ເອຢິບ. ເມື່ອ​ປະຊາຊົນ​ໃນ​ທີ່ນັ້ນ​ໄດ້​ຮັບ​ການກົດຂີ່ ແລະ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ພຣະອົງ​ຈະ​ສົ່ງ​ຄົນ​ໜຶ່ງ​ໄປ​ຊ່ວຍກູ້​ເອົາ​ພວກເຂົາ.


ຜູ້ໃດ​ໃນ​ພວກເຈົ້າ​ທຳນວາຍ​ວ່າ​ສິ່ງນີ້​ຈະ​ເກີດ​ມາ ເພື່ອ​ເຮົາ​ຈະ​ເວົ້າ​ໄດ້​ວ່າ​ພວກເຈົ້າ​ຄື​ຝ່າຍ​ຖືກຕ້ອງ? ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເວົ້າ​ເຖິງ​ເລື່ອງນີ້​ຈັກ​ຄຳໜຶ່ງ​ໄດ້​ເລີຍ ບໍ່ມີ​ຜູ້ໃດ​ໄດ້ຍິນ​ພວກເຈົ້າ​ເວົ້າ​ສິ່ງໃດ​ຈັກດີ້


ເຮົາ​ຜູ້ດຽວ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າຢາເວ​ເດີ ເຮົາ​ແຕ່​ຜູ້ດຽວ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເດີ ອົງ​ບໍຣິສຸດ​ຂອງ​ອິດສະຣາເອນ​ທີ່​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ. ເຮົາ​ຈະ​ໃຫ້​ປະເທດ​ເອຢິບ​ຍອມ​ປົດປ່ອຍ​ພວກເຈົ້າ​ເປັນ​ເສລີ ຈະ​ໃຫ້​ເອທີໂອເປຍ ແລະ​ເສບາ​ຍອມ​ດ້ວຍ.


ຈົ່ງ​ໝາຍເກາະ​ບັນດາ​ຊົນຊາດ​ໃຫ້​ມາ​ສູ້​ຄະດີ​ກັນ ມີ​ພະ​ຕົນໃດ​ໃນ​ພວກເຂົາ ທຳນວາຍ​ອະນາຄົດ​ໄດ້? ມີ​ພະ​ຕົນໃດ​ແດ່ ບອກ​ກ່ອນ​ເຖິງ​ສິ່ງ​ຈະ​ມີ​ມາ? ຂໍ​ໃຫ້​ພະ​ເຫຼົ່ານີ້​ນຳ​ພະຍານ​ຂອງ​ພວກເຂົາ​ມາ​ເບິ່ງ ເພື່ອ​ພິສູດ​ວ່າ​ຝ່າຍ​ຖືກຕ້ອງ​ເປັນ​ຂອງ​ພວກເຂົາ ເພື່ອ​ຢັ້ງຢືນ​ວ່າ​ຄຳ​ທີ່​ພວກເຂົາ​ເວົ້າ​ເປັນຈິງ​ແທ້ໆ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.


ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຈັກກະວານ ແມ່ນ​ພຣະອົງ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ໄດ້​ຈັດ​ຮູບຮ່າງ​ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ໄດ້​ເຮັດ​ໃຫ້​ໂລກ​ໝັ້ນຄົງ ແລະ​ຢັ້ງຢືນ​ຄົງຢູ່​ໄດ້. ພຣະອົງ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ເປົ່າຮ້າງ​ຫວ່າງຄົນ ແຕ່​ເປັນ​ບ່ອນ​ທີ່​ມະນຸດ​ເຮົາ​ພັກພາ​ອາໄສ​ຢູ່ ພຣະເຈົ້າ​ລັ່ນປາກ​ກ່າວ​ໄຂ​ວາຈາ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ອື່ນ​ບໍ່ມີ.


ເຊື້ອສາຍ​ອິດສະຣາເອນ​ທັງໝົດ​ຈະ​ຕັ້ງ​ຢູ່​ໃນ​ຄວາມມີໄຊ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ໃນ​ພຣະເຈົ້າຢາເວ.”


ເຮົາ​ຄື​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອົງ​ອື່ນໃດ ເຈົ້າ​ບໍ່​ຮູ້​ເຮົາ ແຕ່​ເຮົາ​ກໍ​ຈະ​ໃຫ້​ກຳລັງ​ແກ່​ເຈົ້າ.


“ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.


ບັນດາ​ຊົນຊາດ​ທັງ​ກະສັດ​ຈະ​ເອົາໃຈໃສ່​ເຈົ້າ ເໝືອນ​ດັ່ງ​ແມ່​ຜູ້ໜຶ່ງ​ລ້ຽງ​ລູກ​ຂອງຕົນ​ນັ້ນ. ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ເປັນຜູ້ຊ່ວຍ​ຂອງເຈົ້າ. ແລະ​ເປັນ​ຜູ້ໄຖ່ໂທດ​ຂອງເຈົ້າ ຄື​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.


ແມ່ນ​ຜູ້ໃດ​ນໍ ທີ່​ກຳລັງ​ມາ​ຈາກ​ເມືອງ​ໂບຊະຣາ​ໃນ​ເອໂດມ? ແມ່ນ​ຜູ້ໃດ​ນໍ​ທີ່​ນຸ່ງ​ເຄື່ອງ​ສີແດງ​ສະຫງ່າງາມ ໂດຍ​ຍ່າງ ດ້ວຍ​ທ່າທາງ​ທີ່​ຊົງ​ຣິດອຳນາດ​ແລະ​ຊົງ​ກຳລັງ​ວັງຊາ? “ນີ້​ແມ່ນ​ເຮົາເອງ ກຳລັງ​ຮ້ອງ​ປະກາດ​ດ້ວຍ​ຄວາມຊອບທຳ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຊ່ວຍ​ໃຫ້​ພົ້ນໄດ້.”


“ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ແຕ່​ເຮົາ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຈົ້າ​ບໍ່ມີ​ພຣະເຈົ້າ​ອົງອື່ນ​ນອກຈາກ​ເຮົາ. ເຮົາ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ອົງດຽວ​ຂອງ​ພວກເຈົ້າ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ພວກເຈົ້າ​ໄດ້​ມີໄຊ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ ພຣະອົງ​ຈະ​ເປັນ​ສຸກໃຈ​ຍ້ອນ​ພວກເຈົ້າ​ທັງຫລາຍ ໃນ​ຄວາມຮັກ​ນັ້ນ​ຈະ​ຊົງ​ໃຫ້​ຊີວິດ​ໃໝ່​ແກ່​ພວກເຈົ້າ. ພຣະອົງ​ຈະ​ຂັບຮ້ອງ​ດີໃຈ​ເໜືອ​ພວກເຈົ້າ​ທັງຫລາຍ


ແຕ່​ພຣະເຈົ້າຢາເວ​ຍັງ​ສະຖິດ​ຢູ່​ໃນ​ເມືອງນີ້ ພຣະອົງ​ເຮັດ​ຖືກຕ້ອງ ແລະ​ບໍ່​ເຮັດ​ຜິດ​ຈັກເທື່ອ. ທຸກໆເຊົ້າ​ພຣະອົງ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ​ບໍ່ໄດ້​ຂາດ. ແຕ່​ເຖິງ​ປານ​ນັ້ນ ຄົນ​ອະທຳ​ໃນ​ທີ່ນັ້ນ​ກໍ​ຍັງ​ສືບຕໍ່​ເຮັດ​ຜິດ ແລະ​ບໍ່​ລະອາຍ​ໃຈ.


ທັງ​ຈະ​ບໍ່ມີ​ມືດ​ອີກ​ດ້ວຍ. ຈະ​ມີ​ແຕ່​ແສງ​ສະຫວ່າງ​ແມ່ນແຕ່​ຕອນ​ກາງຄືນ​ກໍດີ. ມີ​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ​ທີ່​ຮູ້ຈັກ ເມື່ອ​ເຫດການ​ນີ້​ຈະ​ເກີດຂຶ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເປັນ​ກະສັດ ປົກຄອງ​ແຜ່ນດິນ​ໂລກ​ນີ້​ທັງໝົດ; ໃນວັນນັ້ນ ຈະ​ມີ​ພຣະເຈົ້າຢາເວ​ແຕ່​ອົງດຽວ ແລະ​ມີ​ນາມຊື່​ຂອງ​ພຣະອົງ​ແຕ່​ນາມດຽວ​ເທົ່ານັ້ນ.


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້ ຊົງ​ແຈ້ງ​ເຫດການ​ເຫຼົ່ານີ້​ໃຫ້​ຮູ້ ຕັ້ງແຕ່​ບູຮານນະການ​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນີ້ແຫລະ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka