Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 45:13 - ພຣະຄຳພີສັກສິ

13 ເຮົາ​ເອງ​ໄດ້​ປຸກປັ່ນ​ໄຊຣັດ​ໃຫ້​ດຳເນີນການ ເພື່ອ​ສຳເລັດ​ເປົ້າໝາຍ ແລະ​ຈັດ​ໃຫ້​ຖືກຕ້ອງ. ເຮົາ​ຈະ​ເຮັດ​ທາງ​ທຸກ​ເສັ້ນ​ທີ່​ລາວ​ເດີນ​ໄປ​ໃຫ້​ຊື່ ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ຄື​ເມືອງ​ຂອງເຮົາ ແລະ​ຈະ​ປ່ອຍ​ຄົນ​ຂອງເຮົາ​ທີ່​ຖືກ​ຈັບ​ໃຫ້​ເປັນ​ເສລີ ບໍ່ມີ​ຜູ້ໃດ​ຈ້າງ​ໃຫ້​ເຮັດ ຫລື​ຈອບອອຍ​ລາວ​ດ້ວຍ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເລື່ອງ​ທັງໝົດ​ເຫຼົ່ານີ້​ໄວ້.

Uka jalj uñjjattʼäta Copia luraña




ເອຊາຢາ 45:13
19 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກທ່ານ ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພວກທ່ານ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ຄື​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ສະຖິດ​ໃນ​ນະຄອນ​ເຢຣູຊາເລັມ.


ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ ພຣະອົງ​ຕອບ​ພວກ​ຂ້ານ້ອຍ​ໂດຍ​ໃຫ້​ຄວາມ​ມີໄຊ ແລະ​ຊ່ວຍເຫລືອ​ໂດຍ​ການ​ອັດສະຈັນ​ຕ່າງໆ. ປະຊາຊົນ​ທົ່ວ​ໂລກ​ແລະ​ທີ່​ຟາກ​ນໍ້າ​ທີ່​ຫ່າງ​ໄກ ກໍ​ພາ​ກັນ​ເຊື່ອວາງໃຈ​ໃນ​ພຣະອົງ.


ຈົ່ງ​ລະນຶກເຖິງ​ພຣະເຈົ້າ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ ແລະ​ພຣະອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນທາງ​ອັນ​ຖືກຕ້ອງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ປຸກ​ປັ່ນ​ຊາວ​ເມເດັດ ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ພວກເຂົາ​ບໍ່​ວົນ​ນຳ​ເງິນ ແລະ​ບໍ່​ໄຝ່ຝັນ​ນຳ​ຄຳ.


ຄົນນີ້​ບໍ່ແມ່ນ​ຜູ້​ທີ່​ໄດ້​ທຳລາຍ​ເມືອງ​ທັງຫລາຍ ແລະ​ເຮັດ​ໃຫ້​ໂລກ​ເປັນ​ທີ່​ຮົກຮ້າງ​ຫວ່າງຄົນ​ນັ້ນບໍ? ຄົນນີ້​ບໍ່ແມ່ນ​ຜູ້​ທີ່​ກັກ​ຊະເລີຍເສິກ​ໄວ້ ຫລື​ຜູ້​ທີ່​ບໍ່​ຍິນຍອມ​ປ່ອຍ​ໃຫ້​ພວກເຂົາ​ກັບຄືນ​ເມືອ​ນັ້ນບໍ?”


“ຜູ້ໃດ​ນຳ​ນັກ​ປາບປາມ​ຜູ້ໜຶ່ງ ມາ​ແຕ່​ທິດ​ຕາເວັນອອກ​ເດ ແລະ​ເຮັດ​ໃຫ້​ລາວ​ມີໄຊ​ໃນ​ທຸກບ່ອນ​ທີ່​ລາວ​ໄປ​ນັ້ນ? ຜູ້ໃດ​ໃຫ້​ລາວ​ໄຊຊະນະ​ກະສັດ ແລະ​ຊົນຊາດ​ທັງຫລາຍ? ດາບ​ຂອງ​ລາວ​ຟັນ​ພວກເຂົາ​ລົງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ທັງສິ້ນ. ລູກທະນູ​ຂອງ​ລາວ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ເໝືອນດັ່ງ​ເຟືອງ​ທີ່​ຖືກ​ລົມ​ພັດ​ປິວ​ໄປ​ຈົນ​ໝົດສິ້ນ.


ເຮົາ​ໄດ້​ເລືອກ​ຄົນ​ໜຶ່ງ​ຢູ່​ທິດ​ຕາເວັນອອກ​ມາ ຈະ​ໃຫ້​ລາວ​ໂຈມຕີ​ມາ​ແຕ່​ທາງ​ທິດເໜືອ​ພຸ້ນ. ລາວ​ຈະ​ຢຽບຢໍ່າ​ພວກ​ຜູ້ປົກຄອງ​ດັ່ງ​ຢຽບ​ຂີ້ຕົມ ດັ່ງ​ຊ່າງ​ເຮັດ​ໝໍ້ດິນ​ຢຽບຢໍ່າ​ດິນດາກ.


“ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ໄດ້ເອີ້ນ​ເຈົ້າ​ຕາມ​ແຜນການ ອັນ​ສັດຊື່​ຂອງເຮົາ​ທີ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ໂລກ. ໂດຍ​ທາງ​ເຈົ້າ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ທຸກຄົນ ແລະ​ເຮົາ​ຈະ​ໃຫ້​ແສງແຈ້ງ​ແກ່​ຊາວ​ໂລກ.


ເຮົາ​ສັ່ງ​ໄຊຣັດ​ວ່າ, ‘ເຈົ້າ​ຄື​ຜູ້​ທີ່​ຈະ​ປົກຄອງ​ໃຫ້​ເຮົາ ເຈົ້າ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ເທົ່ານັ້ນ: ເຈົ້າ​ຈະ​ສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຮາກຖານ​ພຣະວິຫານ​ກໍ​ຈະ​ຖືກ​ວາງ​ໄວ້​ຄືກັນ.”’


“ເຮົາ​ເອງ​ຈະ​ຕຽມ​ທາງ​ເດີນ​ໃຫ້​ເຈົ້າ​ໃດ ໂດຍ​ເຮັດ​ໃຫ້​ພູ ແລະ​ເນີນພູ​ຮາບພຽງ​ກັນ​ໄວ້. ເຮົາ​ຈະ​ພັງ​ປະຕູ​ທອງສຳຣິດ​ໃຫ້​ໝຸ່ນ​ທະລາຍ ທຸບ​ທ່ອນເຫລັກ​ໄລປະຕູ​ເມືອງ​ໃຫ້​ຫັກ​ໝົດສິ້ນ.


ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.


ພຣະເຈົ້າຢາເວ ໂຕ້ຕອບ​ກ່າວ​ຄືນ​ໄປ​ວ່າ, “ເຫດການ​ດັ່ງ​ທີ່​ໄດ້​ກ່າວ ກຳລັງ​ຈະ​ເກີດຂຶ້ນ. ຊະເລີຍ​ຂອງ​ທະຫານ​ນັ້ນ​ຈະ​ຖືກ​ຈັບ​ເອົາ​ໄປ ເຄື່ອງ​ທີ່​ນັກ​ກົດຂີ່​ໄດ້​ປຸ້ນມາ​ກໍ​ຈະ​ຖືກ​ຢຶດ​ດ້ວຍ. ເຮົາ​ຈະ​ສູ້ຮົບ​ທຸກຄົນ​ທີ່​ຕໍ່ສູ້​ກັບ​ເຈົ້າ ເຮົາ​ຈະ​ຊ່ວຍ​ເອົາ​ລູກຫລານ​ຂອງເຈົ້າ​ໃຫ້ພົ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, ບັດນີ້ ໃນ​ບາບີໂລນ​ແມ່ນ​ສິ່ງ​ດຽວກັນ​ນັ້ນ ທີ່​ໄດ້​ເກີດຂຶ້ນ​ອີກ ຄື​ພວກເຈົ້າ​ໄດ້​ຖືກ​ຈັບ​ໄປ ແລະ​ບໍ່ໄດ້​ຈ່າຍ​ຫຍັງ​ໃຫ້​ພວກເຈົ້າ. ພຣະເຈົ້າຢາເວ​ກ່າວ​ວ່າ, ຜູ້​ທີ່​ປົກຄອງ​ເໜືອ​ພວກເຈົ້າ​ເວົ້າ​ໂມ້​ທັງ​ໂອ້ອວດ ແລະ​ດູຖູກ​ຫຍໍ້ຫຍັນ​ເຮົາ​ຢູ່​ເປັນ​ປະຈຳ.


ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ບິດຕົວ​ຮ້ອງ​ຄວນຄາງ ດັ່ງ​ຍິງ​ທີ່​ກຳລັງ​ອອກລູກ​ສາ ເພາະວ່າ​ບັດນີ້​ພວກເຈົ້າ​ຈະ​ຕ້ອງ​ໜີ​ຈາກ​ເມືອງ​ນີ້​ໄປ​ອາໄສ​ຢູ່​ໃນ​ທົ່ງນາ. ພວກເຈົ້າ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ບາບີໂລນ, ແຕ່​ຢູ່​ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ພວກ​ສັດຕູ​ຂອງເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka