Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 45:12 - ພຣະຄຳພີສັກສິ

12 ແມ່ນ​ເຮົາ​ທີ່​ໄດ້​ນິຣະມິດ​ສ້າງ​ໂລກນີ້​ຂຶ້ນ​ມາ ໄດ້​ສ້າງ​ມະນຸດ​ທຸກຄົນ​ໃຫ້​ອາໄສ​ຢູ່​ໃນ​ທີ່ນັ້ນ. ເຮົາ​ໄດ້​ກາງ​ຟ້າ​ສະຫວັນ​ດ້ວຍ​ຣິດອຳນາດ​ຂອງເຮົາ ຄວບຄຸມ​ຕາເວັນ ເດືອນ ແລະ​ດາວ​ດ້ວຍ.

Uka jalj uñjjattʼäta Copia luraña




ເອຊາຢາ 45:12
22 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຈັກກະວານ​ແລະ​ແຜ່ນດິນ​ໂລກ ກັບ​ສັບພະ​ທຸກສິ່ງ​ທັງໝົດ​ທີ່​ມີ​ຢູ່​ໃນ​ນັ້ນ​ກໍ​ສຳເລັດ​ເສັດສິ້ນ.


“ຕໍ່ໄປນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ ຈັກກະພັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ໃຫ້​ຂ້າພະເຈົ້າ​ປົກຄອງ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ ແລະ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ສ້າງ​ວິຫານ​ຫລັງ​ໜຶ່ງ​ຂຶ້ນ​ໃຫ້​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ຢູດາຍ.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ພາວັນນາ​ອະທິຖານ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເທົ່ານັ້ນ ພຣະອົງ​ເທົ່ານັ້ນ; ພຣະອົງ​ໄດ້​ຊົງສ້າງ​ສະຫວັນ, ຟ້າ​ສະຫວັນ​ທີ່​ສູງສຸດ ພ້ອມທັງ​ບໍລິວານ​ຂອງ​ຟ້າ​ສະຫວັນ​ທຸກຢ່າງ​ທັງໝົດ, ແຜ່ນດິນ​ໂລກ​ກັບ​ທະເລ ແລະ​ທຸກໆສິ່ງ​ທີ່​ຢູ່​ໃນ​ນັ້ນ; ພຣະອົງ​ຊົງ​ພິທັກ​ຮັກສາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ ທຸກສິ່ງ​ໃນ​ສະຫວັນ​ກໍ​ນະມັດສະການ​ພຣະອົງ.


ເຈົ້າ​ຊ່ວຍ​ພຣະເຈົ້າ​ພື​ທ້ອງຟ້າ​ອອກ​ໄດ້​ບໍ? ເຮັດ​ໃຫ້​ແຂງຈັດ​ດັ່ງ​ໂລຫະ​ຖືກ​ຂັດ​ໃຫ້​ເຫລື້ອມ?


ພຣະອົງ​ດຳລົງ​ຢູ່​ສືບໆໄປ. ພຣະອົງ​ສ້າງ​ແຜ່ນດິນ​ໂລກ​ແຕ່​ດົນນານ​ແລ້ວ ແລະ​ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ ​ດ້ວຍ​ມື​ຂອງ​ພຣະອົງ​ເອງ.


ພຣະອົງ​ຫຸ້ມຫໍ່​ພຣະອົງ​ເອງ​ດ້ວຍ​ແສງ​ຣັດສະໝີ ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າເຕັນ.


“ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ທີ່​ເທິງ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ອານາຈັກ​ທັງໝົດ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້. ພຣະອົງ​ເປັນ​ຜູ້​ໄດ້ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ຜູ້ໃດ​ແທກ​ມະຫາສະໝຸດ​ໄດ້​ດ້ວຍ​ອົ້ງມື​ຕົນ ຫລື​ໃຊ້​ຝາມື​ຕົນ​ແທກ​ລວງຍາວ​ຂອງ​ຟ້າ​ສະຫວັນ​ໄດ້? ຜູ້ໃດ​ເອົາ​ຂີ້ດິນ​ໃນ​ໂລກນີ້​ໄດ້​ໃສ່​ເຄື່ອງ​ຜອງ​ຕວງເບິ່ງ ຫລື​ຊັ່ງ​ພູເຂົາ ແລະ​ເນີນພູ ເພື່ອ​ຢາກ​ຮູ້​ວ່າ​ໜັກ​ເທົ່າໃດ?


ພຣະອົງ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ພຣະອົງ ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ແລະ​ຢູ່​ເທິງ​ທ້ອງຟ້າ; ພຣະອົງ​ໄດ້​ສ້າງ​ໂລກນີ້​ດ້ວຍ​ສີມື​ຂອງ​ພຣະອົງ​ເອງ ພຣະອົງ​ຫລຽວເຫັນ​ມະນຸດ​ຄື​ໂຕ​ຕັກແຕນ​ຢູ່​ເທິງ​ໂລກ. ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າກັ້ງ​ອອກ​ມາ ດັ່ງ​ຄົນ​ກາງ​ຜ້າເຕັນ​ເພື່ອ​ຈະ​ອາໄສ​ຢູ່.


ຈົ່ງ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ເວຫາ​ເບິ່ງດູ ຜູ້ໃດ​ສ້າງ​ໝູ່​ດວງດາວ​ທີ່​ທ່ານ​ເຫັນ​ຢູ່​ນັ້ນ? ຜູ້​ທີ່​ນຳ​ດວງດາວ​ມາ​ໄວ້​ດັ່ງ​ກອງທັບ​ທະຫານ ຮູ້ຈັກ​ຈຳນວນ​ແລະ​ເອີ້ນ​ຊື່​ດາວ​ແຕ່ລະ​ດວງ​ໄດ້ ຣິດອຳນາດ​ຂອງ​ພຣະອົງ​ຍິ່ງໃຫຍ່​ເຫລືອຫລາຍ ຈົນ​ບໍ່ມີ​ດາວ​ດວງໃດ​ຂາດຫາຍ​ໄປ​ຈັກດວງ.


ພວກເຈົ້າ​ຕັ້ງ​ບໍ່​ຮູ້ ພວກເຈົ້າ​ບໍ່ໄດ້ຍິນ​ບໍ? ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ເປັນ​ຢູ່​ສືບໄປ​ເປັນນິດ; ພຣະອົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ຢູ່​ໃນ​ໂລກ​ເຮົາ ພຣະອົງ​ບໍ່ເຄີຍ​ກ່າວ​ວ່າ​ພຣະອົງ​ອ່ອນແຮງ​ຈັກເທື່ອ ຫລື​ພຣະອົງ​ອິດເມື່ອຍ​ແຕ່​ປະການ​ໃດ​ເລີຍ ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້.


ພຣະເຈົ້າ, ພຣະເຈົ້າຢາເວ, ຜູ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ ແລະ​ກາງ​ອອກ​ມາ ອອກແບບ​ແຜ່ນດິນ​ໂລກ ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ; ພຣະອົງ​ໃຫ້​ຊີວິດ​ແລະ​ລົມຫາຍໃຈ​ແກ່​ທຸກຄົນ ພຣະອົງ​ກ່າວ​ດັ່ງນີ້:


“ພຣະເຈົ້າຢາເວ ພຣະຜູ້​ໄຖ່​ຂອງເຈົ້າ​ກ່າວວ່າ: ແມ່ນ​ເຮົາ​ທີ່​ເປັນ​ຜູ້​ໄດ້ສ້າງ​ເຈົ້າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ສ້າງ​ສັບພະທຸກສິ່ງ​ທັງຫລາຍ ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ໄດ້​ກາງ​ຟ້າ​ສະຫວັນ​ອອກ. ເມື່ອ​ເຮົາ​ໄດ້ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ໄດ້​ຊ່ວຍເຫລືອ​ເຮົາ.


ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຈັກກະວານ ແມ່ນ​ພຣະອົງ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ໄດ້​ຈັດ​ຮູບຮ່າງ​ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ໄດ້​ເຮັດ​ໃຫ້​ໂລກ​ໝັ້ນຄົງ ແລະ​ຢັ້ງຢືນ​ຄົງຢູ່​ໄດ້. ພຣະອົງ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ເປົ່າຮ້າງ​ຫວ່າງຄົນ ແຕ່​ເປັນ​ບ່ອນ​ທີ່​ມະນຸດ​ເຮົາ​ພັກພາ​ອາໄສ​ຢູ່ ພຣະເຈົ້າ​ລັ່ນປາກ​ກ່າວ​ໄຂ​ວາຈາ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ອື່ນ​ບໍ່ມີ.


ມື​ເຮົາ​ທີ່​ໄດ້​ສ້າງ​ຮາກຖານ​ແຜ່ນດິນ​ໂລກ ແລະ​ທັງ​ໄດ້​ກາງ​ຟ້າ​ສະຫວັນ​ອອກ​ດ້ວຍ. ເມື່ອ​ເຮົາ​ເອີ້ນ​ພວກມັນ​ມາ​ຫາ, ພວກມັນ​ກໍ​ມາ​ສະເໜີ​ຕົວ​ໃນ​ທັນທີ​ທັນໃດ​ໂລດ.”


ພວກເຈົ້າ​ລືມໄລ​ພຣະເຈົ້າຢາເວ​ຜູ້​ສ້າງ​ເຈົ້າ​ແລ້ວ​ບໍ? ຜູ້​ໄດ້​ກາງ​ຈັກກະວານ ​ທັງ​ວາງ​ຮາກຖານ​ແຜ່ນດິນ​ໂລກ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຊ້​ຊີວິດ​ດ້ວຍ​ຄວາມຢ້ານ​ເປັນ​ປະຈຳ? ໂດຍ​ຢ້ານ​ພວກ​ທີ່​ກົດຂີ່​ພວກເຈົ້າ​ຢ່າງ​ໂຫດຮ້າຍ ຄື​ພວກ​ທີ່​ພ້ອມ​ຈະ​ທຳລາຍ​ພວກເຈົ້າ​ທຸກ​ເວລາ? ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ​ແຕະຕ້ອງ​ພວກເຈົ້າ​ບໍ່ໄດ້.


“ເຮົາ​ໄດ້​ສ້າງ​ໂລກ, ມະນຸດສະໂລກ ແລະ​ສັດ​ທັງປວງ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້ ດ້ວຍ​ຣິດອຳນາດ​ແລະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງເຮົາ; ເຮົາ​ຈະ​ມອບ​ຣິດອຳນາດ​ນັ້ນ​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຮົາ​ເລືອກເອົາ​ກໍໄດ້.


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສ້າງ​ຈັກກະວານ ແລະ​ແຜ່ນດິນ​ໂລກ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ; ບໍ່ມີ​ສິ່ງໃດ​ເລີຍ​ຍາກ​ສຳລັບ​ພຣະອົງ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ເຖິງ​ຊາດ​ອິດສະຣາເອນ: ພຣະເຈົ້າຢາເວ​ອົງ​ໄດ້​ກາງ​ຈັກກະວານ​ອອກ ໄດ້​ນິຣະມິດ​ສ້າງ​ແຜ່ນດິນ​ໂລກ ແລະ​ໄດ້​ໃຫ້​ຊີວິດ​ແກ່​ມວນ​ມະນຸດ. ພຣະອົງ​ກ່າວ​ວ່າ,


ຈົ່ງ​ຄົ້ນ​ເບິ່ງ​ໃນ​ອະດີດ ເວລາ​ກ່ອນ​ພວກເຈົ້າ​ເກີດ​ມາ ຕະຫລອດ​ທັງ​ຢ້ອນ​ກັບຄືນ​ໄປ​ຫາ​ເວລາ ເມື່ອ​ພຣະເຈົ້າ​ໄດ້ສ້າງ​ມະນຸດ​ເທິງ​ແຜ່ນດິນ​ໂລກ. ຈົ່ງ​ຄົ້ນ​ເບິ່ງ​ແຜ່ນດິນ​ໂລກ​ທັງໝົດ​ນີ້​ເບິ່ງດູ ມີ​ສິ່ງໃດ​ທີ່​ຍິ່ງໃຫຍ່​ກວ່າ ທີ່​ເຄີຍ​ເກີດຂຶ້ນ​ມາ​ກ່ອນ​ແດ່? ມີ​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຄີຍ​ໄດ້ຍິນ​ເລື່ອງ​ຢ່າງ​ນີ້​ຫລື​ບໍ່?


ແມ່ນ​ໂດຍ​ຄວາມເຊື່ອ​ແບບ​ນີ້ ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ໂລກ​ຈັກກະວານ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະທຳ​ຂອງ​ພຣະເຈົ້າ. ດັ່ງນັ້ນ ສິ່ງ​ທີ່​ຕາ​ເຫັນ​ຢູ່​ກໍ​ເປັນ​ມາ​ຈາກ​ສິ່ງ​ທີ່​ບໍ່​ປາກົດ​ໃຫ້​ເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka