ເອຊາຢາ 45:1 - ພຣະຄຳພີສັກສິ1 ພຣະເຈົ້າຢາເວໄດ້ກ່າວກັບຜູ້ທີ່ພຣະອົງຊົງເຈີມໄວ້ຄືໄຊຣັດໃຫ້ເປັນກະສັດ ຜູ້ຊຶ່ງພຣະອົງໄດ້ຈັບມືຂວາໄວ້ເພື່ອໃຫ້ປາບບັນດາຊົນຊາດຕໍ່ໜ້າທ່ານ; ພຣະອົງສົ່ງເພິ່ນມາເພື່ອຖອດຕຳແໜ່ງກະສັດ ຈາກອຳນາດທີ່ພວກເຂົາມີສຳລັບການປົກຄອງນັ້ນ; ໃຫ້ເປີດປະຕູຕໍ່ໜ້າທ່ານ ແລະບໍ່ໃຫ້ປະຕູເມືອງປິດກ່າວດັ່ງນີ້ວ່າ: Uka jalj uñjjattʼäta |
“ຜູ້ໃດນຳນັກປາບປາມຜູ້ໜຶ່ງ ມາແຕ່ທິດຕາເວັນອອກເດ ແລະເຮັດໃຫ້ລາວມີໄຊໃນທຸກບ່ອນທີ່ລາວໄປນັ້ນ? ຜູ້ໃດໃຫ້ລາວໄຊຊະນະກະສັດ ແລະຊົນຊາດທັງຫລາຍ? ດາບຂອງລາວຟັນພວກເຂົາລົງໃຫ້ເປັນຂີ້ຝຸ່ນດິນທັງສິ້ນ. ລູກທະນູຂອງລາວເຮັດໃຫ້ພວກເຂົາກະຈັດກະຈາຍໄປ ເໝືອນດັ່ງເຟືອງທີ່ຖືກລົມພັດປິວໄປຈົນໝົດສິ້ນ.
ແລ້ວໃຫ້ບອກພວກເຂົາວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ ເຮົາຈະນຳພາກະສັດເນບູກາດເນັດຊາແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາມາບ່ອນນີ້ ແລະລາວ ຈະຕັ້ງບັນລັງຂອງລາວເທິງກ້ອນຫີນເຫຼົ່ານີ້ ຊຶ່ງເຈົ້າ ໄດ້ຝັງໄວ້ ແລະຈະກາງເຕັນແຫ່ງກະສັດເທິງກ້ອນຫີນນັ້ນ.