ເອຊາຢາ 44:9 - ພຣະຄຳພີສັກສິ9 ທຸກຄົນທີ່ສ້າງຮູບເຄົາຣົບລ້ວນແຕ່ບໍ່ມີປະໂຫຍດ ແລະພະທັງຫລາຍທີ່ພວກເຂົາຕີລາຄາຢ່າງສູງສຸດນັ້ນກໍບໍ່ມີຄຸນຄ່າ. ພວກທີ່ຂາບໄຫວ້ພະເຫຼົ່ານີ້ກໍຕາບອດແລະໂງ່ຈ້າ ຄືພວກເຂົາຈະໄດ້ຮັບຄວາມອັບອາຍ. Uka jalj uñjjattʼäta |
ທ່ານດູໝິ່ນປະໝາດອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ໂດຍນຳເອົາຈອກ ແລະຖ້ວຍຈາກພຣະວິຫານຂອງພຣະອົງມາທີ່ນີ້. ທ່ານເອງ, ພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງທ່ານ ໄດ້ພາກັນໃຊ້ພາຊະນະເຫຼົ່ານີ້ ແລະສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳຣິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະດ້ວຍຫີນ; ພະເຫຼົ່ານີ້ຮູ້ແລະເຫັນບໍ່ໄດ້ ແລະກໍບໍ່ໄດ້ຍິນຫຍັງ ທັງບໍ່ຮູ້ຈັກຫຍັງເລີຍ, ແຕ່ທ່ານບໍ່ໄດ້ຖວາຍກຽດແກ່ພຣະເຈົ້າ ອົງຊົງໃຫ້ຊີວິດຫລືເອົາຊີວິດຂອງທ່ານໄປ ແລະເປັນອົງຊົງຄວບຄຸມທຸກສິ່ງທີ່ທ່ານເຮັດນັ້ນ.