ເອຊາຢາ 44:8 - ພຣະຄຳພີສັກສິ8 ພວກເຈົ້າຢ່າສູ່ຢ້ານ ປະຊາຊົນຂອງເຮົາເອີຍ ພວກເຈົ້າຮູ້ແຕ່ດຶກດຳບັນຈົນເຖິງປັດຈຸບັນນີ້ ເຮົາໄດ້ບອກລ່ວງໜ້າເຖິງທຸກສິ່ງທີ່ຈະເກີດມາ ພວກເຈົ້າກໍເປັນພະຍານຫຼັກຖານໃຫ້ເຮົາໄດ້. ນອກຈາກເຮົາແລ້ວ ມີພຣະເຈົ້າອົງໃດແດ່? ຊຶ່ງມີຣິດອຳນາດທີ່ເຮົາໄດ້ຍິນມາ?” Uka jalj uñjjattʼäta |
ທ່ານຈະຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ. ທ່ານຈະກິນຫຍ້າເໝືອນງົວ ແລະນອນຢູ່ໃນກາງແຈ້ງ ບ່ອນທີ່ມີໝອກຕົກລົງໃສ່ທ່ານເປັນເວລາເຈັດປີ. ຈົນກວ່າທ່ານກໍຈະຍອມຮັບວ່າ ພຣະເຈົ້າອົງສູງສຸດຄວບຄຸມອານາຈັກຕ່າງໆຂອງມະນຸດ; ແລະພຣະອົງເອົາອານາຈັກເຫຼົ່ານີ້ໃຫ້ແກ່ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.
“ທ່ານທັງຫລາຍເອີຍ ເປັນຫຍັງຈຶ່ງເຮັດເຊັ່ນນີ້? ພວກເຮົາທັງສອງກໍເປັນມະນຸດຢ່າງດຽວກັນກັບພວກທ່ານ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບໃຈຈາກສິ່ງອັນບໍ່ມີປະໂຫຍດເຫຼົ່ານີ້ ແລະຫັນມາຫາພຣະເຈົ້າອົງຊົງຊີວິດຢູ່ ຄືອົງທີ່ໄດ້ສ້າງສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ແລະສັບພະທຸກສິ່ງ ຊຶ່ງຢູ່ໃນທີ່ນັ້ນ.