7 ມີຜູ້ໃດອີກແດ່ເຮັດສິ່ງທີ່ເຮົາໄດ້ເຮັດມາ? ຜູ້ໃດແດ່ບອກເຖິງສິ່ງທີ່ເກີດຂຶ້ນລ່ວງໜ້າໄດ້ ຄືເຫດການທັງໝົດນັ້ນທີ່ໄດ້ເກີດຂຶ້ນມາ ຕັ້ງແຕ່ປະຖົມມະການເຖິງອະວະສານພຸ້ນ?
ກະສັດແຫ່ງເອຢິບເອີຍ ບັນດາທີ່ປຶກສາຜູ້ຫລັກແຫລມຂອງເຈົ້າໄປໃສໝົດ? ບາງທີພວກເຂົາອາດບອກເຈົ້າໄດ້ວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ມີແຜນການຫຍັງແດ່ຕໍ່ສູ້ເອຢິບກໍໄດ້.
ຈົ່ງມາທີ່ນີ້ ແລະທຳນວາຍສິ່ງທີ່ເກີດຂຶ້ນເບິ່ງດູ ເພື່ອຈະໄດ້ຮູ້ເຫັນວ່າມັນເກີດຂຶ້ນເມື່ອໃດແທ້ ຈົ່ງອະທິບາຍເຫດການໃນອະດີດໃຫ້ສານຟັງ ບອກວ່າ, ທຸກສິ່ງນັ້ນໝາຍຄວາມວ່າຢ່າງໃດແທ້.
ຈົ່ງບອກວ່າ, ໃນອະນາຄົດຈະມີຫຍັງເກີດຂຶ້ນມາ ແລ້ວພວກເຮົາກໍຈະໄດ້ຮູ້ວ່າພວກເຈົ້າຄືພະເຈົ້າ ຈົ່ງເຮັດສິ່ງດີບາງຢ່າງຫລືນຳໄພພິບັດມາເບິ່ງດູ; ຈົ່ງເຮັດໃຫ້ຢ້ານກົວອົກສັ່ນຂວັນເສຍລອງເບິ່ງ
ຜູ້ໃດໃນພວກເຈົ້າທຳນວາຍວ່າສິ່ງນີ້ຈະເກີດມາ ເພື່ອເຮົາຈະເວົ້າໄດ້ວ່າພວກເຈົ້າຄືຝ່າຍຖືກຕ້ອງ? ບໍ່ມີຜູ້ໃດໃນພວກເຈົ້າເວົ້າເຖິງເລື່ອງນີ້ຈັກຄຳໜຶ່ງໄດ້ເລີຍ ບໍ່ມີຜູ້ໃດໄດ້ຍິນພວກເຈົ້າເວົ້າສິ່ງໃດຈັກດີ້
ຜູ້ໃດເປັນຜູ້ທີ່ເຮັດໃຫ້ເຫດການນີ້ເກີດຂຶ້ນມາ? ຜູ້ໃດໄດ້ກຳນົດກົດເກນກົງລໍ້ປະຫວັດສາດ? ເຮົາຄືພຣະເຈົ້າຢາເວຢູ່ທີ່ນັ້ນຕັ້ງແຕ່ຕົ້ນມາ ແລະຢູ່ທີ່ນັ້ນຈົນຈົບສິ້ນ.
ເຮົາກ່າວລ່ວງໜ້າສິ່ງທີ່ຕ້ອງເກີດຂຶ້ນມາ ແຕ່ແລ້ວເຮົາກໍໄດ້ມາຊ່ວຍເຫລືອພວກເຈົ້າໄວ້. ບັນດາພະຕ່າງຊາດບໍ່ເຄີຍເຮັດຢ່າງນີ້ເລີຍ ພວກເຈົ້າເປັນພະຍານໃຫ້ເຮົາໄດ້. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຈົ່ງໝາຍເກາະບັນດາຊົນຊາດໃຫ້ມາສູ້ຄະດີກັນ ມີພະຕົນໃດໃນພວກເຂົາ ທຳນວາຍອະນາຄົດໄດ້? ມີພະຕົນໃດແດ່ ບອກກ່ອນເຖິງສິ່ງຈະມີມາ? ຂໍໃຫ້ພະເຫຼົ່ານີ້ນຳພະຍານຂອງພວກເຂົາມາເບິ່ງ ເພື່ອພິສູດວ່າຝ່າຍຖືກຕ້ອງເປັນຂອງພວກເຂົາ ເພື່ອຢັ້ງຢືນວ່າຄຳທີ່ພວກເຂົາເວົ້າເປັນຈິງແທ້ໆ.
ຈົ່ງມາສະເໜີຄະດີຂອງພວກເຈົ້າທີ່ສານເບິ່ງດູ ຈົ່ງໃຫ້ຈຳເລີຍປຶກສາຊຶ່ງກັນແລະກັນເບິ່ງ. ຜູ້ໃດໄດ້ກ່າວລ່ວງໜ້າເຖິງສິ່ງທີ່ຈະເກີດຂຶ້ນນໍ? ບໍ່ແມ່ນເຮົາບໍ ອົງທີ່ເປັນພຣະເຈົ້າຢາເວ? ຄືພຣະເຈົ້າອົງທີ່ຊອບທຳແລະພຣະຜູ້ຊ່ວຍ; ນອກຈາກເຮົາບໍ່ມີພຣະເຈົ້າອື່ນໃດອີກແລ້ວ.
ພຣະອົງໄດ້ສ້າງມະນຸດທຸກຊາດ ໃຫ້ເກີດມາຈາກມະນຸດຄົນດຽວ ແລະໃຫ້ພວກເຂົາຢູ່ທົ່ວພິພົບໂລກ ພຣະອົງໄດ້ຊົງກຳນົດເວລາ ແລະກຳນົດເຂດທີ່ພວກເຂົາຢູ່ນັ້ນ.
ອົງພຣະຜູ້ສູງສຸດໄດ້ໃຫ້ ຊາດຕ່າງໆມີດິນແດນຂອງຕົນ; ພຣະອົງໄດ້ກຳນົດບ່ອນໃຫ້ລູກຫລານຂອງອິດສະຣາເອນ ເປັນບ່ອນທີ່ພວກເຂົາຈະອາໄສຢູ່ນັ້ນ.