Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 44:5 - ພຣະຄຳພີສັກສິ

5 ຄົນ​ຜູ້ນີ້​ຈະ​ກ່າວ​ວ່າ, ‘ຂ້ອຍ​ເປັນ​ຂອງ​ພຣະເຈົ້າຢາເວ.’ ແລະ​ຜູ້ນັ້ນ​ຈະ​ເອີ້ນຊື່​ຕາມ​ນາມຊື່​ຂອງ​ຢາໂຄບ. ແລະ​ຜູ້ນັ້ນ​ຈະ​ຂຽນໄວ້​ເທິງ​ມື​ຂອງຕົນ​ວ່າ, ‘ຂອງ​ພຣະເຈົ້າຢາເວ.’ ແລະ​ຈະ​ມີ​ຊື່​ຕາມ​ນາມຊື່​ຂອງ​ອິດສະຣາເອນ.”

Uka jalj uñjjattʼäta Copia luraña




ເອຊາຢາ 44:5
16 Jak'a apnaqawi uñst'ayäwi  

“ນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ໄດ້​ມອບ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ​ໃຫ້​ຂ້າພະເຈົ້າ ແລະ​ໄດ້ສັ່ງ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ໃນ​ການ​ສ້າງ​ວິຫານ​ຂອງ​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່. ບັດນີ້ ພວກທ່ານ​ທັງໝົດ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ເອີຍ ຈົ່ງ​ໄປ​ທີ່​ນັ້ນ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ສະຖິດ​ຢູ່​ກັບ​ພວກທ່ານ​ເທີ້ນ.”


ຍ້ອນ​ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນັ້ນ; ພວກເຮົາ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ເຊັນ​ຂໍ້​ຕົກລົງ​ຢ່າງ​ແທ້ຈິງ​ໄວ້​ໃນ​ທີ່​ນີ້ ແລະ​ບັນດາ​ຜູ້ນຳ, ຊາວ​ເລວີ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຮົາ​ກໍໄດ້​ປະທັບຕາ​ໄວ້​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ ເໝືອນ​ດັ່ງ​ທີ່​ແມ່​ຂອງ​ຂ້ານ້ອຍ​ໄດ້​ປະຕິບັດ​ມາ ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນຕາຍ​ໄດ້.


ແລະ​ສິ່ງ​ນີ້​ໃຫ້ເຮັດ​ເປັນ​ສັນຍາລັກ​ຂອງ​ພວກເຈົ້າ ເໝືອນ​ສິ່ງ​ໜຶ່ງ​ທີ່​ຜູກ​ໄວ້​ຕາມ​ແຂນ ຫລື​ຄຽນ​ໄວ້​ທີ່​ໜ້າຜາກ. ມັນ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ສືບຕໍ່​ເລົ່າ ແລະ​ສຶກສາ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ; ເພາະວ່າ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ປະຊາຊົນ​ຫລາຍ​ຊົນຊາດ​ຈະ​ພາກັນ​ກ່າວ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ເດີ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ສັ່ງສອນ​ພວກເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ເຮັດ. ພວກເຮົາ​ຈະ​ພາກັນ​ຍ່າງ​ຕາມ​ຮ່ອມ​ແຫ່ງ​ຫົນທາງ ທີ່​ພຣະອົງ​ໄດ້​ເລືອກສັນ​ໄວ້​ແລ້ວ​ນັ້ນ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແຕ່​ພູເຂົາ​ຊີໂອນ​ທີ່​ພຣະອົງ​ກ່າວ​ແກ່​ປະຊາຊົນ​ນັ້ນ.”


ຂ້າພະເຈົ້າ​ໄດ້​ເຊັນ​ຊື່ ແລະ​ປະທັບຕາ​ໜັງສື​ໃບຕາດິນ ໂດຍ​ມີ​ພະຍານ​ຮູ້ເຫັນ​ນຳ​ດ້ວຍ​ແລະ​ຊັ່ງ​ເງິນ​ຈ່າຍ​ໃຫ້.


ພວກເຂົາ​ຈະ​ຖາມ​ຫາ​ຫົນທາງ​ໄປ​ສູ່​ພູເຂົາ​ຊີໂອນ ແລະ​ຈະ​ເດີນ​ໄປ​ຕາມ​ຫົນທາງ​ນັ້ນ. ພວກເຂົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຕະຫລອດໄປ​ກັບ​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ບໍ່​ຝ່າຝືນ​ພັນທະສັນຍາ​ນັ້ນ​ຈັກເທື່ອ.


ປະຊາຊົນ​ຂອງ​ພວກເຂົາ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນັ້ນ. ເພາະ​ພຣະອົງ​ຈະ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ພວກເຮົາ​ເຮັດ​ຕາມ ພວກເຮົາ​ຈະ​ຍ່າງ​ຕາມ​ທາງ​ທີ່​ພຣະອົງ​ໄດ້​ເລືອກໄວ້. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ຈາກ​ພູເຂົາ​ຊີໂອນ​ທີ່​ຊົງ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ.”


ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’


ບໍ່​ເໝືອນ​ດັ່ງ​ເຮົາ​ໄດ້​ຄາດໝາຍ​ໄວ້, ແຕ່​ຂໍ້​ສຳຄັນ​ທີ່ສຸດ ແມ່ນ​ພວກເຂົາ​ໄດ້​ຖວາຍ​ຕົວ​ເອງ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ກ່ອນ ແລ້ວ​ໄດ້​ມອບ​ຕົວ​ໃຫ້​ເຮົາ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ຂໍ​ໃຫ້​ສັນຕິສຸກ​ແລະ​ພຣະ​ກະລຸນາຄຸນ ຈົ່ງ​ມີ​ແກ່​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດ​ຢ່າງ​ນີ້ ແລະ​ທັງ​ອິດສະຣາເອນ​ຂອງ​ພຣະເຈົ້າ​ເທີ້ນ.


ແຕ່​ນີ້​ໄປ ຢ່າ​ໃຫ້​ຜູ້ໃດ​ລົບກວນ​ເຮົາ​ອີກ ເພາະ​ຮອຍ​ບາດແຜ​ທີ່​ມີ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຕາປະທັບ​ຊີ້​ໃຫ້​ເຫັນ​ວ່າ, ເຮົາ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຢຊູເຈົ້າ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka