4 ພວກເຂົາຈະໃຫຍ່ຂຶ້ນດັ່ງຫຍ້າທີ່ມີນໍ້າລໍ່ລ້ຽງຢ່າງດີ ດັ່ງຕົ້ນໄມ້ໃກ້ສາຍທາລາທີ່ມີນໍ້າໄຫລຢູ່ບໍ່ຂາດ.
ຕົ້ນໜາມແລະຕົ້ນໄຄ້ຕາມແມ່ນໍ້າລຳທານ ກໍແມ່ນຮົ່ມເປັນທີ່ພັກເຊົາແກ່ມັນທັງນັ້ນ.
ເຈົ້າຈະມີລູກຫລານຫລວງຫລາຍເຫລືອຄະນານັບ ດັ່ງຫຍ້າຊ້ອນຂຽວຊອນລອນຕາມທົ່ງນາ.
ພວກເຂົາເປັນດັ່ງຕົ້ນໄມ້ທີ່ໃຫຍ່ຢູ່ໃກ້ລຳນໍ້າ ຊຶ່ງເກີດໝາກຕາມລະດູການ ແລະໃບກໍບໍ່ຫ່ຽວແຫ້ງຈັກເທື່ອ. ທຸກສິ່ງທີ່ພວກເຂົາກະທຳກໍຈະເລີນຮຸ່ງເຮືອງຂື້ນ.
ເຊື້ອສາຍເຈົ້າກໍຈະຫລວງຫລາຍດັ່ງເມັດຊາຍ ເຮົາຈະຮັກສາພວກເຂົາບໍ່ໃຫ້ຖືກທຳລາຍຈັກເທື່ອ.”
ແລ້ວພຣະເຈົ້າຢາເວກໍຈະນຳພາເຈົ້າໄປສະເໝີ ແລະຈະໃຫ້ເຈົ້າໄດ້ອີ່ມໃຈກັບສິ່ງທີ່ດີທັງຫລາຍ. ເຮົາຈະຮັກສາເຈົ້າໃຫ້ເຂັ້ມແຂງແລະທັງຈະໃຫ້ຢູ່ດີກິນດີດ້ວຍ. ເຈົ້າຈະເປັນດັ່ງສວນທີ່ມີນໍ້າລໍ່ລ້ຽງຢ່າງອຸດົມສົມບູນ ເປັນດັ່ງນໍ້າພຸທີ່ບໍ່ແຫ້ງເປັນຈັກເທື່ອ.
ສະນັ້ນ ດັ່ງພື້ນດິນເຮັດໃຫ້ພືດງອກຂຶ້ນມາ ດັ່ງສວນເຮັດໃຫ້ພືດທີ່ຫວ່ານລົງງອກຂຶ້ນນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະໄດ້ຊ່ວຍຄົນຂອງພຣະອົງ ແລະທຸກຊົນຊາດກໍຈະຍ້ອງຍໍສັນລະເສີນພຣະອົງ.
ແລ້ວມັນກໍເອົາເບ້ຍໄມ້ຕົ້ນໜຶ່ງຈາກດິນແດນອິດສະຣາເອນໄປປູກໃນນາ ທີ່ມີດິນດີທົ່ງໜຶ່ງ ຄືໃນບ່ອນທີ່ມີນໍ້າຢູ່ສະເໝີເພື່ອໃຫ້ມັນໃຫຍ່ຂຶ້ນ.
ໃນວັນນີ້ ຈົ່ງນຳໝາກໄມ້ຢ່າງດີທີ່ສຸດຈາກຕົ້ນໄມ້ຂອງພວກເຈົ້າມາ, ໃບຕານກ້ານພ້າວກັບງ່າໄມ້ທີ່ມີໃບດົກ ແລະຈົ່ງຊົມຊື່ນຍິນດີຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນລະຫວ່າງເຈັດວັນ.
ມີຫລາຍຄົນໄດ້ເຊື່ອເມື່ອໄດ້ຍິນຄຳສັ່ງສອນນັ້ນ ແລະມີພວກຜູ້ຊາຍເພີ່ມຂຶ້ນປະມານຫ້າພັນຄົນ.
ແຕ່ມີຊາຍແລະຍິງທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ ເພີ່ມຈຳນວນເຂົ້າມາຕື່ມອີກຫລາຍກວ່າເກົ່າ.