ເອຊາຢາ 44:26 - ພຣະຄຳພີສັກສິ26 ແຕ່ເມື່ອຜູ້ຮັບໃຊ້ຂອງເຮົາເວົ້າລ່ວງໜ້າອອກໄປ ເມື່ອເຮົາສົ່ງຜູ້ນຳຂ່າວມາບອກແຜນການຂອງເຮົານັ້ນ. ເຮົາກໍໄດ້ໃຫ້ຄຳເວົ້າທັງແຜນການກາຍເປັນຈິງ ເຮົາບອກນະຄອນເຢຣູຊາເລັມວ່າປະຊາຊົນຈະຢູ່ທີ່ນັ້ນອີກ ບອກຊາວຢູດາວ່າເມືອງຈະຖືກສ້າງຂຶ້ນໃໝ່ໝົດ ທີ່ຮົກຮ້າງເພພັງຈະຖືກສ້າງຂຶ້ນໃໝ່ທັງນັ້ນ. Uka jalj uñjjattʼäta |
ບັນດາປະໂຣຫິດຊາວເລວີແລະປະຊາຊົນບາງພວກ ກໍໄດ້ຕັ້ງຖິ່ນຖານຢູ່ໃນ ຫລືຢູ່ໃກ້ນະຄອນເຢຣູຊາເລັມ; ພວກນັກດົນຕຼີ, ພວກເຝົ້າຍາມພຣະວິຫານ ແລະພວກເຮັດວຽກປະຈຳພຣະວິຫານກໍຕັ້ງຖິ່ນຖານຢູ່ໃນເມືອງ; ແລະຊາວອິດສະຣາເອນທີ່ຍັງເຫລືອ ກໍໄດ້ຕັ້ງຖິ່ນຖານຢູ່ໃນເມືອງທີ່ພວກບັນພະບຸລຸດຂອງພວກຕົນເຄີຍອາໄສຢູ່.
ພວກເຂົາໄດ້ບອກຂ້າພະເຈົ້າວ່າ, ພວກທີ່ລອດຊີວິດກັບມາສູ່ຖິ່ນຖານເດີມນັ້ນ ໄດ້ຮັບຄວາມລຳບາກຫລາຍ ແລະຄົນຕ່າງຊາດທີ່ຢູ່ໃກ້ຄຽງກໍດູໝິ່ນປະໝາດພວກເຂົາ. ພວກເຂົາຍັງໄດ້ບອກຂ້າພະເຈົ້າອີກວ່າ, “ກຳແພງຂອງນະຄອນເຢຣູຊາເລັມກໍຍັງພັງທະລາຍຢູ່ ແລະປະຕູຂອງກຳແພງເມືອງກໍຍັງບໍ່ທັນໄດ້ຖືກສ້າງຂຶ້ນໃໝ່ ຕັ້ງແຕ່ສະໄໝຖືກຈູດພຸ້ນ.”
ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຂອງພຣະອົງວ່າ, “ເມື່ອເຖິງເວລາທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະຕອບຄຳຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບຊົນຊາດທັງຫລາຍທີ່ຢູ່ໃນໂລກນີ້. ເຮົາຈະນຳເຈົ້າໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ຮົກຮ້າງຫວ່າງຄົນ.
ປະຊາຊົນຈະຊື້ທົ່ງນາເຫຼົ່ານັ້ນ ແລະຈະເຊັນຊື່ທັງປະທັບຕາໃນໃບຕາດິນ ແລະມີຫຼັກຖານພະຍານດ້ວຍ. ເຫດການນີ້ຈະເກີດຂຶ້ນໃນເຂດແດນຂອງເບັນຢາມິນ, ໃນໝູ່ບ້ານອ້ອມແອ້ມນະຄອນເຢຣູຊາເລັມ, ໃນເມືອງຕ່າງໆຂອງຢູດາຍ ແລະໃນເມືອງຕ່າງໆຕາມເຂດເນີນພູ, ທີ່ຕີນພູຕ່າງໆ ແລະທາງພາກໃຕ້ຂອງຢູດາຍ. ເຮົາຈະປົວແປງປະຊາຊົນຂອງເຮົາຢູ່ໃນດິນແດນຂອງພວກເຂົາຂຶ້ນໃໝ່.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ອັນນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ແລະເຂົ້າໃຈ: ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາ ເຈັດອາທິດແລະຫົກສິບສອງອາທິດ ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ.
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’