Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 44:25 - ພຣະຄຳພີສັກສິ

25 ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 44:25
30 Jak'a apnaqawi uñst'ayäwi  

ເມື່ອ​ມີ​ຄົນ​ມາ​ບອກ​ກະສັດ​ດາວິດ​ວ່າ, ອາຮີໂຕເຟນ​ກໍ​ຮ່ວມ​ເປັນ​ກະບົດ​ກັບ​ອັບຊາໂລມ​ດ້ວຍ ກະສັດ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເຮັດ​ໃຫ້​ຄຳແນະນຳ​ຂອງ​ອາຮີໂຕເຟນ​ໃຊ້​ການ​ບໍ່ໄດ້​ເຖີດ.”


ໃນ​ເວລາ​ນັ້ນ ຄຳແນະນຳ​ໃດໆ​ທີ່​ມາ​ຈາກ​ອາຮີໂຕເຟນ​ເປັນ​ທີ່​ຍອມຮັບ​ກັນ​ວ່າ​ເປັນ​ຄຳເວົ້າ​ຂອງ​ພຣະເຈົ້າ; ທັງ​ກະສັດ​ດາວິດ​ແລະ​ອັບຊາໂລມ​ກໍໄດ້​ປະຕິບັດ​ຕາມ.


ເມື່ອ​ອາຮີໂຕເຟນ​ເຫັນ​ວ່າ ກະສັດ​ບໍ່ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງຕົນ ລາວ​ກໍ​ຂີ່​ລໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ; ເມື່ອ​ຈັດການ​ກັບ​ທຸລະກິດ​ໃນ​ຄອບຄົວ​ຮຽບຮ້ອຍ​ແລ້ວ ລາວ​ກໍ​ຜູກ​ຄໍ​ຕາຍ. ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ປະຈຳ​ຄອບຄົວ.


ກະສັດ​ອາຮາບ​ໄດ້​ຕາຍໄປ. ຊາກສົບ​ຂອງ​ເພິ່ນ​ຖືກ​ນຳ​ໄປ​ຝັງ​ໄວ້​ທີ່​ນະຄອນ​ຊາມາເຣຍ.


ພວກ​ຜູ້ທຳນວາຍ​ຄົນອື່ນໆ​ທັງໝົດ​ກໍ​ເວົ້າ​ເປັນ​ສຽງ​ດຽວກັນ​ວ່າ, “ຈົ່ງ​ຍົກທັບ​ໄປ​ຕີ​ເມືອງ​ຣາໂມດ​ທັນທີ ແລະ​ທ່ານ​ຈະ​ຕີ​ຊະນະ; ເພາະ​ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ມີ​ໄຊຊະນະ.”


ໃນ​ຂະນະທີ່​ການ​ສູ້ຮົບ​ກຳລັງ​ດຸເດືອດ​ຢູ່​ນັ້ນ ກະສັດ​ອາຮາບ​ຍັງ​ຄໍ້າ​ຕົວ​ຢູ່​ເທິງ​ລົດຮົບ​ປະເຊີນ​ໜ້າ​ສູ້ຮົບ​ທະຫານ​ຊີເຣຍ. ພໍ​ຕາເວັນຕົກ​ດິນ​ເພິ່ນ​ກໍ​ສິ້ນໃຈ​ຕາຍ.


ພຣະເຈົ້າຢາເວ​ມ້າງ​ຈຸດປະສົງ​ຊົນຊາດ​ທັງຫລາຍ ພຣະອົງ​ກີດກັ້ນ​ພວກເຂົາ​ບໍ່​ໃຫ້​ວາງແຜນ​ອອກ​ໄດ້.


ບັນດາ​ໝໍມົນ​ຂອງ​ຊາວ​ເອຢິບ​ບໍ່​ສາມາດ​ມາ​ປາກົດ​ຕົວ​ແຂ່ງ​ກັບ​ໂມເຊ​ໄດ້ ເພາະ​ເຂົາ​ເອງ​ກໍ​ເປັນ​ຕຸ່ມຝີ​ຄື​ກັນ​ກັບ​ຊາວ​ເອຢິບ​ຄົນອື່ນໆ.


ເຮົາ​ກຳລັງ​ຈະ​ເຮັດ​ໃຫ້​ແຜນການ​ຂອງ​ຊາວ​ເອຢິບ​ບໍ່​ສົມຫວັງ ແລະ​ເຮັດ​ໃຫ້​ພວກເຂົາ​ເສຍຂວັນ. ພວກເຂົາ​ຈະ​ໄປ​ຂໍ​ໃຫ້​ຮູບເຄົາຣົບ​ຊ່ວຍເຫລືອ​ພວກເຂົາ ແລະ​ຈະ​ໄປ​ປຶກສາ​ໝໍ​ຜີ ແລະ​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ.


ສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ສະດຸ້ງ​ຕື່ນ​ຕົກໃຈ ດ້ວຍ​ການ​ງຶດງໍ້​ແລ້ວ​ງຶດງໍ້​ອີກ​ໂດຍ​ບໍ່ໄດ້​ຄາດຝັນ. ຄົນສະຫລາດ​ຈະ​ກາຍເປັນ​ຄົນໂງ່ ແລະ​ຄວາມ​ຫລັກແຫລມ​ທຸກຢ່າງ​ຂອງ​ພວກເຂົາ​ກໍ​ຈະ​ບໍ່ມີ​ປະໂຫຍດ.”


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?


ໃຫ້​ຄວາມຕາຍ​ມາ​ສູ່​ຜູ້ທຳນວາຍ​ຂີ້ຕົວະ ພວກເຂົາ​ຊ່າງ​ພາກັນ​ໂງ່ຈ້າ​ແທ້ໆ ຈົ່ງ​ໃຫ້​ຄວາມຕາຍ​ມາ​ສູ່​ທະຫານ​ທຸກຄົນ​ສາ ພວກເຂົາ​ຊ່າງ​ຢ້ານກົວ​ຫລາຍ​ແທ້ໆ


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ບໍ່​ວ່າ​ບັນຫາ​ຫລື​ຄຳຖາມ​ໃດໆ​ທີ່​ກະສັດ​ຍົກ​ຂຶ້ນມາ ສີ່​ຄົນ​ນີ້​ກໍ​ຮູ້​ດີກວ່າ​ພວກ​ໝໍມໍ​ໃນ​ອານາຈັກ​ຂອງ​ເພິ່ນ​ເຖິງ​ສິບ​ເທົ່າ.


ແລ້ວ​ພວກ​ໝໍ​ທັງໝົດ​ຄື: ໝໍມໍ, ໝໍມົນ, ໝໍຜີ ແລະ​ໝໍໂຫນ ກໍໄດ້​ເຂົ້າ​ມາ​ພົບ​ເຮົາ; ເຮົາ​ໄດ້​ເລົ່າ​ຄວາມຝັນ​ໃຫ້​ພວກເຂົາ​ຮູ້, ແຕ່​ພວກເຂົາ​ບໍ່​ສາມາດ​ແກ້​ໄດ້.


ເວລາ​ແຫ່ງ​ການລົງໂທດ​ໄດ້​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ປະຊາຊົນ​ຈະ​ໄດ້​ຮັບ​ໃນ​ສິ່ງ​ທີ່​ສົມຄວນ​ໄດ້​ຮັບ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຮູ້ຈັກ. ພວກເຈົ້າ​ເວົ້າ​ວ່າ, “ຜູ້ທຳນວາຍ​ຄົນ​ນີ້​ໂງ່. ຄົນ​ທີ່​ມີ​ພຣະເຈົ້າ​ດົນໃຈ​ກໍ​ເປັນ​ຄົນ​ບໍ່​ເຕັມ.” ພວກເຈົ້າ​ກຽດຊັງ​ເຮົາ​ຫລາຍ​ທີ່ສຸດ ເພາະ​ບາບ​ຂອງ​ພວກເຈົ້າ​ໜາ​ຫລາຍ.


ຜູ້ໃດ​ທີ່​ກ່າວ​ລ່ວງໜ້າ​ເຖິງ​ອະນາຄົດ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ເພາະ​ຄວາມ​ຫລົ້ມເຫລວ​ຂອງຕົນ. ທຸກຄົນ​ໃນ​ພວກເຂົາ​ຈະ​ເສຍກຽດ ເພາະ​ພຣະເຈົ້າ​ບໍ່​ຕອບ​ພວກເຂົາ.”


ປະຊາຊົນ​ປຶກສາ​ກັບ​ບັນດາ​ຮູບເຄົາຣົບ ແລະ​ໝໍດູ​ໝໍມໍ ແຕ່​ພວກມັນ​ໃຫ້​ຄຳຕອບ​ທີ່​ຕົວະ ແລະ​ຫລອກລວງ. ບາງຄົນ​ກໍ​ແກ້​ຄວາມຝັນ ແຕ່​ເປັນ​ຄຳຫລອກລວງ​ພວກເຈົ້າ​ເທົ່ານັ້ນ; ຄຳ​ເລົ້າໂລມ​ທີ່​ພວກມັນ​ໃຫ້​ພວກເຈົ້າ​ນັ້ນ​ບໍ່ມີ​ປະໂຫຍດ. ເພາະສະນັ້ນ ປະຊາຊົນ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ​ດັ່ງ​ຝູງແກະ. ພວກເຂົາ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຍ້ອນ​ບໍ່ມີ​ຜູ້​ນຳພາ.


ບໍ່ມີ​ເວດມົນ​ຄາຖາ​ໃດ​ດອກ ແລະ​ບໍ່ມີ​ວິຊາ​ອາຄົມ​ໃດ​ເລີຍ ຊຶ່ງ​ຈະ​ນຳ​ມາ​ໃຊ້​ຕໍ່ສູ້​ກັບ ຊົນຊາດ​ອິດສະຣາເອນ​ໄດ້. ບັດນີ້ ປະຊາຊົນ​ທັງຫລາຍ​ຈະ​ເວົ້າ ເຖິງ​ຊາດ​ອິດສະຣາເອນ ວ່າ ເບິ່ງແມ! ສິ່ງ​ທີ່​ພຣະເຈົ້າ​ກຳລັງ ໄດ້​ເຮັດ​ສຳລັບ​ພວກເຂົາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka