ເອຊາຢາ 44:23 - ພຣະຄຳພີສັກສິ23 ໂອ ຟ້າສະຫວັນຟ້າສະຫວັນ ເອີຍ ຈົ່ງໂຮຮ້ອງຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳ; ແຜ່ນດິນໂລກບ່ອນເລິກສຸດເອີຍ ຈົ່ງໂຮຮ້ອງສາເຖີດ ພູຜາທຸກໜ່ວຍແລະຕົ້ນໄມ້ໃນປ່າທັງຫລາຍ ຈົ່ງຊົມຊື່ນຍິນດີດ້ວຍສຽງໂຮຮ້ອງເຖີດ ເຫດວ່າພຣະເຈົ້າຢາເວໄດ້ຊົງໄຖ່ຢາໂຄບ ແລະຈະຊົງຮັບກຽດແຫ່ງສະຫງ່າຣາສີໃນອິດສະຣາເອນ. Uka jalj uñjjattʼäta |
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.