22 ເຮົາປັດການບາບຂອງເຈົ້າດັ່ງເມກຫາຍໄປ ຈົ່ງກັບມາ ເພາະເຮົາຜູ້ດຽວທີ່ຊ່ວຍເຈົ້າໄດ້.”
ດາວິດຈຶ່ງເວົ້າຕໍ່ນາທານວ່າ, “ເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວແລ້ວ.” ນາທານກ່າວຕໍ່ດາວິດວ່າ, “ພຣະເຈົ້າຢາເວອະໄພໃຫ້ທ່ານ ແລະທ່ານຈະບໍ່ຕາຍ.
ໂຜດຟັງຄຳພາວັນນາອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງປະຊາຊົນອິດສະຣາເອນດ້ວຍ ເມື່ອພວກເຂົາຫັນໜ້າມາທາງສະຖານທີ່ນີ້ແລະພາວັນນາອະທິຖານ. ທີ່ຟ້າສະຫວັນບ່ອນພຣະອົງສະຖິດຢູ່, ໂຜດຟັງ ແລະຍົກໂທດໃຫ້ດ້ວຍເທີ້ນ.
ຂໍຢ່າໄດ້ຍົກໂທດຄວາມຊົ່ວຊ້າທີ່ພວກເຂົາໄດ້ເຮັດ ແລະຂໍຢ່າລືມການບາບຂອງພວກເຂົາ; ເພາະພວກເຂົາໄດ້ໝິ່ນປະໝາດພວກຂ້ານ້ອຍ ຜູ້ທີ່ກຳລັງສ້າງເມືອງນີ້ຂຶ້ນໃໝ່.”
ພຣະອົງບັນທຸກນໍ້າໝອກມາພ້ອມຄວາມຊຸ່ມເຢັນ ໃຫ້ແສງຟ້າແມບກະຈາຍໃສ່ກຸ່ມເມກໝອກ
ທິດຕາເວັນອອກໄກຈາກທິດຕາເວັນຕົກເທົ່າໃດ ພຣະອົງກໍຍົກການບາບຂອງພວກເຮົາໄປໄກເທົ່ານັ້ນ.
ຂໍໃຫ້ພຣະເຈົ້າຢາເວຈົດຈຳຄວາມຊົ່ວປູ່ຍ່າຕາຍາຍຂອງເຂົາ ຢ່າອະໄພການບາບຂອງແມ່ເຂົາຈັກເທື່ອ.
ພຣະອົງຈະໄຖ່ປະຊາຊົນອິດສະຣາເອນຂອງພຣະອົງ ໃຫ້ພົ້ນຈາກການບາບທຸກຢ່າງຂອງພວກເຂົາເຈົ້າ.
ຂ້າແດ່ພຣະເຈົ້າ ໂຜດເມດຕາດ້ວຍ ເພາະຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນ. ເພາະຄວາມເມດຕາອັນໃຫຍ່ຍິ່ງຂອງພຣະອົງ ໂຜດປັດການບາບຂອງຂ້ານ້ອຍຖິ້ມດ້ວຍ
ຂໍຊົງໂຜດອັດໜ້າແລະຢ່າເບິ່ງການບາບຂອງຂ້ານ້ອຍ ໂຜດລຶບການຊົ່ວຂອງຂ້ານ້ອຍໃຫ້ໝົດໄປເຖີດ.
ເມື່ອເຢທະໂຣໄດ້ຍິນຄຸນຄວາມດີໝົດທຸກເລື່ອງຢ່າງນີ້ແລ້ວ ເພິ່ນກໍຊົມຊື່ນຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳແກ່ຊາວອິດສະຣາເອນ ທີ່ຊ່ວຍພວກເຂົາໃຫ້ພົ້ນຈາກເງື້ອມມືຂອງຊາວເອຢິບ.
ພຣະເຈົ້າຢາເວກ່າວວ່າ, “ບັດນີ້ ຈົ່ງມາຕົກລົງເລື່ອງລາວກັນເທາະ. ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ ເຖິງແມ່ນວ່າຮອຍເປິເປື້ອນຈະແດງເຂັ້ມ ພວກເຈົ້າກໍຈະຂາວສະອາດດັ່ງຂົນແກະ.
ຍ້ອນພຣະເຈົ້າຢາເວຊົງຊອບທຳ ພຣະອົງຈະຊ່ວຍນະຄອນເຢຣູຊາເລັມໃຫ້ພົ້ນໄພ ແລະທຸກຄົນໃນນະຄອນນີ້ທີ່ກັບໃຈໃໝ່.
ພຣະເຈົ້າກ່າວວ່າ, “ປະຊາຊົນຊາດອິດສະຣາເອນເອີຍ ພວກເຈົ້າໄດ້ເຮັດບາບຕໍ່ສູ້ເຮົາແລະຕໍ່ຕ້ານເຮົາ, ແຕ່ບັດນີ້ ຈົ່ງກັບມາຫາເຮົາເທີ້ນ
ບໍ່ມີຜູ້ໃດທີ່ຢູ່ໃນດິນແດນຂອງພວກເຮົາຈະຈົ່ມວ່າຕົນເຈັບໄຂ້ໄດ້ປ່ວຍ ແລະການບາບທັງໝົດຂອງພວກເຮົາຈະໄດ້ຮັບອະໄພ.
ພຣະເຈົ້າກ່າວວ່າ, “ອິດສະຣາເອນເອີຍ ຢ່າຢ້ານ. ເຖິງແມ່ນພວກເຈົ້າໜ້ອຍທັງອ່ອນແຮງເຮົາກໍຈະຊ່ວຍເຈົ້າ. ພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນ ຄືຜູ້ທີ່ຊົງໄຖ່ພວກເຈົ້າໃຫ້ພົ້ນ.
ບັດນີ້ ພຣະເຈົ້າຢາເວຜູ້ໄດ້ສ້າງເຈົ້າ, ໂອ ຢາໂຄບ ອົງໄດ້ສ້າງເຈົ້າ, ໂອ ອິດສະຣາເອນ ກ່າວດັ່ງນີ້, “ຢ່າຢ້ານກົວເລີຍ ເຮົາໄດ້ໄຖ່ເຈົ້າໃຫ້ພົ້ນແລ້ວ ພວກເຈົ້າເປັນຂອງເຮົາຈຶ່ງເອີ້ນພວກເຈົ້າຕາມຊື່.
ແຕ່ເຮົາຍັງເປັນພຣະເຈົ້າຜູ້ຍົກບາບໃຫ້ເດີ ເຮົາເຮັດໄປກໍເພາະເຮົາເປັນຜູ້ເຮົາເປັນນັ້ນ. ເຮົາບໍ່ໄດ້ຈົດຈຳການບາບຂອງພວກເຈົ້າໃດ ເພື່ອນຳເອົາສິ່ງນັ້ນໄປຕໍ່ສູ້ພວກເຈົ້າ.
ຈົ່ງອອກໄປຢ່າງອິດສະຫລະຈາກນະຄອນບາບີໂລນ ຈົ່ງປະກາດຂ່າວດີຢ່າງຊົມຊື່ນຍິນດີເຖີດ. ຈົ່ງບອກທຸກໆບ່ອນໃຫ້ຮູ້ແລະໄດ້ຍິນວ່າ, “ພຣະເຈົ້າຢາເວໄດ້ໄຖ່ອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງແລ້ວ.”
ພວກທີ່ພຣະເຈົ້າຢາເວໄດ້ຊ່ວຍກູ້ກໍເຖິງນະຄອນເຢຣູຊາເລັມ ເບີກບານໃຈທັງຮ້ອງລຳທຳເພງດ້ວຍ. ພວກເຂົາຈະມີຄວາມສຸກຕະຫລອດໄປ ຈະບໍ່ໂສກເສົ້າເຫງົາໃຈອີກຈັກເທື່ອ.
ນະຄອນເຢຣູຊາເລັມເອີຍ ຈົ່ງເປັ່ງສຽງຮ້ອງຍິນດີ ເຈົ້າຜູ້ທີ່ເປັນເມືອງເພພັງແລະຮົກຮ້າງ ພຣະເຈົ້າຢາເວຈະຊົງໄຖ່ເອົານະຄອນເຢຣູຊາເລັມ ທັງຈະອອຍໃຈປະຊາຊົນຂອງພຣະອົງດ້ວຍ.
ຈົ່ງໃຫ້ຄົນຊົ່ວຮ້າຍປະວິທີດຳເນີນຊີວິດເດີມຂອງພວກເຂົາ ແລະປ່ຽນແນວທາງທີ່ພວກເຂົາເຄີຍຄິດນັ້ນ. ຈົ່ງໃຫ້ພວກເຂົາກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງເຕັມດ້ວຍຄວາມເມດຕາແລະອະໄພໃຫ້.
ຂ້າແດ່ພຣະເຈົ້າຢາເວ ພຣະອົງຮູ້ແຜນການຂອງພວກເຂົາທັງໝົດ ທີ່ຈະສັງຫານຂ້ານ້ອຍ. ຂໍຢ່າອະໄພຄວາມຜິດ ແລະຍົກໂທດໃຫ້ພວກເຂົາເລີຍ. ຈົ່ງເຮັດໃຫ້ພວກເຂົາລົ້ມລົງຢ່າງພ່າຍແພ້ ແລະຈັດການກັບພວກເຂົາດ້ວຍຄວາມໂກດຮ້າຍສາເຖີດ.”
“ຖ້າຊາຍຜູ້ໜຶ່ງປະເມຍຂອງຕົນ ແລະນາງໜີຈາກລາວໄປເປັນເມຍຂອງຊາຍອື່ນ ລາວກໍເອົານາງກັບຄືນມາບໍ່ໄດ້ອີກ. ເລື່ອງແບບນີ້ເຮັດໃຫ້ດິນແດນເປັນມົນທິນຢ່າງໝົດສິ້ນ. ແຕ່ຊາດອິດສະຣາເອນເອີຍ ເຈົ້າມີຄູ່ຮັກຫລາຍຄົນ ແລະບັດນີ້ ພັດຢາກກັບຄືນມາຫາເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຮົາຈະຫລໍ່ຫລອມພວກເຂົາໃຫ້ພົ້ນຈາກການບາບ ທີ່ພວກເຂົາໄດ້ກະທຳຕໍ່ສູ້ເຮົານັ້ນ ແລະເຮົາຈະຍົກບາບກຳເຫຼົ່ານັ້ນ ແລະການກະບົດຂອງພວກເຂົາ.
ເມື່ອເວລານັ້ນມາເຖິງ ຈະບໍ່ພົບການບາບໃນອິດສະຣາເອນ ແລະຄວາມຜິດໃນຢູດາ ເພາະເຮົາຈະຍົກໂທດໃຫ້ປະຊາຊົນທີ່ເຮົາໄດ້ໄວ້ຊີວິດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຮົາຈະຍົກຄວາມຜິດທຸກຢ່າງທີ່ເຈົ້າໄດ້ເຮັດ, ແຕ່ເຈົ້າຈະຈົດຈຳມັນໄວ້ ແລະລະອາຍໃຈ ຈົນບໍ່ກ້າອ້າປາກເວົ້າເຖິງມັນເລີຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ບໍ່ມີພະຕົນໃດເໝືອນພຣະອົງ; ພຣະອົງຍົກການບາບປະຊາຊົນຂອງພຣະອົງຜູ້ທີ່ລອດຊີວິດມາໄດ້. ພຣະອົງຈະບໍ່ໂກດຮ້າຍຕະຫລອດໄປ, ແຕ່ພຣະອົງຍິນດີ ໂດຍສຳແດງຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ພວກຂ້ານ້ອຍ.
ແລະບອກພວກເຂົາວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ຈົ່ງກັບຄືນມາຫາເຮົາ,’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ‘ແລະເຮົາຈະກັບຄືນໄປຫາພວກເຈົ້າ.’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
ເທວະດາຕົນນັ້ນໄດ້ກ່າວຕໍ່ລູກທັງຫລາຍຂອງພຣະເຈົ້າຜູ້ທີ່ຄອຍຮັບໃຊ້ທ່ານຢູ່ນັ້ນວ່າ, “ຈົ່ງແກ້ເສື້ອອັນເປິເປື້ອນຂອງຊາຍຄົນນີ້ອອກສາ.” ແລ້ວເພິ່ນກໍກ່າວແກ່ເຢຊູອາວ່າ, “ເຮົາໄດ້ຍົກບາບໃຫ້ເຈົ້າແລ້ວ ແລະເຮົາຈະເອົາເສື້ອໃໝ່ໃຫ້ເຈົ້ານຸ່ງ.”
ພຣະເຈົ້າໄດ້ຊົງຊື້ພວກເຈົ້າມາດ້ວຍລາຄາສູງ. ສະນັ້ນ ຈົ່ງຖວາຍພຣະກຽດແກ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ.
ບັນດາຊົນຊາດເອີຍ ຈົ່ງຊົມຊື່ນຍິນດີຮ່ວມກັບປະຊາຊົນຂອງພຣະອົງ ເພາະພຣະອົງລົງໂທດທຸກຄົນທີ່ຂ້າພວກເຂົາ. ພຣະອົງທຳການແກ້ແຄ້ນເຫຼົ່າສັດຕູທັງຫລາຍ ແລະອະໄພການບາບໄພ່ພົນຂອງພຣະອົງແລ້ວ.”