ເອຊາຢາ 44:19 - ພຣະຄຳພີສັກສິ19 ຜູ້ເຮັດຮູບເຄົາຣົບບໍ່ໄດ້ມີປັນຍາ ຫລືຄວາມເຂົ້າໃຈພໍທີ່ຈະເວົ້າວ່າ, “ໄມ້ບາງສ່ວນ ຂ້ອຍເອົາເຮັດຟືນດັງໄຟ, ໃຊ້ເຮັດຖ່ານອົບເຂົ້າຈີ່ ແລະໃຊ້ປິ້ງຊີ້ນກິນ. ສ່ວນທີ່ເຫຼືອຂ້ອຍເອົາເຮັດຮູບເຄົາຣົບ. ບັດນີ້ ຂ້ອຍກຳລັງກົ້ມລົງຂາບທ່ອນໄມ້ທ່ອນໜຶ່ງ.” Uka jalj uñjjattʼäta |
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.