18 ບຸກຄົນເຊັ່ນນີ້ໂງ່ຈ້າເຫຼືອທີ່ຈະເຂົ້າໃຈວ່າ ພວກຕົນກຳລັງເຮັດຫຍັງ. ພວກເຂົາອັດຕາ ແລະຕັນຄວາມຄິດຂອງຕົນເອງບໍ່ໃຫ້ຮູ້ຄວາມຈິງ.
ສະນັ້ນ ເຮົາຈຶ່ງປ່ອຍໃຫ້ພວກເຂົາດື້ດຶງຕາມໃຈ ໃຫ້ເຮັດຕາມລຳພັງໃຈໃນສິ່ງທີ່ພວກເຂົາມັກ.
ອັນນີ້ເປັນສິ່ງທີ່ຄົນໂງ່ບໍ່ສາມາດຮູ້ຈັກ ຄົນເບົາປັນຍາບໍ່ສາມາດເຂົ້າໃຈໄດ້
ຄົນຊົ່ວຮ້າຍບໍ່ຮູ້ວ່າຄວາມຍຸດຕິທຳເປັນຢ່າງໃດ, ແຕ່ຜູ້ທີ່ເຂົ້າໃຈຄືຜູ້ທີ່ສະແຫວງຫາພຣະເຈົ້າຢາເວ.
ງົວຍັງຮູ້ຈັກເຈົ້າຂອງ ແລະລໍກໍຍັງຮູ້ຈັກບ່ອນທີ່ນາຍເອົາໄປລ້ຽງ, ແຕ່ຊາດອິດສະຣາເອນ ປະຊາຊົນຂອງເຮົາບໍ່ຮູ້ຈັກສໍ່ານັ້ນເລີຍ. ພວກເຂົາບໍ່ເຂົ້າໃຈຫຍັງຈັກດີ້.”
ຂ້າແດ່ພຣະເຈົ້າຢາເວ ເຫຼົ່າສັດຕູບໍ່ຮູ້ວ່າພຣະອົງຈະລົງໂທດພວກເຂົາ ໃຫ້ຖືກອັບອາຍແລະຮັບທຸກ ຈົ່ງໃຫ້ພວກເຂົາໄດ້ຮັບໂທດທີ່ພຣະອົງຕຽມໄວ້ນັ້ນສາ ໃຫ້ເຫັນວ່າພຣະອົງຮັກປະຊາຊົນຂອງພຣະອົງ.
ງ່າໄມ້ກໍຫ່ຽວແຫ້ງແລະຫັກລົງ ແລະພວກຜູ້ຍິງກໍໄປເກັບເອົາມາເຮັດຟືນ. ຍ້ອນປະຊາຊົນບໍ່ໄດ້ເຂົ້າໃຈຫຍັງ ພຣະເຈົ້າອົງເປັນພຣະຜູ້ສ້າງຂອງພວກເຂົາຈຶ່ງຈະບໍ່ໃຫ້ຄວາມເມດຕາປານີ ຫລືສະແດງຄວາມອີດູຕົນໃດໆແກ່ພວກເຂົາເລີຍ.
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຈົ້າງ້ວງນອນ ພ້ອມທີ່ຈະລົ້ມລົງນອນຢ່າງຫລັບສະໜິດ. ພວກຜູ້ທຳນວາຍຄວນຈະເປັນສາຍຕາໃຫ້ແກ່ປະຊາຊົນ ແຕ່ພຣະເຈົ້າໄດ້ອັດຕາຂອງພວກເຂົາໄວ້ສາແລ້ວ.
ຜູ້ເຮັດຮູບເຄົາຣົບບໍ່ໄດ້ມີປັນຍາ ຫລືຄວາມເຂົ້າໃຈພໍທີ່ຈະເວົ້າວ່າ, “ໄມ້ບາງສ່ວນ ຂ້ອຍເອົາເຮັດຟືນດັງໄຟ, ໃຊ້ເຮັດຖ່ານອົບເຂົ້າຈີ່ ແລະໃຊ້ປິ້ງຊີ້ນກິນ. ສ່ວນທີ່ເຫຼືອຂ້ອຍເອົາເຮັດຮູບເຄົາຣົບ. ບັດນີ້ ຂ້ອຍກຳລັງກົ້ມລົງຂາບທ່ອນໄມ້ທ່ອນໜຶ່ງ.”
ມັນກໍທຳນອງດຽວ ກັບກິນຂີ້ເຖົ່ານັ້ນແຫລະ. ຄວາມຄິດໂງ່ຂອງລາວໄດ້ພາໃຫ້ລາວຫລົງຜິດໄປເກີນກວ່າຈະຊ່ວຍໄດ້. ລາວເອງບໍ່ຍອມຮັບເລີຍວ່າ ຮູບເຄົາຣົບທີ່ຕົນຖືຢູ່ນັ້ນບໍ່ແມ່ນພຣະເຈົ້າ.
ທຸກຄົນທີ່ສ້າງຮູບເຄົາຣົບລ້ວນແຕ່ບໍ່ມີປະໂຫຍດ ແລະພະທັງຫລາຍທີ່ພວກເຂົາຕີລາຄາຢ່າງສູງສຸດນັ້ນກໍບໍ່ມີຄຸນຄ່າ. ພວກທີ່ຂາບໄຫວ້ພະເຫຼົ່ານີ້ກໍຕາບອດແລະໂງ່ຈ້າ ຄືພວກເຂົາຈະໄດ້ຮັບຄວາມອັບອາຍ.
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງພາກັນມາເຖີດ ຊົນຊາດທີ່ລອດຈາກອານາຈັກລົ້ມທະລາຍນັ້ນ; ສະເໜີພວກເຈົ້າສຳລັບການສອບສວນຄະດີເບິ່ງດູ ຜູ້ທີ່ແຫ່ຂະບວນກັບຮູບເຄົາຣົບໄມ້ຂອງຕົນນັ້ນ ທັງພາວັນນາອະທິຖານຕໍ່ບັນດາພະທີ່ຊ່ວຍຫຍັງບໍ່ໄດ້ເລີຍ ຄືພວກທີ່ບໍ່ຮູ້ຈັກເລື່ອງລາວຫຍັງໝົດ.
ພວກເຂົາເປັນຄືໝາທີ່ກິນແລ້ວບໍ່ຮູ້ຈັກອີ່ມ. ພວກຜູ້ນຳເຫຼົ່ານີ້ບໍ່ມີຄວາມເຂົ້າໃຈ. ພວກເຂົາແຕ່ລະຄົນເຮັດໄປຕາມໃຈບັນຊາ ແລະຊອກຫາຜົນປະໂຫຍດສ່ວນຕົວ.
ເມື່ອເບິ່ງສິ່ງນີ້ ຄົນຊ່າງໂງ່ຈ້າ ແລະບໍ່ເຂົ້າໃຈ; ຄືພວກທີ່ເຮັດຮູບເຄົາຣົບ ກໍງົມງາຍກັນທັງນັ້ນ ເພາະບັນດາພະທີ່ພວກເຂົາໄດ້ເຮັດຂຶ້ນມາ ລ້ວນແຕ່ເປັນພະຈອມປອມແລະບໍ່ມີຊີວິດ.
ພວກເຂົາທັງໝົດນັ້ນໂງ່ຈ້າ ແລະງົມງາຍ ພວກເຂົາຮຽນຮູ້ຫຍັງແດ່ຈາກຮູບເຄົາຣົບທີ່ເປັນໄມ້?
ຊົນຊາດທີ່ໂງ່ຈ້າ ແລະບໍ່ມີຄວາມຄິດເອີຍ ຈົ່ງເອົາໃຈໃສ່ ຜູ້ທີ່ມີຕາ ແຕ່ເບິ່ງບໍ່ເຫັນ ຜູ້ທີ່ມີຫູ ແຕ່ຟັງບໍ່ໄດ້ຍິນ.
ເມື່ອແນມເບິ່ງສິ່ງນີ້ ຄົນຄືວ່າໂງ່ແລະບໍ່ເຂົ້າໃຈ ພວກທີ່ເຮັດຮູບເຄົາຣົບກໍເປັນຄົນງົມງາຍທັງນັ້ນ ເພາະບັນດາພະທີ່ພວກເຂົາເຮັດຂຶ້ນມາທັງໝົດ ກໍລ້ວນແຕ່ເປັນພະຈອມປອມແລະໄຮ້ຊີວິດ.
“ມະນຸດເອີຍ ເຈົ້າກຳລັງຢູ່ທ່າມກາງປະຊາຊົນທີ່ກະບົດ. ພວກເຂົາມີຕາ ແຕ່ພວກເຂົາເບິ່ງບໍ່ເຫັນຫຍັງ ພວກເຂົາມີຫູ ແຕ່ພວກເຂົາຟັງບໍ່ໄດ້ຍິນຫຍັງ ເພາະພວກເຂົາເປັນຄົນກະບົດ.”
ຫລາຍຄົນຈະຖືກຊຳລະໃຫ້ບໍຣິສຸດ. ພວກທີ່ຊົ່ວຊ້າທັງຫລາຍຈະບໍ່ເຂົ້າໃຈ ແຕ່ພວກເຂົາຈະເປັນຄົນຊົ່ວຢູ່ຕໍ່ໄປ; ມີແຕ່ພວກມີປັນຍາເທົ່ານັ້ນ ທີ່ຈະເຂົ້າໃຈ.
ຂໍໃຫ້ພວກທີ່ມີປັນຍາ ຈົ່ງເຂົ້າໃຈເອົາສິ່ງທີ່ມີຂຽນໄວ້ນີ້; ຂໍໃຫ້ພວກເຂົາຈຳໃສ່ໃຈໄວ້. ທາງຂອງພຣະເຈົ້າຢາເວຖືກຕ້ອງ ແລະບັນດາຜູ້ຊອບທຳຍ່ອມດຳເນີນຕາມທາງນີ້, ແຕ່ບັນດາຄົນບາບຈະຕຳສະດຸດ ແລະລົ້ມລົງເພາະລະເລີຍທາງນີ້.
ພວກຊາດງູຮ້າຍເອີຍ, ພວກເຈົ້າຈະເວົ້າຄວາມດີໄດ້ແນວໃດ ເມື່ອພວກເຈົ້າເປັນຄົນຊົ່ວ? ດ້ວຍວ່າ, ໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ.
ແລ້ວເຈົ້າທັງຫລາຍຈະເຊື່ອໄດ້ຢ່າງໃດ? ເຈົ້າທັງຫລາຍມັກຮັບເອົາກຽດຕິຍົດຈາກມະນຸດດ້ວຍກັນ, ແຕ່ບໍ່ຊອກຫາກຽດຕິຍົດຈາກຜູ້ທີ່ເປັນພຣະເຈົ້າແຕ່ອົງດຽວ,
ດ້ວຍເຫດໃດພວກເຈົ້າຈຶ່ງບໍ່ເຂົ້າໃຈໃນຖ້ອຍຄຳຂອງເຮົາ ເພາະພວກເຈົ້າທົນຟັງຖ້ອຍຄຳຂອງເຮົາບໍ່ໄດ້.
ໃນອະດີດທີ່ຜ່ານມາ ພຣະອົງປ່ອຍໃຫ້ປະຊາຊົນທັງໝົດປະຕິບັດຕາມຮີດຄອງຂອງຕົນ.
ຍ້ອນຄົນເຫຼົ່ານີ້ບໍ່ຮັບຮູ້ພຣະເຈົ້າ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາຈົມຢູ່ໃນຄວາມຄິດຊົ່ວ ເພື່ອພວກເຂົາຈະເຮັດໃນສິ່ງທີ່ບໍ່ສົມຄວນເຮັດ.
ຕາຂອງພວກເຂົາກໍມັກເບິ່ງແຕ່ຍິງທີ່ລ່ວງປະເວນີ ບໍ່ຢຸດບໍ່ຢັ້ງໃນການເຮັດບາບ, ພວກເຂົາກ້ຽວກ່ອມຄົນທີ່ມີໃຈບໍ່ທ່ຽງໝັ້ນ ພວກເຂົາມີໃຈເກັ່ງໃນການໂລບ, ເປັນຄົນທີ່ຖືກຊົງປ້ອຍດ່າແລ້ວ.