16 ໄມ້ບາງສ່ວນນັ້ນໃຊ້ເຮັດຟືນດັງໄຟປິ້ງຊີ້ນກິນອີ່ມໜຳສຳລານ. ພວກເຂົາອົບອຸ່ນຮ່າງກາຍແລະເວົ້າວ່າ, “ຊ່າງອົບອຸ່ນດີແທ້ໆ ໄຟນີ້ຊ່າງລຸກດີແທ້ນໍ.”
ພວກເຂົາໄດ້ເວົ້າໃສ່ພຣະເຈົ້າຂອງຊາວນະຄອນເຢຣູຊາເລັມ ຢ່າງດຽວກັບບັນດາພະຂອງຊົນຊາດອື່ນ ຄືພະເປັນຮູບປັ້ນທີ່ມືມະນຸດໄດ້ສ້າງຂຶ້ນ.
ນົກກະຈອກເທດປ່ອຍໄຂ່ມັນໄວ້ຢູ່ເທິງໜ້າດິນ ເພື່ອຄວາມຮ້ອນໃນດິນຊ່ວຍຟັກໄຂ່ໃຫ້ມັນໄດ້.
ມະນຸດໃຊ້ຕົ້ນໄມ້ສ່ວນໜຶ່ງເຮັດເປັນເຊື້ອໄຟ ແລະສ່ວນໜຶ່ງເຮັດເປັນຮູບເຄົາຣົບ. ສຳລັບສ່ວນໜຶ່ງນັ້ນໄດ້ໃຊ້ເປັນຟືນດັງໄຟຝີງ ໃຫ້ອົບອຸ່ນແລະອົບເຂົ້າຈີ່; ສຳລັບສ່ວນອື່ນອີກພັດໃຊ້ເຮັດເປັນພະເພື່ອຂາບໄຫວ້.
ສ່ວນໄມ້ທີ່ເຫຼືອນັ້ນພັດເອົາໄປເຮັດຮູບເຄົາຣົບ ແລ້ວກົ້ມລົງ ແລະຂາບໄຫວ້ທັງພາວັນນາອະທິຖານຕໍ່ຮູບເຄົາຣົບ ໂດຍເວົ້າວ່າ, “ພະຂອງຂ້ອຍ ໂຜດຊ່ວຍຂ້ອຍດ້ວຍເຖີດ.”
ພວກເຂົາຈະເປັນດັ່ງເຟືອງທ່ອນນ້ອຍໆທັງຫລາຍ ແລະໄຟກໍຈະໄໝ້ໃຫ້ວອດວາຍໄປໝົດສິ້ນ ພວກເຂົາຈະຊ່ວຍແມ່ນແຕ່ພວກເຂົາເອງບໍ່ໄດ້ເລີຍ ໄຟຈະລຸກແຮງສຳລັບພວກເຂົາ ບໍ່ແມ່ນໄຟໃຫ້ອົບອຸ່ນ.