Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 44:14 - ພຣະຄຳພີສັກສິ

14 ລາວ​ອາດ​ຈະ​ຕັດ​ເອົາ​ຕົ້ນແປກ​ມາ​ເຮັດ ຫລື​ໃຊ້​ໄມ້ໂອກ​ຫລື​ໄມ້​ສົນເທດ​ຈາກ​ປ່າ​ມາ​ເຮັດ ຫລື​ລາວ​ອາດ​ຈະ​ປູກ​ຕົ້ນ​ໝາກກໍ່ ແລະ​ລໍຖ້າ​ຝົນ​ຕົກ​ເພື່ອ​ເຮັດ​ໃຫ້​ມັນ​ໃຫຍ່​ຂຶ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 44:14
6 Jak'a apnaqawi uñst'ayäwi  

ຄົນ​ທີ່​ບໍ່​ສາມາດ​ຫາ​ເງິນ ຫລື​ຄຳ​ມາ​ເຮັດ ກໍ​ເລືອກ​ເອົາ​ໄມ້​ທີ່​ມອດ​ກັດ​ບໍ່ໄດ້​ມາ​ເຮັດ. ລາວ​ຊອກຫາ​ເອົາ​ຊ່າງ​ຜູ້​ທີ່​ຊຳນິ​ຊຳນານ ມາ​ສ້າງ​ເປັນ​ຮູບພະ​ທີ່​ເໜັງຕີງ​ໄປມາ​ບໍ່ໄດ້.


ຊ່າງ​ໄມ້​ກໍ​ແທກ​ໄມ້, ລາວ​ໃຊ້​ສໍຂາວ​ຂີດ​ຮູບຮ່າງ ພ້ອມ​ທັງ​ໃຊ້​ສິ່ວ​ຄວັດ​ໄມ້ ແລະ​ເຮັດ​ໃຫ້​ເປັນ​ຮູບ​ມະນຸດ ທີ່​ສວຍງາມ​ຕັ້ງ​ໄວ້​ໃນ​ເຮືອນ.


ມະນຸດ​ໃຊ້​ຕົ້ນໄມ້​ສ່ວນ​ໜຶ່ງ​ເຮັດ​ເປັນ​ເຊື້ອໄຟ ແລະ​ສ່ວນ​ໜຶ່ງ​ເຮັດ​ເປັນ​ຮູບເຄົາຣົບ. ສຳລັບ​ສ່ວນ​ໜຶ່ງ​ນັ້ນ​ໄດ້​ໃຊ້​ເປັນ​ຟືນ​ດັງ​ໄຟ​ຝີງ ໃຫ້​ອົບອຸ່ນ​ແລະ​ອົບ​ເຂົ້າຈີ່; ສຳລັບ​ສ່ວນ​ອື່ນ​ອີກ​ພັດ​ໃຊ້​ເຮັດ​ເປັນ​ພະ​ເພື່ອ​ຂາບໄຫວ້.


ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka