13 ຊ່າງໄມ້ກໍແທກໄມ້, ລາວໃຊ້ສໍຂາວຂີດຮູບຮ່າງ ພ້ອມທັງໃຊ້ສິ່ວຄວັດໄມ້ ແລະເຮັດໃຫ້ເປັນຮູບມະນຸດ ທີ່ສວຍງາມຕັ້ງໄວ້ໃນເຮືອນ.
ລາບານອອກໄປຕັດຂົນແກະ ແລະໃນຂະນະທີ່ເພິ່ນບໍ່ຢູ່ນັ້ນ ນາງຣາເຊັນໄດ້ເຂົ້າໄປລັກເອົາຮູບເຄົາຣົບປະຈຳຄອບຄົວຂອງພໍ່ຕົນໄປນຳ.
ຂ້ອຍຮູ້ວ່າເຈົ້າປົບໜີ ເພາະຢາກກັບເມືອບ້ານແຮງ, ແຕ່ເປັນຫຍັງ ເຈົ້າຈຶ່ງເອົາຮູບເຄົາຣົບປະຈຳຄອບຄົວຂອງຂ້ອຍມານຳ.”
ແຕ່ຖ້າເຈົ້າພົບຮູບເຄົາຣົບນຳຜູ້ໃດຜູ້ໜຶ່ງໃນທີ່ນີ້ ໃຫ້ຂ້າຜູ້ນັ້ນຖິ້ມໂລດ. ຄົນຂອງເຮົາກໍຢູ່ທີ່ນີ້ເພື່ອເປັນພະຍານ. ຈົ່ງຄົ້ນຫາເອົາທຸກສິ່ງທີ່ເປັນຂອງເຈົ້າຄືນໄປ.” ຢາໂຄບບໍ່ຮູ້ວ່າ ຣາເຊັນໄດ້ລັກເອົາຮູບເຄົາຣົບມານຳ.
ດັ່ງນັ້ນ ຢາໂຄບຈຶ່ງບອກຄົນຢູ່ໃນຄອບຄົວ ແລະທຸກຄົນທີ່ອາໄສຢູ່ນຳຕົນວ່າ, “ຈົ່ງຖິ້ມຮູບພະຂອງຄົນຕ່າງຊາດທີ່ພວກເຈົ້າມີຢູ່ນັ້ນ; ຈົ່ງຊຳລະຕົວໃຫ້ໝົດມົນທິນ ແລະນຸ່ງຫົ່ມເຄື່ອງທີ່ສະອາດ.
ຊ່າງໄມ້ເວົ້າຕໍ່ຊ່າງຄຳວ່າ, ‘ເຈົ້າເຮັດໄດ້ດີຫລາຍ.’ ຜູ້ທີ່ຕີຮູບເຄົາຣົບລະອຽດດີກໍຊູໃຈຜູ້ທີ່ໃຊ້ຕະປູຕອກດ້ວຍ. ເຂົາເວົ້າວ່າ, ‘ເຈົ້າຊຸບໂລຫະເຂົ້າກັນໄດ້ດີຫລາຍ.’ ຕອກຕະປູເຂົ້າຈຳດີເພື່ອຕໍ່ສ່ວນຕ່າງໆຂອງຮູບເຄົາຣົບ.
ລາວອາດຈະຕັດເອົາຕົ້ນແປກມາເຮັດ ຫລືໃຊ້ໄມ້ໂອກຫລືໄມ້ສົນເທດຈາກປ່າມາເຮັດ ຫລືລາວອາດຈະປູກຕົ້ນໝາກກໍ່ ແລະລໍຖ້າຝົນຕົກເພື່ອເຮັດໃຫ້ມັນໃຫຍ່ຂຶ້ນ.
ສະນັ້ນ ຂ້າພະເຈົ້າຈຶ່ງເຂົ້າໄປເບິ່ງ. ກຳແພງທັງໝົດກໍເຕັມໄປແຕ່ຮູບແຕ້ມຂອງຝູງງູ ແລະສັດຕ່າງໆທີ່ເປັນມົນທິນ ແລະຮູບສິ່ງຂອງອື່ນໆອີກທີ່ຊາວອິດສະຣາເອນກຳລັງຂາບໄຫວ້ຢູ່.
ບັນດາຜູ້ນຳຊາວອິດສະຣາເອນເຈັດສິບຄົນກໍຢູ່ທີ່ນັ້ນ ແລະຢາອາຊານີຢາລູກຊາຍຂອງຊາຟານກໍຮ່ວມຢູ່ດ້ວຍ, ແຕ່ລະຄົນກຳລັງຖືຖາດເຜົາບູຊາເຄື່ອງຫອມທີ່ກຳລັງລຸກໄໝ້ຢູ່ ແລະຄວັນກໍກຳລັງຟົ້ງຂຶ້ນ.
ພຣະອົງຈຶ່ງຖາມຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນບໍ ສິ່ງທີ່ບັນດາຜູ້ນຳຂອງຊາດອິດສະຣາເອນກຳລັງເຮັດຢູ່ຢ່າງລັບລີ້ນັ້ນ? ແຕ່ລະຄົນກໍມີບ່ອນຂາບໄຫວ້ຮູບເຄົາຣົບຂອງຕົນ. ການແກ້ຕົວຂອງພວກເຂົາຄື: ‘ພຣະເຈົ້າຢາເວບໍ່ເຫັນພວກເຮົາດອກ ພຣະເຈົ້າຢາເວໄດ້ປະຖິ້ມປະເທດຂອງເຮົາສາແລ້ວ.”’
ໃນເມື່ອພວກເຮົາເປັນເຊື້ອສາຍຂອງພຣະເຈົ້າ ພວກເຮົາກໍບໍ່ຄວນຖືວ່າພຣະເຈົ້າເປັນຄືຮູບເຄົາຣົບທີ່ເປັນຄຳ, ທີ່ເປັນເງິນ, ຫລືເປັນຫີນ ທີ່ຖືກແກະສະຫລັກດ້ວຍສິນລະປະ ດ້ວຍສີມືຂອງນາຍຊ່າງຜູ້ຊຳນານ.
ພວກເຂົາໄດ້ເອົາຮູບມະນຸດທີ່ຕາຍເປັນ ຫລືຮູບນົກ ຮູບສັດສີ່ຕີນ ແລະຮູບສັດເລືອຄານ ມາປ່ຽນແທນສະຫງ່າຣາສີຂອງພຣະເຈົ້າອົງຕາຍບໍ່ເປັນ.
‘ຄຳສາບແຊ່ງເປັນຂອງທຸກໆຄົນ ທີ່ໃຊ້ຫີນ, ໄມ້ ແລະໂລຫະ ເຮັດຮູບເຄົາຣົບແລະຂາບໄຫວ້ຮູບນັ້ນຢ່າງລັບລີ້; ພຣະເຈົ້າຢາເວກຽດຊັງການຂາບໄຫວ້ຮູບເຄົາຣົບ.’ ແລະປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ.’
ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ພະໄມ້ ແລະພະຫີນຊຶ່ງມະນຸດໄດ້ປະດິດຂຶ້ນ ຄືພະທີ່ເບິ່ງບໍ່ເຫັນ ແລະຟັງບໍ່ໄດ້ຍິນ ທັງກິນຫລືດົມກິ່ນບໍ່ໄດ້ດ້ວຍ.
ມີກາຖາມຄືນວ່າ, “ພວກທ່ານຖາມວ່າ ‘ມີເລື່ອງຫຍັງ?’ ໝາຍຄວາມວ່າຢ່າງໃດ? ພວກທ່ານເອົາປະໂຣຫິດແລະຮູບພະຊຶ່ງຂ້ອຍໄດ້ສ້າງນັ້ນໜີມາໝົດ ມີຫຍັງເຫຼືອໄວ້ໃຫ້ຂ້ອຍແດ່?”