12 ຊ່າງຕີເຫລັກເອົາໂລຫະມາຫລອມ. ແຂນອັນແຂງແຮງຂອງລາວກໍໃຊ້ຄ້ອນຕີໂລຫະໃຫ້ເປັນຮູບ. ໃນເວລາທີ່ເຮັດວຽກຢູ່ນັ້ນ ລາວກໍຫິວເຂົ້າ, ຢາກນໍ້າ ແລະອິດເມື່ອຍ.
ເພິ່ນໄດ້ຮວບຮວມເອົາຕຸ້ມຫູທັງໝົດ ແລະໃຊ້ເຄື່ອງມືຫລໍ່ເປັນຮູບງົວຄຳໂຕໜຶ່ງ. ຕໍ່ມາ ປະຊາຊົນກໍເວົ້າວ່າ, “ຊາວອິດສະຣາເອນເອີຍ ອັນນີ້ ແມ່ນພະຂອງພວກເຮົາຜູ້ທີ່ໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ.”
ພວກເຂົາໄດ້ປະຖິ້ມການດຳເນີນຊີວິດ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ປະຕິບັດ; ພວກເຂົາໄດ້ເອົາຄຳມາຫລໍ່ເປັນຮູບງົວເຖິກນ້ອຍໂຕໜຶ່ງ ແລະໄດ້ຂາບໄຫວ້ຮູບນັ້ນທັງຖວາຍບູຊາແກ່ມັນ. ພວກເຂົາກຳລັງເວົ້າວ່າ ຮູບນັ້ນແມ່ນພະຂອງພວກເຂົາ ທີ່ໄດ້ນຳພວກເຂົາອອກມາຈາກປະເທດເອຢິບ.”
ພຣະອົງບໍ່ເປັນດັ່ງຮູບເຄົາຣົບທີ່ຖືກສ້າງດ້ວຍມື ທີ່ຊ່າງໂລຫະເຄືອບຄຳທັງໃຊ້ເງິນຫລໍ່ຕີນດ້ວຍ.
ຄົນທີ່ບໍ່ສາມາດຫາເງິນ ຫລືຄຳມາເຮັດ ກໍເລືອກເອົາໄມ້ທີ່ມອດກັດບໍ່ໄດ້ມາເຮັດ. ລາວຊອກຫາເອົາຊ່າງຜູ້ທີ່ຊຳນິຊຳນານ ມາສ້າງເປັນຮູບພະທີ່ເໜັງຕີງໄປມາບໍ່ໄດ້.
ບັນດາຊົນຊາດທີ່ພວກເຈົ້າໄດ້ເຂົ້າຄອບຄອງນັ້ນ ເຮັດວຽກອິດອ່ອນໝົດກຳລັງໂດຍບໍ່ມີປະໂຫຍດ ແລະສິ່ງທັງໝົດທີ່ພວກເຂົາໄດ້ສ້າງຂຶ້ນມານັ້ນກໍຖືກໄຟເຜົາຜານກ້ຽງ. ອົງພຣະຜູ້ເປັນເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກະທຳການນີ້.
ຮູບເຄົາຣົບໃຫ້ຜົນປະໂຫຍດຫຍັງແດ່? ມັນເປັນພຽງແຕ່ຮູບທີ່ມະນຸດໄດ້ສ້າງຂຶ້ນເທົ່ານັ້ນ ແລະມັນກໍບໍ່ບອກຫຍັງໃຫ້ພວກເຈົ້າຮູ້ໄດ້ ເວັ້ນແຕ່ຄຳຕົວະເທົ່ານັ້ນ. ມີດີຫຍັງແດ່ທີ່ຜູ້ສ້າງຮູບເຄົາຣົບນັ້ນປົງໃຈໃນມັນ ຄືຮູບພະທີ່ປາກບໍ່ໄດ້
ແລ້ວພຣະເຈົ້າຢາເວກໍສຳແດງໃຫ້ຂ້າພະເຈົ້າເຫັນຊ່າງຕີເຫຼັກສີ່ຄົນ.
ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ພະໄມ້ ແລະພະຫີນຊຶ່ງມະນຸດໄດ້ປະດິດຂຶ້ນ ຄືພະທີ່ເບິ່ງບໍ່ເຫັນ ແລະຟັງບໍ່ໄດ້ຍິນ ທັງກິນຫລືດົມກິ່ນບໍ່ໄດ້ດ້ວຍ.