Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 44:11 - ພຣະຄຳພີສັກສິ

11 ທຸກໆຄົນ​ທີ່​ຂາບໄຫວ້​ຮູບ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ. ຄົນ​ທີ່​ເຮັດ​ຮູບເຄົາຣົບ​ນັ້ນ​ກໍ​ເປັນ​ພຽງ​ແຕ່​ມະນຸດ ບໍ່​ວິເສດ​ວິໂສ​ຫຍັງ. ຈົ່ງ​ໃຫ້​ພວກເຂົາ​ມາ​ແລະ​ຢືນ​ສູ້​ຄະດີ​ເບິ່ງ ແລະ​ພວກເຂົາ​ກໍ​ຈະ​ຢ້ານກົວ​ຫລາຍ ທັງ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຢ່າງ​ໜັກ​ດ້ວຍ.

Uka jalj uñjjattʼäta Copia luraña




ເອຊາຢາ 44:11
22 Jak'a apnaqawi uñst'ayäwi  

ເອລີຢາ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ຈັບ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ ຢ່າ​ໃຫ້​ຜູ້ໃດ​ລອດ​ໜີໄປ​ໄດ້.” ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຈັບ​ພວກເຂົາ​ທຸກຄົນ​ໄວ້ ແລ້ວ​ເອລີຢາ​ກໍໄດ້​ນຳ​ພວກເຂົາ​ລົງ​ໄປ​ໃນ​ຫ້ວຍ​ກີໂຊນ ແລະ​ຂ້າ​ພວກເຂົາ​ເສຍ.


ທຸກຄົນ​ທີ່​ຂາບໄຫວ້​ຮູບເຄົາຣົບ​ຕ່າງ​ກໍ​ຖືກ​ອັບອາຍ ບັນດາ​ພະ​ທັງຫລາຍ​ຈຶ່ງ​ກົ້ມ​ຂາບລົງ ຕໍ່ໜ້າ​ພຣະອົງ.


ພວກເຈົ້າ​ຈະ​ເສຍໃຈ​ທີ່​ໄດ້​ຂາບໄຫວ້​ຕົ້ນໄມ້ ແລະ​ປຸກສ້າງ​ບ່ອນ​ສັກສິດ​ໃນ​ສວນ.


ທຸກຄົນ​ທີ່​ວາງໃຈ​ໃນ​ຮູບເຄົາຣົບ​ທັງ​ຮ້ອງຫາ​ມັນ ກໍ​ຈະ​ຖືກ​ດູໝິ່ນ​ນິນທາ ແລະ​ອັບອາຍ​ຂາຍໜ້າ.”


ທຸກຄົນ​ທີ່​ສ້າງ​ຮູບເຄົາຣົບ​ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ພະ​ທັງຫລາຍ​ທີ່​ພວກເຂົາ​ຕີ​ລາຄາ​ຢ່າງ​ສູງສຸດ​ນັ້ນ​ກໍ​ບໍ່ມີ​ຄຸນຄ່າ. ພວກ​ທີ່​ຂາບໄຫວ້​ພະ​ເຫຼົ່ານີ້​ກໍ​ຕາບອດ​ແລະ​ໂງ່ຈ້າ ຄື​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ພວກ​ທີ່​ເຮັດ​ຮູບເຄົາຣົບ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ພວກເຂົາ​ທຸກຄົນ​ຈະ​ໄດ້​ຮັບ​ການ​ດູໝິ່ນ​ປະໝາດ.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ພວກ​ທີ່​ນະມັດສະການ​ເຮົາ ແລະ​ເຊື່ອຟັງ​ເຮົາ​ຈະ​ໄດ້​ກິນ ແລະ​ດື່ມ​ຢ່າງ​ອຸດົມສົມບູນ, ແຕ່​ພວກເຈົ້າ​ຈະ​ອຶດເຂົ້າ​ແລະ​ຫິວນໍ້າ. ພວກເຂົາ​ຈະ​ມີ​ຄວາມສຸກ ແຕ່​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ເມື່ອ​ເບິ່ງ​ສິ່ງ​ນີ້ ຄົນ​ຊ່າງ​ໂງ່ຈ້າ ແລະ​ບໍ່​ເຂົ້າໃຈ; ຄື​ພວກ​ທີ່​ເຮັດ​ຮູບເຄົາຣົບ ກໍ​ງົມງາຍ​ກັນ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ມາ ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ບໍ່ມີ​ຊີວິດ.


ເມື່ອ​ແນມ​ເບິ່ງ​ສິ່ງ​ນີ້ ຄົນ​ຄື​ວ່າ​ໂງ່​ແລະ​ບໍ່​ເຂົ້າໃຈ ພວກ​ທີ່​ເຮັດ​ຮູບເຄົາຣົບ​ກໍ​ເປັນ​ຄົນ​ງົມງາຍ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ເຮັດ​ຂຶ້ນ​ມາ​ທັງໝົດ ກໍ​ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ໄຮ້​ຊີວິດ.


ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ ໂດຍ​ຫລໍ່​ຮູບ​ດ້ວຍ​ໂລຫະ​ໄວ້​ຂາບໄຫວ້ ຄື​ຫລໍ່​ຮູບເຄົາຣົບ​ເປັນ​ເງິນ ອອກ​ແບບ​ຕາມ​ຄວາມຄິດ​ຂອງ​ມະນຸດ ແລະ​ເຮັດ​ຂຶ້ນ​ດ້ວຍ​ສີມື​ຂອງ​ມະນຸດ. ແລ້ວ​ພວກເຂົາ​ກໍ​ເວົ້າ​ວ່າ, “ຈົ່ງ​ຖວາຍ​ເຄື່ອງ​ເຜົາບູຊາ​ແກ່​ຮູບ​ເຫຼົ່ານີ້.” ຄົນ​ຈະ​ຈູບ​ຮູບ​ນັ້ນ​ໄດ້​ບໍ? ເພາະ​ມັນ​ເປັນ​ຮູບ​ງົວເຖິກ.


ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະ​ໄມ້ ແລະ​ພະ​ຫີນ​ຊຶ່ງ​ມະນຸດ​ໄດ້​ປະດິດ​ຂຶ້ນ ຄື​ພະ​ທີ່​ເບິ່ງ​ບໍ່​ເຫັນ ແລະ​ຟັງ​ບໍ່ໄດ້ຍິນ ທັງ​ກິນ​ຫລື​ດົມ​ກິ່ນ​ບໍ່ໄດ້​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka