Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 44:1 - ພຣະຄຳພີສັກສິ

1 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ ເຊື້ອສາຍ​ຢາໂຄບ​ຜູ້ຮັບໃຊ້​ຂອງເຮົາ ຊາດ​ອິດສະຣາເອນ​ຄື​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກໄວ້.

Uka jalj uñjjattʼäta Copia luraña




ເອຊາຢາ 44:1
22 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.


ພຣະອົງ​ປະທານ​ດິນແດນ​ແກ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ແຕ່​ສຳລັບ​ພວກເຈົ້າ​ນັ້ນ​ແມ່ນ​ຊາດ​ອິດສະຣາເອນ ເປັນ​ພວກ​ທີ່​ອຸທິດຕົວ​ເພື່ອ​ການ​ບົວລະບັດ​ຮັບໃຊ້ ແມ່ນ​ປະຊາຊົນ​ພວກ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ເຊື້ອສາຍ​ອັບຣາຮາມ​ມິດ​ສະຫາຍ​ຂອງເຮົາ​ນັ້ນ.


ເຮົາ​ໄດ້​ນຳ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ປາຍ​ແຜ່ນດິນ ເຮົາ​ໄດ້​ເອີ້ນ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ທຸກ​ມຸມໂລກ ແລະ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ຜູ້ຮັບໃຊ້​ຂອງເຮົາ’ ເຮົາ​ບໍ່ເຄີຍ​ປະຖິ້ມ​ແຕ່​ເລືອກເອົາ​ພວກເຈົ້າ​ໄວ້.


ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ຈະ​ຮັບ​ຟັງ​ເລື່ອງນີ້​ບໍ? ແຕ່ນີ້​ຕໍ່ໄປ ພວກເຈົ້າ​ຈະ​ຟັງ​ຢ່າງ​ເອົາໃຈໃສ່​ຫລື​ບໍ່?


ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຢາໂຄບ​ເອີຍ ຈົ່ງ​ພາກັນ​ຈົດຈຳ​ເລື່ອງນີ້. ອິດສະຣາເອນ​ເອີຍ ພວກເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ສ້າງ​ເຈົ້າ ເພື່ອ​ເປັນ​ຜູ້ຮັບໃຊ້​ຂອງເຮົາ; ອິດສະຣາເອນ​ເອີຍ ເຮົາ​ຈະ​ບໍ່​ລືມໄລ​ເຈົ້າ​ຈັກເທື່ອ.


ເຮົາ​ຕັ້ງ​ເຈົ້າ​ໃຫ້​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງເຮົາ ຄື​ຊ່ວຍເຫລືອ​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ໃຫ້​ເຈົ້າ​ມີ​ກຽດສັກສີ​ອັນ​ໃຫຍ່ຫລວງ ເຖິງ​ວ່າ​ເຈົ້າ​ບໍ່​ຮູ້ຈັກ​ເຮົາ​ເລີຍ​ກໍຕາມ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ເທີ້ນ ຊາດ​ອິດສະຣາເອນ ພວກ​ທີ່​ເຮົາ​ໄດ້​ເອີ້ນ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ແມ່ນ​ພຣະເຈົ້າ​ແຕ່​ອົງດຽວ​ເທົ່ານັ້ນ


ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


“ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້​ປະກາດ​ພຣະທຳ ເຈົ້າ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ພວກ​ທີ່​ຮັບໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາຖະໜາ ອ້າ​ແຂນ​ໂອບກອດ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ແມ່​ໄກ່​ຮວບຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ແຕ່​ພວກເຈົ້າ​ຊໍ້າພັດ​ບໍ່​ຍິນຍອມ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka