Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 43:9 - ພຣະຄຳພີສັກສິ

9 ຈົ່ງ​ໝາຍເກາະ​ບັນດາ​ຊົນຊາດ​ໃຫ້​ມາ​ສູ້​ຄະດີ​ກັນ ມີ​ພະ​ຕົນໃດ​ໃນ​ພວກເຂົາ ທຳນວາຍ​ອະນາຄົດ​ໄດ້? ມີ​ພະ​ຕົນໃດ​ແດ່ ບອກ​ກ່ອນ​ເຖິງ​ສິ່ງ​ຈະ​ມີ​ມາ? ຂໍ​ໃຫ້​ພະ​ເຫຼົ່ານີ້​ນຳ​ພະຍານ​ຂອງ​ພວກເຂົາ​ມາ​ເບິ່ງ ເພື່ອ​ພິສູດ​ວ່າ​ຝ່າຍ​ຖືກຕ້ອງ​ເປັນ​ຂອງ​ພວກເຂົາ ເພື່ອ​ຢັ້ງຢືນ​ວ່າ​ຄຳ​ທີ່​ພວກເຂົາ​ເວົ້າ​ເປັນຈິງ​ແທ້ໆ.

Uka jalj uñjjattʼäta Copia luraña




ເອຊາຢາ 43:9
17 Jak'a apnaqawi uñst'ayäwi  

ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າຢາເວ​ກ່າວ​ຈາ ພຣະອົງ​ເອີ້ນ​ເອົາ​ຄົນ​ທົ່ວ​ທັງ​ໂລກາ​ຈາກ​ທິດ​ຕາເວັນອອກ ເຖິງ​ທິດ​ຕາເວັນຕົກ.


ປະຊາຊົນ​ທຸກ​ຊົນຊາດ​ເອີຍ ຈົ່ງ​ມາ​ເທີ້ນ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ. ຈົ່ງ​ໃຫ້​ໝົດ​ທັງ​ໂລກ ແລະ​ໝົດ​ທຸກຄົນ​ຢູ່​ໃນ​ໂລກ​ມາ​ທີ່ນີ້​ແລະ​ຟັງ.


ພຣະເຈົ້າ​ຊົງ​ກ່າວ​ວ່າ, “ແດນ​ຫ່າງໄກ ຈົ່ງ​ມິດ​ແລະ​ຟັງ ຈົ່ງ​ຕຽມ​ຄະດີ​ຂອງ​ພວກເຈົ້າ​ສະເໜີ​ໃນ​ສານ​ເຖີດ; ພວກເຈົ້າ​ຈະ​ໄດ້​ມີ​ໂອກາດ​ກ່າວ​ແລະ​ປາໄສ ຈົ່ງ​ມາ​ຕັດສິນ​ຊີ້ຂາດ​ວ່າ​ຜູ້ໃດ​ເປັນ​ຜູ້​ຖືກຕ້ອງ.”


ຈົ່ງ​ໄປ​ສານ​ແລະ​ເອົາ​ຄຳ​ກ່າວຫາ​ໄປ​ນຳ ໃຫ້​ສະເໜີ​ຄະດີ​ເພື່ອ​ພິສູດ​ວ່າ​ເປັນ​ຝ່າຍ​ຖືກ


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.


“ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.


ທຸກ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ​ຈົ່ງ​ຟ້າວ​ມາ​ໄວໆ ຈົ່ງ​ໃຫ້​ເຕົ້າໂຮມ​ກັນ​ຢູ່​ໃນ​ຮ່ອມພູ​ນັ້ນ.”’ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສົ່ງ​ກອງທັບ​ມາ​ສາ ຄື​ກອງທັບ​ຂອງ​ພຣະອົງ​ມາ​ບຸກໂຈມຕີ​ພວກເຂົາ​ເຖີດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka