8 ພຣະເຈົ້າກ່າວວ່າ, “ຈົ່ງໝາຍເກາະປະຊາຊົນຂອງເຮົາ ຈົ່ງເອີ້ນພວກເຂົາໃຫ້ຂຶ້ນສານເຖີດ ພວກເຂົາມີຕາ ແຕ່ພວກເຂົາພັດເບິ່ງບໍ່ເຫັນຫຍັງໝົດ; ພວກເຂົາມີຫູ ແຕ່ພວກເຂົາພັດຟັງອັນໃດບໍ່ໄດ້ຍິນ.
ເມື່ອວັນນັ້ນມາເຖິງ ຄົນຫູໜວກຈະສາມາດໄດ້ຍິນສຽງຂອງຄົນອ່ານໜັງສືໄດ້ ແລະຄົນຕາບອດທີ່ຢູ່ໃນຄວາມມືດຈະສາມາດເຫັນຮຸ່ງໄດ້.
ສະນັ້ນ ພຣະອົງຈຶ່ງສັ່ງຂ້າພະເຈົ້າໄປບອກປະຊາຊົນດັ່ງນີ້: “ແມ່ນວ່າພວກເຈົ້າຈະຟັງຫລາຍປານໃດ ພວກເຈົ້າກໍຈະບໍ່ເຂົ້າໃຈ. ແມ່ນວ່າພວກເຈົ້າຈະເບິ່ງຄັກປານໃດ ພວກເຈົ້າກໍຈະບໍ່ຮູ້ເຫັນວ່າ ແມ່ນຫຍັງກຳລັງເກີດຂຶ້ນ.”
ຊົນຊາດທີ່ໂງ່ຈ້າ ແລະບໍ່ມີຄວາມຄິດເອີຍ ຈົ່ງເອົາໃຈໃສ່ ຜູ້ທີ່ມີຕາ ແຕ່ເບິ່ງບໍ່ເຫັນ ຜູ້ທີ່ມີຫູ ແຕ່ຟັງບໍ່ໄດ້ຍິນ.
“ມະນຸດເອີຍ ເຈົ້າກຳລັງຢູ່ທ່າມກາງປະຊາຊົນທີ່ກະບົດ. ພວກເຂົາມີຕາ ແຕ່ພວກເຂົາເບິ່ງບໍ່ເຫັນຫຍັງ ພວກເຂົາມີຫູ ແຕ່ພວກເຂົາຟັງບໍ່ໄດ້ຍິນຫຍັງ ເພາະພວກເຂົາເປັນຄົນກະບົດ.”
ເພື່ອວ່າ ‘ພວກເຂົາເບິ່ງແລ້ວເບິ່ງອີກກໍຈະບໍ່ເຫັນ ຟັງແລ້ວຟັງອີກ ແຕ່ກໍຈະບໍ່ເຂົ້າໃຈ ຖ້າພວກເຂົາຮູ້ ຄົງຫັນກັບຄືນ ມາຫາພຣະເຈົ້າ ແລະ ຮັບການອະໄພ.”’