ເອຊາຢາ 43:6 - ພຣະຄຳພີສັກສິ6 ເຮົາຈະບອກທິດເໜືອປ່ອຍໃຫ້ພວກເຂົາໄປ ແລະບອກທິດໃຕ້ບໍ່ໃຫ້ຈ່ອງດຶງພວກເຂົາໄວ້. ຈົ່ງປ່ອຍປະຊາຊົນຂອງເຮົາໃຫ້ຄືນມາແຕ່ທີ່ໄກຫ່າງ ຈາກທຸກໆມຸມແຜ່ນດິນໂລກພຸ້ນເດີ. Uka jalj uñjjattʼäta |
ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຮັບເອົາເຄື່ອງຖວາຍ ຈາກດິນແດນທີ່ຖືກແບ່ງແຍກດ້ວຍແມ່ນໍ້າທັງຫລາຍນີ້, ຈາກຊົນຊາດທີ່ເຂັ້ມແຂງ ແລະມີອຳນາດນີ້, ຈາກປະຊາຊົນທີ່ມີຮູບຮ່າງສູງ ແລະມີຜິວພັນກ້ຽງໃສນີ້ ຊຶ່ງຄົນທັງໂລກຢ້ານກົວພວກເຂົາ. ພວກເຂົາຈະມາທີ່ພູເຂົາຊີໂອນ ຊຶ່ງເປັນບ່ອນຢູ່ແຫ່ງນາມຊື່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
ພວກເຂົາຈະນຳພວກພີ່ນ້ອງຮ່ວມຊາດຂອງພວກເຈົ້າ ກັບຄືນມາຈາກຊົນຊາດຕ່າງໆເພື່ອເປັນຂອງຂວັນໃຫ້ແກ່ພຣະເຈົ້າຢາເວ. ພວກເຂົາຈະນຳພີ່ນ້ອງຮ່ວມຊາດຂອງພວກເຈົ້າທັງໝົດ ມາສູ່ເນີນພູສັກສິດຂອງເຮົາ ໃນນະຄອນເຢຣູຊາເລັມ ໂດຍໃຊ້ມ້າ, ລໍ, ອູດ, ລໍ້ ແລະກວຽນ. ພຣະເຈົ້າຢາເວກ່າວວ່າ, ດັ່ງຊາວອິດສະຣາເອນນຳພືດຜົນເປັນເມັດໃສ່ພາຊະນະທີ່ຊຳລະໃຫ້ໝົດມົນທິນແລ້ວ ມາທີ່ພຣະວິຫານຂອງພຣະເຈົ້າຢາເວ.
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’