ເອຊາຢາ 43:5 - ພຣະຄຳພີສັກສິ5 ສະນັ້ນ ຢ່າສູ່ຢ້ານກົວແຕ່ຢ່າງໃດເລີຍ ຝ່າຍເຮົາສະຖິດຢູ່ກັບພວກເຈົ້າ. ແຕ່ທີ່ໄກສຸດທາງຕາເວັນອອກແລະຕາເວັນຕົກ ເຮົາຈະນຳຄົນຂອງເຈົ້າກັບຄືນມາບ້ານ. Uka jalj uñjjattʼäta |
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’