3 ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເດີ ອົງບໍຣິສຸດຂອງອິດສະຣາເອນທີ່ຊ່ວຍພວກເຈົ້າໃຫ້ພົ້ນ. ເຮົາຈະໃຫ້ປະເທດເອຢິບຍອມປົດປ່ອຍພວກເຈົ້າເປັນເສລີ ຈະໃຫ້ເອທີໂອເປຍ ແລະເສບາຍອມດ້ວຍ.
ເຊື້ອສາຍຂອງກູເຊແມ່ນຊາວເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະສັບເຕກາ. ເຊື້ອສາຍຂອງຣາອາມາແມ່ນຊາວເຊບາ ແລະຊາວເດດານ.
ກະສັດຂອງສະເປນແລະເກາະດອນທັງຫລາຍ ຕ່າງກໍຈະນຳຂອງບັນນາການມາມອບໃຫ້ເພິ່ນ. ບັນດາກະສັດແຫ່ງອາຣາເບຍແລະເອທີໂອເປຍ ກໍຈະນຳເອົາເຄື່ອງຖວາຍມາມອບໃຫ້.
ບັນດາຂ້າຣາຊການຈຶ່ງຖາມກະສັດຟາໂຣວ່າ, “ຊາຍຄົນນີ້ຍັງຈະເຮັດໃຫ້ພວກເຮົາເດືອດຮ້ອນຢູ່ອີກເຫິງປານໃດ? ຈົ່ງປ່ອຍຊາວອິດສະຣາເອນໄປນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສາ. ທ່ານບໍ່ເຫັນບໍວ່າ ເອຢິບກຳລັງຈິບຫາຍວາຍວອດພຽງໃດແລ້ວ?”
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
ຄົນຊອບທຳໄດ້ຮັບການຄຸ້ມຄອງໃຫ້ພົ້ນຈາກຄວາມເດືອດຮ້ອນ, ແຕ່ຄົນຊົ່ວຮ້າຍເປັນຜູ້ຮັບເອົາແທນ.
ເມື່ອຄົນຊົ່ວຊອກຫາເຮັດໃຫ້ຄົນດີທົນທຸກແລ້ວ ການທົນທຸກນັ້ນກໍຈະສະໜອງເຂົາຄືນ.
ສິ່ງເຫຼົ່ານັ້ນຈະເປັນໝາຍສຳຄັນແລະພະຍານຝ່າຍພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ດຳລົງຢູ່ໃນເອຢິບ. ເມື່ອປະຊາຊົນໃນທີ່ນັ້ນໄດ້ຮັບການກົດຂີ່ ແລະຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ພຣະອົງຈະສົ່ງຄົນໜຶ່ງໄປຊ່ວຍກູ້ເອົາພວກເຂົາ.
ເມື່ອເມືອງອາຊະໂດດຖືກຢຶດເອົາແລ້ວ ພຣະເຈົ້າຢາເວໄດ້ກ່າວວ່າ, “ເອຊາຢາ ຜູ້ຮັບໃຊ້ຂອງເຮົາໄດ້ຍ່າງໄປມາຕີນເປົ່າ ແລະເປືອຍຕົວ ເປັນເວລາເຖິງສາມປີ. ອັນນີ້ແມ່ນໝາຍສຳຄັນທີ່ບອກໃຫ້ຮູ້ເຖິງ ສິ່ງທີ່ຈະເກີດຂຶ້ນກັບປະເທດເອຢິບ ແລະປະເທດເອທີໂອເປຍ.
ອອກໜີໄປໃຫ້ພົ້ນຈາກທາງຂອງພວກເຮົາສາ ແລະຢ່າມາກີດກັ້ນພວກເຮົາເລີຍ. ພວກເຮົາບໍ່ຢາກຟັງ ເຖິງເລື່ອງພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.”
ພຣະເຈົ້າກ່າວວ່າ, “ອິດສະຣາເອນເອີຍ ຢ່າຢ້ານ. ເຖິງແມ່ນພວກເຈົ້າໜ້ອຍທັງອ່ອນແຮງເຮົາກໍຈະຊ່ວຍເຈົ້າ. ພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນ ຄືຜູ້ທີ່ຊົງໄຖ່ພວກເຈົ້າໃຫ້ພົ້ນ.
ເຮົາແມ່ນພຣະເຈົ້າຢາເວ ນາມນີ້ແມ່ນນາມຊື່ຂອງເຮົາ ເຮົາຈະບໍ່ຍົກສະຫງ່າຣາສີຂອງເຮົາໃຫ້ແກ່ຜູ້ອື່ນ; ເຮົາຈະບໍ່ຍອມໃຫ້ຄຳຍົກຍໍສັນລະເສີນ ທີ່ເປັນຂອງເຮົາແຕ່ເທົ່ານັ້ນໃຫ້ແກ່ຮູບເຄົາຣົບທັງຫລາຍ.
ເຮົາຜູ້ດຽວເທົ່ານັ້ນ ທີ່ເປັນພຣະເຈົ້າຢາເວເດີ ເຮົາແຕ່ຜູ້ດຽວຊ່ວຍພວກເຈົ້າໃຫ້ພົ້ນໄດ້.
ພຣະເຈົ້າຢາເວກ່າວວ່າ, “ສົມບັດຂອງປະເທດເອຢິບກັບປະເທດເອທີໂອເປຍຈະເປັນຂອງເຈົ້າ ຄົນໃຫຍ່ສູງແຫ່ງເສບາກໍຈະເປັນທາດຮັບໃຊ້ເຈົ້າຄືກັນ ພວກເຂົາຈະຍ່າງຕາມເຈົ້າໄປໂດຍຖືກລ່າມໂສ້ພ້ອມ. ພວກເຂົາຈະກົ້ມຂາບເຈົ້າ ແລະທັງສາລະພາບວ່າ ‘ພຣະເຈົ້າຢູ່ນຳເຈົ້າ ເປັນພຣະເຈົ້າແຕ່ອົງດຽວ.
ພຣະເຈົ້າແຫ່ງອິດສະຣາເອນ ພຣະຜູ້ຊ່ວຍຄົນຂອງພຣະອົງ ເປັນພຣະເຈົ້າອົງທີ່ເຊື່ອງຊ້ອນຕົນເອງໄວ້.
ຈົ່ງມາສະເໜີຄະດີຂອງພວກເຈົ້າທີ່ສານເບິ່ງດູ ຈົ່ງໃຫ້ຈຳເລີຍປຶກສາຊຶ່ງກັນແລະກັນເບິ່ງ. ຜູ້ໃດໄດ້ກ່າວລ່ວງໜ້າເຖິງສິ່ງທີ່ຈະເກີດຂຶ້ນນໍ? ບໍ່ແມ່ນເຮົາບໍ ອົງທີ່ເປັນພຣະເຈົ້າຢາເວ? ຄືພຣະເຈົ້າອົງທີ່ຊອບທຳແລະພຣະຜູ້ຊ່ວຍ; ນອກຈາກເຮົາບໍ່ມີພຣະເຈົ້າອື່ນໃດອີກແລ້ວ.
ເຮົາຈະເຮັດໃຫ້ພວກກົດຂີ່ເຈົ້າຂ້າກັນເອງ ພວກເຂົາຈະມົວຂ້າຟັນກັນຢ່າງໂມໂຫໃຫຍ່. ແລ້ວທົ່ວໂລກກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ຜູ້ຊ່ວຍເຈົ້າໃຫ້ພົ້ນແລະພຣະຜູ້ໄຖ່ຂອງເຈົ້າ. ແລ້ວພວກເຂົາກໍຈະຮູ້ຈັກວ່າເຮົາແມ່ນອົງຊົງຣິດອຳນາດຍິ່ງໃຫຍ່ຂອງຢາໂຄບ.”
ບັນດາຊົນຊາດທັງກະສັດຈະເອົາໃຈໃສ່ເຈົ້າ ເໝືອນດັ່ງແມ່ຜູ້ໜຶ່ງລ້ຽງລູກຂອງຕົນນັ້ນ. ເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວເປັນຜູ້ຊ່ວຍຂອງເຈົ້າ. ແລະເປັນຜູ້ໄຖ່ໂທດຂອງເຈົ້າ ຄືອົງຊົງຣິດອຳນາດຍິ່ງໃຫຍ່ຂອງຢາໂຄບ.
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ພວກເຂົາເປັນປະຊາຊົນຂອງເຮົາ; ພວກເຂົາຈະບໍ່ຫລອກລວງເຮົາ.”
ຄວາມຫວັງອັນດຽວຂອງອິດສະຣາເອນຄືພຣະອົງ ພຣະອົງເປັນຜູ້ຊ່ວຍພວກຂ້ານ້ອຍໃນເວລາຖືກຂັດສົນ. ເປັນຫຍັງພຣະອົງຈຶ່ງເຮັດຄືກັບຄົນຕ່າງດ້າວນໍ ດັ່ງນັກທ່ອງທ່ຽວທີ່ແວ່ຢາມພຽງຄືນດຽວເທົ່ານັ້ນ?
“ເພາະສະນັ້ນ ເຮົາຈະເຮັດໃຫ້ຊົນຊາດຕ່າງໆ ຮູ້ຣິດເດດ ແລະຄວາມຍິ່ງໃຫຍ່ຂອງເຮົາຄັ້ງດຽວແລ້ວພໍ; ພວກເຂົາຈະຮູ້ວ່ານາມຊື່ຂອງເຮົາແມ່ນພຣະເຈົ້າຢາເວ.”
ເຮົາຈະເຮັດໃຫ້ປະຊາຊົນອິດສະຣາເອນຂອງເຮົາ ຮູ້ຈັກຢ່າງຄັກແນ່ວ່ານາມຂອງເຮົາບໍຣິສູດ ແລະຈະບໍ່ໃຫ້ເຮົາຕ້ອງເສຍຊື່ສຽງອີກຕໍ່ໄປ. ແລ້ວຊົນຊາດທັງຫລາຍກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງຊົງບໍຣິສຸດຂອງຊາດອິດສະຣາເອນ.”’
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ແຕ່ເຮົາເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ. ພວກເຈົ້າບໍ່ມີພຣະເຈົ້າອົງອື່ນນອກຈາກເຮົາ. ເຮົາເປັນພຣະຜູ້ຊ່ວຍໃຫ້ພົ້ນອົງດຽວຂອງພວກເຈົ້າ.
ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນຍ້ອນສັດທີ່ເລືອຄານເທິງໜ້າດິນ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນອິດສະຣາເອນເອີຍ ເຮົາຄິດເຖິງພວກເຈົ້າດັ່ງຄິດເຖິງຊາວເອທີໂອເປຍ. ເຮົາໄດ້ພາພວກຟີລິດສະຕິນອອກຈາກເກາະກະເຣເຕ ແລະພາພວກຊີເຣຍອອກມາຈາກເມືອງກີຣະ ດັ່ງທີ່ເຮົາໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ.
ຈົ່ງຍິນດີເຖີດ ປະຊາຊົນຂອງພູເຂົາຊີໂອນເອີຍ ປະຊາຊົນນະຄອນເຢຣູຊາເລັມ ຈົ່ງໂຮຮ້ອງຍິນດີເຖີດ ຈົ່ງເບິ່ງດູວ່າກະສັດຂອງພວກເຈົ້າກຳລັງມາຫາ ເພິ່ນມາຢ່າງຜູ້ມີໄຊແລະຢ່າງຜູ້ຍຸດຕິທຳດ້ວຍ ແຕ່ພັດຖ່ອມຕົວລົງມານັ່ງທີ່ເທິງຫລັງລໍ ຂີ່ລໍນ້ອຍໂຕທີ່ເກີດມາຈາກລໍແມ່.
ແດ່ພຣະເຈົ້າອົງດຽວ ອົງພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງເຮົາທັງຫລາຍ ໂດຍພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະຣິດອຳນາດ ຈົ່ງມີແດ່ພຣະອົງທັງໃນອະດີດ, ໃນປະຈຸບັນ ແລະໃນອະນາຄົດຊົ່ວນິຣັນດອນ ອາແມນ.