25 ແຕ່ເຮົາຍັງເປັນພຣະເຈົ້າຜູ້ຍົກບາບໃຫ້ເດີ ເຮົາເຮັດໄປກໍເພາະເຮົາເປັນຜູ້ເຮົາເປັນນັ້ນ. ເຮົາບໍ່ໄດ້ຈົດຈຳການບາບຂອງພວກເຈົ້າໃດ ເພື່ອນຳເອົາສິ່ງນັ້ນໄປຕໍ່ສູ້ພວກເຈົ້າ.
ໂຜດຟັງຄຳພາວັນນາອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງປະຊາຊົນອິດສະຣາເອນດ້ວຍ ເມື່ອພວກເຂົາຫັນໜ້າມາທາງສະຖານທີ່ນີ້ແລະພາວັນນາອະທິຖານ. ທີ່ຟ້າສະຫວັນບ່ອນພຣະອົງສະຖິດຢູ່, ໂຜດຟັງ ແລະຍົກໂທດໃຫ້ດ້ວຍເທີ້ນ.
ທິດຕາເວັນອອກໄກຈາກທິດຕາເວັນຕົກເທົ່າໃດ ພຣະອົງກໍຍົກການບາບຂອງພວກເຮົາໄປໄກເທົ່ານັ້ນ.
ພຣະອົງຍົກການບາບຂອງຂ້ານ້ອຍໃຫ້ໝົດໄປ ແລະປິ່ນປົວພະຍາດທຸກຊະນິດຂອງຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍນີ້ມີບາບຫລາຍ ຂໍຊົງໂຜດຮັກສາພຣະສັນຍາແລະອະໄພບາບກຳໃຫ້ດ້ວຍ.
ຂໍຊົງໂຜດອະໄພການບາບກັບຄວາມຜິດຂອງຂ້ານ້ອຍ ຊຶ່ງໄດ້ກະທຳໃນເວລາຍັງໜຸ່ມນ້ອຍ. ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລະນຶກເຖິງຂ້ານ້ອຍດ້ວຍ ເພາະເຫັນແກ່ຄວາມຮັກອັນໝັ້ນຄົງ ແລະພຣະຄຸນຄວາມດີຂອງພຣະອົງນັ້ນ.
ຂ້ານ້ອຍຍອມຮັບຮູ້ຄວາມຜິດຂອງຂ້ານ້ອຍຢູ່ສະເໝີ ແລະສຳນຶກເຖິງການບາບຂອງຂ້ານ້ອຍນັ້ນ.
ຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງແຕ່ຜູ້ດຽວ ຄືເຮັດໃນສິ່ງທີ່ພຣະອົງຖືວ່າເປັນການຊົ່ວຮ້າຍ. ການທີ່ພຣະອົງຕັດສິນຂ້ານ້ອຍນັ້ນກໍຖືກຕ້ອງແລ້ວ. ພຣະອົງຊົງຍຸດຕິທຳເມື່ອລົງໂທດຂ້ານ້ອຍນັ້ນ.
ຂໍຊົງໂຜດອັດໜ້າແລະຢ່າເບິ່ງການບາບຂອງຂ້ານ້ອຍ ໂຜດລຶບການຊົ່ວຂອງຂ້ານ້ອຍໃຫ້ໝົດໄປເຖີດ.
ພຣະເຈົ້າຢາເວກ່າວວ່າ, “ບັດນີ້ ຈົ່ງມາຕົກລົງເລື່ອງລາວກັນເທາະ. ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ ເຖິງແມ່ນວ່າຮອຍເປິເປື້ອນຈະແດງເຂັ້ມ ພວກເຈົ້າກໍຈະຂາວສະອາດດັ່ງຂົນແກະ.
“ເຮົາຈະປ້ອງກັນ ແລະຮັກສານະຄອນນີ້ໄວ້ເພື່ອເຫັນແກ່ກຽດຂອງເຮົາເອງ ແລະຍ້ອນຄຳສັນຍາທີ່ເຮົາໄດ້ເຮັດໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ.”
ແລ້ວຄວາມຂົມຂື່ນກໍຈະຫັນປ່ຽນເປັນສັນຕິສຸກ ເພາະພຣະອົງເອງຊ່ວຍກູ້ເອົາ ຊີວິດຂ້ານ້ອຍໄວ້; ໂດຍເຮັດໃຫ້ພົ້ນຈາກອັນຕະລາຍທຸກຢ່າງ ການບາບຂອງຂ້ານ້ອຍກໍໄດ້ຮັບອະໄພ.
ເຮົາຜູ້ດຽວເທົ່ານັ້ນ ທີ່ເປັນພຣະເຈົ້າຢາເວເດີ ເຮົາແຕ່ຜູ້ດຽວຊ່ວຍພວກເຈົ້າໃຫ້ພົ້ນໄດ້.
ເຮົາປັດການບາບຂອງເຈົ້າດັ່ງເມກຫາຍໄປ ຈົ່ງກັບມາ ເພາະເຮົາຜູ້ດຽວທີ່ຊ່ວຍເຈົ້າໄດ້.”
ສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ເຮົາເອງ ເຮົາຈະບໍ່ຍອມໃຫ້ນາມຂອງເຮົາຖືກລົດກຽດ ຫລືຍອມໃຫ້ພະອື່ນໄດ້ຮ່ວມຮັບສະຫງ່າຣາສີ ທີ່ເປັນຂອງເຮົາ ຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.”
ຈົ່ງໃຫ້ຄົນຊົ່ວຮ້າຍປະວິທີດຳເນີນຊີວິດເດີມຂອງພວກເຂົາ ແລະປ່ຽນແນວທາງທີ່ພວກເຂົາເຄີຍຄິດນັ້ນ. ຈົ່ງໃຫ້ພວກເຂົາກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງເຕັມດ້ວຍຄວາມເມດຕາແລະອະໄພໃຫ້.
ແຕ່ພຣະເຈົ້າຢາເວເອີຍ ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ. ພວກຂ້ານ້ອຍເປັນດິນໜຽວແລະພຣະອົງເປັນຊ່າງປັ້ນ. ພຣະອົງໄດ້ສ້າງພວກຂ້ານ້ອຍມາ
ຂ້າແດ່ພຣະເຈົ້າຢາເວ ຢ່າໄດ້ໂກດຮ້າຍພວກຂ້ານ້ອຍເກີນໄປ ຫລືຈົດຈຳການບາບຂອງພວກຂ້ານ້ອຍຕະຫລອດໄປເລີຍ. ພວກຂ້ານ້ອຍເປັນປະຊາຊົນຂອງພຣະອົງ ຈົ່ງເມດຕາພວກຂ້ານ້ອຍແດ່ທ້ອນ.
ຈະບໍ່ມີຜູ້ໃດໃນພວກເຂົາສັ່ງສອນເພື່ອນຮ່ວມຊາດຂອງຕົນໃຫ້ຮູ້ຈັກພຣະເຈົ້າຢາເວ ເພາະທຸກຄົນຈະຮູ້ຈັກເຮົາ ແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ. ພຣະເຈົ້າຢາເວກ່າວວ່າ ເຮົາຈະອະໄພການບາບຂອງພວກເຂົາ ແລະເຮົາຈະບໍ່ຈົດຈຳຄວາມຜິດຂອງພວກເຂົາອີກຕໍ່ໄປ.”
ເມື່ອເວລານັ້ນມາເຖິງ ຈະບໍ່ພົບການບາບໃນອິດສະຣາເອນ ແລະຄວາມຜິດໃນຢູດາ ເພາະເຮົາຈະຍົກໂທດໃຫ້ປະຊາຊົນທີ່ເຮົາໄດ້ໄວ້ຊີວິດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ບາບທັງໝົດຂອງລາວຈະໄດ້ຮັບການອະໄພ ແລະລາວຈະມີຊີວິດຢູ່ ເພາະລາວໄດ້ເຮັດໃນສິ່ງທີ່ຖືກຕ້ອງ.”
ແຕ່ເຮົາບໍ່ໄດ້ກະທຳ ເພາະມັນອາດລົດກຽດໃຫ້ແກ່ນາມຂອງເຮົາ ໃນທ່າມກາງຊົນຊາດທັງຫລາຍທີ່ໄດ້ເຫັນເຮົາ ນຳພາຊາດອິດສະຣາເອນອອກມາຈາກປະເທດເອຢິບ.
ແຕ່ເຮົາບໍ່ໄດ້ເຮັດ ເພາະການເຮັດເຊັ່ນນັ້ນອາດເປັນການລົດກຽດໃຫ້ແກ່ນາມຂອງເຮົາ ໃນທ່າມກາງຊົນຊາດທັງຫລາຍ ທີ່ໄດ້ເຫັນເຮົານຳຊາດອິດສະຣາເອນອອກມາຈາກປະເທດເອຢິບ.
ແຕ່ເຮົາບໍ່ໄດ້ເຮັດ ເພາະການເຮັດເຊັ່ນນັ້ນ ອາດລົດກຽດໃຫ້ແກ່ນາມຂອງເຮົາ ໃນເມື່ອເຮົາໄດ້ປະກາດຕໍ່ຊາດອິດສະຣາເອນໃນທ່າມກາງປະຊາຊົນ ທີ່ພວກເຂົາໄດ້ອາໄສຢູ່ນັ້ນວ່າ ເຮົາຈະນຳພວກເຂົາອອກໄປຈາກປະເທດເອຢິບ.
ເຮົາຈະອະໄພການບາບທີ່ລາວໄດ້ເຮັດນັ້ນ ແລະລາວຈະມີຊີວິດ ເພາະລາວໄດ້ເຮັດສິ່ງທີ່ຖືກຕ້ອງແລະດີງາມ.
ເພາະສະນັ້ນ ເຈົ້າຈົ່ງມອບຖ້ອຍຄຳໃຫ້ຊາວອິດສະຣາເອນວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ວ່າ, ‘ຊາວອິດສະຣາເອນເອີຍ ສິ່ງທີ່ເຮົາກຳລັງຈະເຮັດນີ້ບໍ່ແມ່ນເຫັນແກ່ພວກເຈົ້າ; ແຕ່ເພື່ອເຫັນແກ່ນາມອັນບໍຣິສຸດຂອງເຮົາ ຊຶ່ງພວກເຈົ້າໄດ້ດູຖູກໃນທຸກປະເທດທີ່ພວກເຈົ້າໄດ້ໄປນັ້ນ.
ຊາດອິດສະຣາເອນເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ວ່າເຮົາບໍ່ໄດ້ເຮັດສິ່ງທັງໝົດນີ້ ເພາະເຫັນແກ່ພວກເຈົ້າ. ເຮົາຢາກໃຫ້ພວກເຈົ້າໄດ້ຮັບຄວາມອັບອາຍຂາຍໜ້າ ຍ້ອນສິ່ງທີ່ພວກເຈົ້າກຳລັງເຮັດຢູ່.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
“ເປັນຫຍັງຄົນນີ້ຈຶ່ງບັງອາດເວົ້າໝິ່ນປະໝາດພຣະເຈົ້າເຊັ່ນນີ້ ມີແຕ່ພຣະເຈົ້າເທົ່ານັ້ນທີ່ອະໄພບາບກຳໄດ້.”
ພວກທຳມະຈານກັບພວກຟາຣີຊາຍ ຈຶ່ງເລີ່ມຄິດວ່າ, “ຄົນນີ້ແມ່ນຜູ້ໃດ ທີ່ກຳລັງເວົ້າໝິ່ນປະໝາດພຣະເຈົ້າ? ມີແຕ່ພຣະເຈົ້າເທົ່ານັ້ນທີ່ອະໄພບາບກຳໄດ້.”
ດັ່ງນັ້ນ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ໂດຍຫັນຄືນມາຫາພຣະເຈົ້າ ເພື່ອພຣະອົງຈະອະໄພບາບກຳໃຫ້ພວກທ່ານ,
ກົດບັນຍັດຖືກນຳເຂົ້າມາສູ່ໂລກ ກໍເພື່ອໃຫ້ການເຮັດຜິດຈະປາກົດຫລາຍຂຶ້ນ, ແຕ່ບ່ອນໃດມີບາບຫລາຍຂຶ້ນ ບ່ອນນັ້ນກໍມີພຣະຄຸນຂອງພຣະເຈົ້າຫລາຍເພີ່ມຂຶ້ນ.
ເພື່ອຈະໃຫ້ເປັນທີ່ສັນລະເສີນພຣະຄຸນອັນຮຸ່ງເຮືອງຂອງພຣະອົງ ຊຶ່ງຊົງໂຜດປະທານແກ່ພວກເຮົາໃນພຣະເຢຊູເຈົ້າ ຜູ້ຊົງເປັນທີ່ຮັກຂອງພຣະເຈົ້າ.
ເປັນພຣະຄຸນຊຶ່ງພວກເຮົາໄດ້ຮັບຢ່າງລົ້ນເຫລືອຫາທີ່ປຽບບໍ່ໄດ້. ໃນພຣະປັນຍາແລະຄວາມຮູ້ແຈ້ງເຫັນຈິງທຸກຢ່າງຂອງພຣະອົງນັ້ນ.
ພຣະອົງຍັງຊົງກ່າວຕໍ່ໄປວ່າ, “ເຮົາຈະບໍ່ຈົດຈຳຄວາມບາບ ແລະການອະທຳຂອງພວກເຂົາຕໍ່ໄປອີກຈັກເທື່ອ.”
ເພາະເຮົາຈະກະລຸນາຕໍ່ການອະທຳ ຂອງພວກເຂົາ ແລະການຜິດບາບຂອງພວກເຂົາ ເຮົາຈະບໍ່ຈົດຈຳຕໍ່ໄປ.”’