ເອຊາຢາ 43:2 - ພຣະຄຳພີສັກສິ2 ເຮົາຈະຢູ່ນຳເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລຳບາກຂອງພວກເຈົ້າຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລຳບາກຈະທຳຮ້າຍພວກເຈົ້າບໍ່ໄດ້. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ກ່າວວ່າ, “ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ ຢ່າຢ້ານກົວເລີຍ ເພາະເຮົາສະຖິດຢູ່ກັບເຈົ້າ ເຮົາຈະທຳລາຍຊົນຊາດທັງຫລາຍໃຫ້ດັບກ້ຽງ ຄືບ່ອນທີ່ເຮົາໄດ້ກະຈັດກະຈາຍພວກເຈົ້າໄປຢູ່ອາໄສ ແຕ່ເຮົາຈະບໍ່ທຳລາຍພວກເຈົ້າທັງໝົດດອກ. ເຮົາຈະປ່ອຍໃຫ້ພວກເຈົ້າໄປລ້າໆກໍບໍ່ຫ່ອນເປັນ ໂດຍບໍ່ໄດ້ຮັບໂທດກຳທີ່ພວກເຈົ້າໄດ້ກະທຳນັ້ນ. ແຕ່ເມື່ອລົງໂທດພວກເຈົ້າ ເຮົາຈະເຮັດຢ່າງຍຸດຕິທຳ.”
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’