Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 43:16 - ພຣະຄຳພີສັກສິ

16 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ນານແລ້ວ​ທີ່​ພຣະອົງ​ໄດ້​ເຮັດ​ທາງ​ຜ່ານ​ທະເລ ຄື​ທາງຍ່າງ​ຜ່ານ​ນໍ້າເລີກ​ເປັນ​ຄອງ​ເປັນ​ຄື້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 43:16
21 Jak'a apnaqawi uñst'ayäwi  

ເພື່ອ​ຜ່ານ​ທະເລ ພຣະອົງ​ໄດ້​ໃຫ້​ທາງ​ແກ່​ພວກເພິ່ນ ແລະ​ນຳພາ​ຍ່າງ​ຜ່ານ​ເທິງ​ພື້ນດິນ​ແຫ້ງ. ພວກ​ທີ່​ໄລ່ຕາມ​ມາ​ນັ້ນ​ກໍ​ພາກັນ​ຈົມລົງ​ໄປ ດັ່ງ​ກ້ອນຫີນ​ຈົມລົງ​ໃນ​ທະເລ​ປ່ວງບ້າ.


ພຣະອົງ​ສັ່ງ​ທະເລແດງ​ໃຫ້​ແຫ້ງລົງ​ໝົດ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ ຂ້າມ​ໄປ​ຕາມ​ເທິງ​ດິນແຫ້ງ.


ພຣະອົງ​ຍ່າງ​ເທິງ​ຄື້ນ​ນໍ້າ​ຂ້າມ​ທ້ອງ​ທະເລ​ໄປ ແຕ່​ບໍ່ມີ​ຮອຍ​ບາດ​ຍ່າງ​ຂອງ​ພຣະອົງ​ໃຫ້​ປາກົດ​ເປັນ​ທີ່​ເຫັນ​ໄດ້.


ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ນຳ​ປະຊາຊົນ​ຂອງຕົນ ໂດຍ​ມີ​ໂມເຊ​ແລະ​ອາໂຣນ​ເປັນ​ຜູ້​ຮັບຜິດຊອບ.


ພຣະອົງ​ໄດ້​ແຍກ​ນໍ້າ​ທະເລ​ແລະ​ໄດ້​ນຳ​ພວກເຂົາ​ຜ່ານ​ໄປ ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ແຍກ​ຕັ້ງ​ຂຶ້ນ​ເປັນ​ກຳແພງ.


ຝ່າຍ​ເຈົ້າ ເຈົ້າ​ຈົ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ຂຶ້ນ ແລະ​ຊີ້​ໄປ​ເທິງ​ໜ້າ​ນໍ້າ​ທະເລ ແລະ​ມັນ​ຈະ​ແຍກ​ນໍ້າ​ອອກ​ໃຫ້​ເປັນ​ທາງຍ່າງ ເພື່ອ​ຊາວ​ອິດສະຣາເອນ​ຈະ​ສາມາດ​ຍ່າງ​ເທິງ​ພື້ນດິນ​ແຫ້ງ ແລະ​ຜ່ານ​ໄປ​ໄດ້.


ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ກໍໄດ້​ຍ່າງ​ໄປ​ເທິງ​ພື້ນດິນ​ແຫ້ງ​ຢ່າງ​ປອດໄພ​ຄື: ບ່ອນ​ມີ​ນໍ້າ​ຂັ້ນ​ທັງສອງ​ຂ້າງ​ດັ່ງ​ກຳແພງ.


ເຮົາ​ຈະ​ຢູ່​ນຳ​ເມື່ອ​ຍ່າງ​ຂ້າມ​ບ່ອນ​ນໍ້າເລິກ​ໄປ ຄວາມ​ລຳບາກ​ຂອງ​ພວກເຈົ້າ​ຈະ​ບໍ່​ຖ້ວມ​ພວກເຈົ້າ. ໄຟ​ຈະ​ບໍ່​ໄໝ້​ພວກເຈົ້າ​ເມື່ອ​ຜ່ານຜ່າ​ໄຟ​ໄປ ການ​ທົດລອງ​ທີ່​ລຳບາກ​ຈະ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້.


ເຮົາ​ສັ່ງ​ພື້ນ​ນໍ້າ​ບ່ອນ​ເລິກສຸດ​ຂອງ​ທ້ອງ​ທະເລ​ວ່າ, ‘ໃຫ້​ນໍ້າ​ແຫ້ງ​ໄປ​ໝົດ​ແລະ​ປະ​ດິນ​ແຫ້ງ​ໄວ້.’


ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ແມ່ນ​ພຣະອົງ​ຄືກັນ​ທີ່​ໄດ້​ເຮັດ​ໃຫ້​ທະເລ​ແຫ້ງລົງ ແລະ​ໄດ້​ເຮັດ​ທາງຍ່າງ​ຜ່ານ​ທ້ອງ​ທະເລ​ໄປ​ໄດ້ ເພື່ອ​ວ່າ​ປະຊາຊົນ​ທີ່​ພຣະອົງ​ຊົງໄຖ່ ຈະ​ຍ່າງ​ຂ້າມ​ໄປ​ໃຫ້​ຫວິດ​ໄພ​ອັນຕະລາຍ​ໄດ້.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ, ເຮົາ​ປຸກປັ່ນ​ທະເລ​ໃຫ້​ມັນ​ຄຶກຄະນອງ​ຂຶ້ນ ແລະ​ເຮັດ​ໃຫ້​ສຽງ​ຄື້ນ​ດັງ​ກ້ອງສະໜັ່ນ​ຫວັ່ນໄຫວ ນາມ​ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ອົງ​ໃຫ້​ຕາເວັນ​ສ່ອງແສງ​ໃນ​ກາງເວັນ ໃຫ້​ເດືອນ​ດາວ​ສ່ອງແສງ​ໃນ​ກາງຄືນ​ດ້ວຍ. ພຣະອົງ​ເຮັດ​ໃຫ້​ທະເລ​ຄຶກຄະນອງ​ມີ​ຟອງ​ໃຫຍ່​ຂຶ້ນ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ແລ້ວ​ເທວະດາ​ຕົນ​ທີ​ຫົກ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ແມ່ນໍ້າ​ໃຫຍ່​ເອີຟຣັດ ແມ່ນໍ້າ​ນັ້ນ​ໄດ້​ແຫ້ງ​ໄປ ເພື່ອ​ຕຽມ​ຫົນທາງ​ໄວ້​ໃຫ້​ບັນດາ​ກະສັດ ທີ່​ມາ​ຈາກ​ທິດ​ຕາເວັນອອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka