Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 43:15 - ພຣະຄຳພີສັກສິ

15 ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ພວກເຈົ້າ ໄດ້ສ້າງ​ອິດສະຣາເອນ​ແລະ​ເປັນ​ກະສັດ​ຂອງ​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ເອຊາຢາ 43:15
22 Jak'a apnaqawi uñst'ayäwi  

ຈົ່ງ​ເບີກບານ​ໃຈ​ໃນ​ພຣະຜູ້​ສ້າງ​ເຖີດ ຊາດ​ອິດສະຣາເອນ​ເອີຍ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ ໃນ​ກະສັດ​ຂອງ​ພວກເຈົ້າ.


ພຣະອົງ​ຄື​ກະສັດ​ຂອງ​ພວກ​ຂ້ານ້ອຍ​ແຕ່​ເດີມ ພຣະອົງ​ໄດ້​ໃຫ້​ຄວາມ​ພົ້ນ​ເທິງ​ແຜ່ນດິນ​ໂລກ.


ອອກ​ໜີໄປ​ໃຫ້​ພົ້ນ​ຈາກ​ທາງ​ຂອງ​ພວກເຮົາ​ສາ ແລະ​ຢ່າ​ມາ​ກີດກັ້ນ​ພວກເຮົາ​ເລີຍ. ພວກເຮົາ​ບໍ່​ຢາກ​ຟັງ ເຖິງ​ເລື່ອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.”


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ໄປ​ຂໍ​ໃຫ້​ເອຢິບ​ຊ່ວຍເຫລືອ. ພວກເຂົາ​ເພິ່ງພາ​ອາໄສ​ກຳລັງ​ທາງ​ທະຫານ​ອັນ​ເຂັ້ມແຂງ​ຂອງ​ເອຢິບ​ຄື: ຝູງມ້າ, ລົດຮົບ ແລະ​ທະຫານ, ແຕ່​ພວກເຂົາ​ບໍ່ໄດ້​ເພິ່ງພາ​ອາໄສ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຫລື​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ພຣະເຈົ້າ​ອົງ​ບໍຣິສຸດ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ​ນໍ? ມີ​ຜູ້ໃດ​ແດ່​ທີ່​ສຳຄັນ​ເໝືອນ​ດັ່ງ​ພຣະອົງ​ໄດ້?


ພຣະເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ຢ່າ​ຢ້ານ. ເຖິງ​ແມ່ນ​ພວກເຈົ້າ​ໜ້ອຍ​ທັງ​ອ່ອນແຮງ​ເຮົາ​ກໍ​ຈະ​ຊ່ວຍ​ເຈົ້າ. ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຄື​ຜູ້​ທີ່​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ.


ເຈົ້າ​ຈະ​ໂຍນ​ມັນ​ຂຶ້ນ​ທີ່​ເທິງ​ອາກາດ​ເວຫາ; ລົມ​ແລະ​ພະຍຸ​ຈະ​ພັດ​ມັນ​ຊະໄປ​ໝົດສິ້ນ. ແຕ່​ເຈົ້າ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ແລະ​ຈະ​ຍົກຍໍ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ປະຊາຊົນ​ຈະ​ໄດ້​ເຫັນ​ສິ່ງນີ້ ແລະ​ຈະ​ໄດ້​ຮູ້ຈັກ ວ່າ​ມື​ຂອງ​ພຣະເຈົ້າຢາເວ​ໄດ້​ກະທຳການ​ນີ້. ພວກເຂົາ​ຈະ​ເລີ່ມ​ເຂົ້າໃຈ​ເຖິງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ອິດສະຣາເອນ ທີ່​ໄດ້​ເຮັດ​ໃຫ້​ສິ່ງ​ທັງໝົດ​ເກີດຂຶ້ນ.”


ພຣະເຈົ້າຢາເວ​ອົງ​ຊົງ​ເປັນ​ກະສັດ ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: “ພະ​ຂອງ​ຊົນຊາດ​ຕ່າງໆ ຈົ່ງ​ສະເໜີ​ຄະດີ​ຂອງ​ພວກເຈົ້າ ຈົ່ງ​ນຳ​ຂໍ້​ໂຕ້ແຍ້ງ​ອັນ​ດີທີ່ສຸດ​ຂອງ​ພວກເຈົ້າ​ມາ​ກ່າວ


ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.


ພວກເຂົາ​ຄື​ປະຊາຊົນ​ທີ່​ເຮົາ​ເລືອກ​ສຳລັບ​ເຮົາ​ເອງ ແລະ​ພວກເຂົາ​ຈະ​ຮ້ອງເພງ​ຍົກຍໍ​ເຮົາ​ທັງນັ້ນ.”


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເດີ ອົງ​ບໍຣິສຸດ​ຂອງ​ອິດສະຣາເອນ​ທີ່​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ. ເຮົາ​ຈະ​ໃຫ້​ປະເທດ​ເອຢິບ​ຍອມ​ປົດປ່ອຍ​ພວກເຈົ້າ​ເປັນ​ເສລີ ຈະ​ໃຫ້​ເອທີໂອເປຍ ແລະ​ເສບາ​ຍອມ​ດ້ວຍ.


ຄື​ທຸກຄົນ​ທີ່​ຖືກເອີ້ນ​ຕາມ​ນາມຊື່​ຂອງເຮົາ ແລະ​ທີ່​ເຮົາ​ໄດ້ສ້າງ​ພວກເຂົາ​ເພື່ອ​ເຜີຍ​ສະຫງ່າຣາສີ​ຂອງ​ເຮົາ, ທີ່​ເຮົາ​ໄດ້ສ້າງ​ແລະ​ໄດ້​ກະທຳ​ໄວ້.”


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ແມ່ນ​ຜູ້​ທີ່​ຈັດຕຽມ​ຮູບຮ່າງ​ຂອງ​ອະນາຄົດ​ກ່າວ​ວ່າ, “ເຈົ້າ​ບໍ່​ມີ​ສິດ​ສອບ​ຖາມ​ເຖິງ​ລູກໆ​ຂອງເຮົາ ຫລື​ບອກ​ເຮົາ​ວ່າ​ຄວນ​ຈະ​ເຮັດ​ແນວໃດ​ແດ່


ພຣະຜູ້ໄຖ່​ຂອງ​ພວກເຮົາ​ມີ​ນາມຊື່​ວ່າ​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.


ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ພຣະ​ຜູ້ໄຖ່​ຂອງ​ເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ເດີ ຢາກ​ສັ່ງສອນ​ຄວາມດີ​ແລະ​ຊີ້​ທາງເດີນ​ໃຫ້​ເຈົ້າ.”


ພຣະເຈົ້າ​ຂອງ​ພວກເຂົາ ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ປະຖິ້ມ​ອິດສະຣາເອນ​ແລະ​ຢູດາ ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກໍຕາມ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕັ້ງແຕ່​ໃດໆ​ມາ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ, ເປັນ​ອົງ​ບໍຣິສຸດ ແລະ​ອົງ​ເປັນ​ຢູ່​ສືບໄປ​ເປັນນິດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະ​ຜູ້​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ເລືອກເອົາ​ພວກ​ບາບີໂລນ ແລະ​ໄດ້​ເຮັດ​ໃຫ້​ພວກເຂົາ​ແຂງແຮງ ເພື່ອ​ວ່າ​ພວກເຂົາ​ຈະ​ລົງໂທດ​ພວກ​ຂ້ານ້ອຍ​ໄດ້.


ແລ້ວ​ຈອມ​ກະສັດ​ກໍ​ຈະ​ກ່າວ​ແກ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາເຖີດ ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພຣະພອນ​ຈາກ​ພຣະບິດາເຈົ້າ​ຂອງເຮົາ ຈົ່ງ​ມາ​ຮັບ​ເອົາ​ຣາຊອານາຈັກ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ ຕັ້ງແຕ່​ຕົ້ນເດີມ​ສ້າງ​ໂລກ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka