Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 43:10 - ພຣະຄຳພີສັກສິ

10 ພຣະເຈົ້າຢາເວ​ກ່າວ​ວ່າ ເຈົ້າ​ທັງຫລາຍ​ເປັນ​ພະຍານ​ຂອງເຮົາ ເຮົາ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ມາ​ເປັນ​ຜູ້ຮັບໃຊ້ ເພື່ອ​ວ່າ​ຈະ​ໄດ້​ຮູ້ ແລະ​ຈະ​ໄດ້​ເຊື່ອ​ໃນ​ເຮົາ ເຂົ້າໃຈ​ວ່າ​ເຮົາ​ແຕ່​ຜູ້ດຽວ​ຊົງ​ເປັນ​ພຣະເຈົ້າ. ນອກຈາກ​ເຮົາ​ແລ້ວ ບໍ່ມີ​ພະ​ຕົນອື່ນ​ອີກ​ເລີຍ ບໍ່ເຄີຍ​ມີ​ມາ​ແຕ່​ໃດໆ ແລະ​ຈະ​ບໍ່ມີ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ເອຊາຢາ 43:10
29 Jak'a apnaqawi uñst'ayäwi  

ແຕ່​ພຣະອົງ​ຍັງ​ເປັນ​ຢູ່​ຢ່າງເດີມ​ສະເໝີໄປ ຊີວິດ​ຂອງ​ພຣະອົງ​ກໍ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ດັ່ງນັ້ນ ອາໂຣນ​ຈຶ່ງ​ເດ່​ໄມ້ຄ້ອນເທົ້າ​ຊີ້​ໄປ​ທາງ​ແມ່ນໍ້າ​ລຳຄອງ​ທັງຫລາຍ​ຢູ່​ໃນ​ປະເທດ​ເອຢິບ ແລະ​ຝູງ​ກົບ​ກໍ​ຂຶ້ນ​ມາ​ທົ່ວ​ປະເທດ.


ປະຊາຊົນ​ຈະ​ໄດ້​ເຫັນ​ສິ່ງນີ້ ແລະ​ຈະ​ໄດ້​ຮູ້ຈັກ ວ່າ​ມື​ຂອງ​ພຣະເຈົ້າຢາເວ​ໄດ້​ກະທຳການ​ນີ້. ພວກເຂົາ​ຈະ​ເລີ່ມ​ເຂົ້າໃຈ​ເຖິງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ອິດສະຣາເອນ ທີ່​ໄດ້​ເຮັດ​ໃຫ້​ສິ່ງ​ທັງໝົດ​ເກີດຂຶ້ນ.”


ຜູ້ໃດ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເຫດການ​ນີ້​ເກີດຂຶ້ນມາ? ຜູ້ໃດ​ໄດ້​ກຳນົດ​ກົດເກນ​ກົງລໍ້​ປະຫວັດສາດ? ເຮົາ​ຄື​ພຣະເຈົ້າຢາເວ​ຢູ່​ທີ່ນັ້ນ​ຕັ້ງແຕ່​ຕົ້ນມາ ແລະ​ຢູ່​ທີ່ນັ້ນ​ຈົນ​ຈົບສິ້ນ.


ແຕ່​ສຳລັບ​ພວກເຈົ້າ​ນັ້ນ​ແມ່ນ​ຊາດ​ອິດສະຣາເອນ ເປັນ​ພວກ​ທີ່​ອຸທິດຕົວ​ເພື່ອ​ການ​ບົວລະບັດ​ຮັບໃຊ້ ແມ່ນ​ປະຊາຊົນ​ພວກ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ເຊື້ອສາຍ​ອັບຣາຮາມ​ມິດ​ສະຫາຍ​ຂອງເຮົາ​ນັ້ນ.


ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ເຮົາ​ກ່າວ​ລ່ວງໜ້າ​ສິ່ງ​ທີ່​ຕ້ອງ​ເກີດຂຶ້ນ​ມາ ແຕ່​ແລ້ວ​ເຮົາ​ກໍໄດ້​ມາ​ຊ່ວຍເຫລືອ​ພວກເຈົ້າ​ໄວ້. ບັນດາ​ພະ​ຕ່າງຊາດ​ບໍ່ເຄີຍ​ເຮັດ​ຢ່າງນີ້​ເລີຍ ພວກເຈົ້າ​ເປັນ​ພະຍານ​ໃຫ້​ເຮົາ​ໄດ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຄື​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອົງ​ອື່ນໃດ ເຈົ້າ​ບໍ່​ຮູ້​ເຮົາ ແຕ່​ເຮົາ​ກໍ​ຈະ​ໃຫ້​ກຳລັງ​ແກ່​ເຈົ້າ.


ເຮົາ​ເຮັດ​ສິ່ງ​ນີ້​ກໍ​ເພື່ອ​ວ່າ​ທຸກໆ​ຄົນ ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ແຜ່ນດິນ​ໂລກ ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ຮູ້​ວ່າ​ໃນ​ໂລກນີ້​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ເທີ້ນ ຊາດ​ອິດສະຣາເອນ ພວກ​ທີ່​ເຮົາ​ໄດ້​ເອີ້ນ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ແມ່ນ​ພຣະເຈົ້າ​ແຕ່​ອົງດຽວ​ເທົ່ານັ້ນ


ບັນດາ​ກະສັດ​ຈະ​ເປັນ​ດັ່ງ​ບິດາ​ຂອງເຈົ້າ ບັນດາ​ຣາຊີນີ​ກໍ​ຈະ​ເປັນ​ດັ່ງ​ມານດາ​ຂອງເຈົ້າ. ພວກເຂົາ​ຈະ​ກົ້ມ​ໃຫ້ກຽດ​ເຈົ້າ​ຕໍ່ໜ້າ​ເຈົ້າ ຈະ​ໃຫ້​ຄວາມນັບຖື​ແກ່​ເຈົ້າ​ຢ່າງ​ອ່ອນນ້ອມ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ທີ່​ລໍຄອຍ​ໃຫ້​ເຮົາ​ຊ່ວຍເຫຼືອ​ຈະ​ບໍ່​ຜິດຫວັງ​ຈັກເທື່ອ.”


ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ, “ໃນ​ວັນ​ນັ້ນ ເຮົາ​ຈະ​ເອົາ​ເຈົ້າ ເຊຣຸບບາເບນ​ລູກ​ຊາຍ​ຂອງ​ເຊອານຕີເອນ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງເຮົາ ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ເຈົ້າ​ຂຶ້ນ​ເປັນ​ຜູ້ປົກຄອງ​ໃນ​ນາມ​ຂອງ​ເຮົາ. ເຈົ້າ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ເລືອກໄວ້.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ຝ່າຍ​ພວກເຈົ້າ​ກໍ​ຈະ​ເປັນ​ພະຍານ​ກ່ຽວກັບ​ເຮົາ​ເໝືອນກັນ ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ຕັ້ງແຕ່​ຕົ້ນ​ມາ​ແລ້ວ.”


ການ​ທີ່​ໄດ້​ຈົດ​ເຫດການ​ເຫຼົ່ານີ້​ໄວ້​ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ນອກຈາກ​ນັ້ນ​ກໍ​ສະແດງ​ວ່າ, ພວກເຮົາ​ເວົ້າ​ຕົວະ​ໃນ​ເລື່ອງ​ພຣະເຈົ້າ ເພາະ​ພວກເຮົາ​ໄດ້​ກ່າວ​ວ່າ, ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ເປັນ​ຄືນ​ມາ​ຈາກ​ຕາຍ ແຕ່​ຖ້າ​ຄົນ​ຕາຍ​ບໍ່​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ ພຣະເຈົ້າ​ກໍ​ບໍ່ໄດ້​ບັນດານ​ໃຫ້​ພຣະຄຣິດ​ເປັນ​ຄືນ​ມາ​ເໝືອນກັນ.


ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.


ການ​ສຳແດງ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ພິສູດ​ໃຫ້​ພວກເຈົ້າ​ຮູ້​ວ່າ ພຣະເຈົ້າຢາເວ​ທີ່​ເປັນ​ພຣະເຈົ້າ​ແລະ​ບໍ່ມີ​ພະ​ອື່ນ​ອີກ.


ສະນັ້ນ ໃນວັນນີ້ ຈົ່ງ​ຈົດຈຳ​ໄວ້​ແລະ​ຢ່າ​ລືມໄລ​ຈັກເທື່ອ​ວ່າ, ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ. ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.


ແຕ່​ໄດ້​ກັບ​ຊົງ​ຍອມ​ສະຫລະ ແລະ ຊົງ​ຮັບ​ສະພາບ​ຂ້ອຍຂ້າ. ຊົງ​ຖື​ກຳເນີດ​ເປັນ​ມະນຸດ.


ດັ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້​ຈາກ​ເອປາ​ຟາ ເພື່ອນ​ຮັບໃຊ້​ທີ່​ຮັກ​ຂອງ​ພວກເຮົາ ຜູ້​ທີ່​ເຮັດ​ວຽກງານ​ຂອງ​ພຣະຄຣິດ​ແທນ​ເຮົາ​ຢ່າງ​ສັດຊື່.


ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ ແລະ​ຝ່າຍ​ຄຳ​ພະຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເພິ່ນ​ເປັນ​ພະຍານ​ໃນ​ເຫດການ​ທັງ​ສິ້ນ​ທີ່​ເພິ່ນ​ໄດ້​ເຫັນ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ເປັນ ອາແມນ ພຣະອົງ​ຜູ້​ເປັນ​ພະຍານ​ຜູ້​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ເປັນ​ຕົ້ນ​ກຳເນີດ ແຫ່ງ​ສິ່ງສາລະພັດ​ທີ່​ພຣະເຈົ້າ​ຊົງ​ສ້າງ​ໄວ້ ຊົງ​ກ່າວ​ດັ່ງນີ້​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka