ເອຊາຢາ 43:1 - ພຣະຄຳພີສັກສິ1 ບັດນີ້ ພຣະເຈົ້າຢາເວຜູ້ໄດ້ສ້າງເຈົ້າ, ໂອ ຢາໂຄບ ອົງໄດ້ສ້າງເຈົ້າ, ໂອ ອິດສະຣາເອນ ກ່າວດັ່ງນີ້, “ຢ່າຢ້ານກົວເລີຍ ເຮົາໄດ້ໄຖ່ເຈົ້າໃຫ້ພົ້ນແລ້ວ ພວກເຈົ້າເປັນຂອງເຮົາຈຶ່ງເອີ້ນພວກເຈົ້າຕາມຊື່. Uka jalj uñjjattʼäta |
ເຮົາໄດ້ເຮັດສິ່ງນີ້ໄວ້ຢ່າງແນ່ນອນສັນໃດ ເຮົາກໍຈະຮັກສາພັນທະສັນຍາຂອງເຮົາໄວ້ຢ່າງແນ່ນອນສັນນັ້ນ ກັບເຊື້ອສາຍຂອງຢາໂຄບ ແລະກັບດາວິດຜູ້ຮັບໃຊ້ຂອງເຮົາ. ເຮົາຈະເລືອກເອົາເຊື້ອສາຍຂອງດາວິດຜູ້ໜຶ່ງໄວ້ ເພື່ອໃຫ້ປົກຄອງເຊື້ອສາຍຂອງອັບຣາຮາມ, ອີຊາກ ແລະຢາໂຄບ. ເຮົາຈະເມດຕາປະຊາຊົນຂອງເຮົາ ແລະຈະເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຂຶ້ນອີກ.”
ແລ້ວເຮົາກໍໄດ້ຍ່າງກາຍໄປອີກ ເຮົາໄດ້ເຫັນວ່າເຖິງເວລາແລ້ວທີ່ເຈົ້າຈະມີຄວາມຮັກ. ເຮົາໄດ້ເອົາເສື້ອຄຸມຂອງເຮົາປົກຮ່າງທີ່ເປືອຍກາຍນັ້ນ ແລະສັນຍາວ່າຈະຮັກເຈົ້າ. ແມ່ນແທ້ ເຮົາໄດ້ເຮັດພັນທະສັນຍາແຕ່ງງານກັບເຈົ້າ ແລະເຈົ້າກໍເປັນຂອງເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ເພິ່ນກ່າວວ່າ, “ພຣະເຈົ້າຮັກເຈົ້າ. ດັ່ງນັ້ນ ຢ່າໃຫ້ສິ່ງໃດເຮັດໃຫ້ເຈົ້າອຸກໃຈຫລືຢ້ານກົວເລີຍ.” ເມື່ອເພິ່ນໄດ້ກ່າວດັ່ງນີ້ແລ້ວ ຂ້າພະເຈົ້າກໍຮູ້ສຶກມີແຮງຂຶ້ນ ແລະເວົ້າວ່າ, “ນາຍເອີຍ ຈົ່ງບອກສິ່ງທີ່ທ່ານຈະຕ້ອງກ່າວນັ້ນສູ່ຂ້ານ້ອຍຟັງແດ່. ທ່ານໄດ້ເຮັດໃຫ້ຂ້ານ້ອຍມີແຮງຂຶ້ນແດ່ແລ້ວ.”
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’