9 ສິ່ງທີ່ເຮົາໄດ້ກ່າວໄວ້ດຽວນີ້ກາຍເກີດເປັນຈິງ ບັດນີ້ ເຮົາຈະໃຫ້ຮູ້ສິ່ງໃໝ່ໆກ່ອນທີ່ຈະເກີດຂຶ້ນ.”
ເຮົາຍັງຈະໃຫ້ເຜົ່າໜຶ່ງແກ່ລູກຊາຍຂອງລາວ ເພື່ອດາວິດຜູ້ຮັບໃຊ້ຂອງເຮົາຈະມີໂຄມໄຟດວງໜຶ່ງ ຕັ້ງຢູ່ຕໍ່ໜ້າເຮົາຢູ່ໃນນະຄອນເຢຣູຊາເລັມສະເໝີ ຊຶ່ງເປັນນະຄອນທີ່ເຮົາໄດ້ເລືອກໃຫ້ນາມຊື່ຂອງເຮົາຕັ້ງຢູ່ທີ່ນັ້ນ.
ຈົ່ງເຝົ້າເບິ່ງສິ່ງໃໝ່ໆທີ່ກຳລັງຈະເກີດມີມາ ບັດນີ້ ພວກເຈົ້າເບິ່ງເຫັນເພາະກຳລັງຈະເກີດຂຶ້ນ. ເຮົາຈະເຮັດທາງຜ່ານຖິ່ນແຫ້ງແລ້ງກັນດານ ແລະໃຫ້ມີແມ່ນໍ້າຫ້ວຍໄຫລສຳລັບພວກເຈົ້າໃນທີ່ນັ້ນ.
ອົງພຣະຜູ້ເປັນເຈົ້າກ່າວແກ່ຊາດອິດສະຣາເອນວ່າ, “ດົນແລ້ວເດ ທີ່ເຮົາໄດ້ກ່າວລ່ວງໜ້າໄວ້ ຄືບອກໄວ້ກ່ອນເຖິງເຫດການທີ່ຈະເກີດມາ ແລ້ວທັນໃດນັ້ນເອງ ເຮົາກໍໃຫ້ເກີດຂຶ້ນແທ້.
ເຮົາຈຶ່ງກ່າວເຖິງອະນາຄົດພວກເຈົ້າໄວ້ແຕ່ດົນ ໂດຍປະກາດເຖິງເຫດການກ່ອນຈະເກີດຂຶ້ນ. ເພື່ອບໍ່ໃຫ້ພວກເຈົ້າອວດອ້າງໄດ້ເລີຍວ່າແມ່ນ ຮູບເຄົາຣົບແລະຮູບພະຂອງພວກເຈົ້າໃຫ້ເກີດຂຶ້ນ.
ທຸກສິ່ງທີ່ເຮົາບອກໄວ້ ບັດນີ້ກໍໄດ້ເກີດຂຶ້ນມາ ພວກເຈົ້າຕ້ອງຮັບສິ່ງທີ່ເຮົາກ່າວໄວ້ວ່າຖືກຕ້ອງ. ບັດນີ້ ເຮົາຈະບອກເຖິງສິ່ງໃໝ່ໆທີ່ຈະເກີດມາ ຄືເຫດການທີ່ເຮົາບໍ່ເຄີຍເປີດເຜີຍມາກ່ອນ.
ເຮົາບອກພວກເຈົ້າໃນເລື່ອງນີ້ກ່ອນເຫດການຈະເກີດຂຶ້ນ ເພື່ອວ່າເມື່ອເກີດຂຶ້ນແລ້ວ ພວກເຈົ້າຈະເຊື່ອວ່າ, ‘ເຮົາເປັນຜູ້ທີ່ເຮົາເປັນ.’
ອົງພຣະຜູ້ເປັນເຈົ້າໄດ້ ຊົງແຈ້ງເຫດການເຫຼົ່ານີ້ໃຫ້ຮູ້ ຕັ້ງແຕ່ບູຮານນະການ ໄດ້ຊົງກ່າວໄວ້ດັ່ງນີ້ແຫລະ.”’
ພຣະເຈົ້າຢາເວໄດ້ຮັກສາຄຳສັນຍາທຸກໆຂໍ້ ທີ່ພຣະອົງໄດ້ສັນຍາໄວ້ກັບປະຊາຊົນອິດສະຣາເອນ. ທຸກໆຢ່າງກໍໄດ້ເກີດຂື້ນ.