8 ເຮົາແມ່ນພຣະເຈົ້າຢາເວ ນາມນີ້ແມ່ນນາມຊື່ຂອງເຮົາ ເຮົາຈະບໍ່ຍົກສະຫງ່າຣາສີຂອງເຮົາໃຫ້ແກ່ຜູ້ອື່ນ; ເຮົາຈະບໍ່ຍອມໃຫ້ຄຳຍົກຍໍສັນລະເສີນ ທີ່ເປັນຂອງເຮົາແຕ່ເທົ່ານັ້ນໃຫ້ແກ່ຮູບເຄົາຣົບທັງຫລາຍ.
ຈົ່ງຮ້ອງເພງຖວາຍແກ່ພຣະນາມ ອັນຊົງສະຫງ່າຣາສີຂອງພຣະອົງ ຈົ່ງຖວາຍຄຳຍ້ອງຍໍສັນລະເສີນພຣະອົງ ຢ່າງຊົມຊື່ນຍິນດີເຖີດ
ຈົ່ງໃຫ້ພວກເຂົາຮູ້ວ່າ ພຣະອົງຜູ້ມີນາມຊື່ເປັນພຣະເຈົ້າຢາເວພຽງແຕ່ອົງດຽວ ເປັນຜູ້ປົກຄອງສູງສຸດທົ່ວທັງແຜ່ນດິນໂລກນີ້.
ຢ່າຂາບໄຫວ້ພະອື່ນໃດ ເພາະພຣະເຈົ້າຢາເວ ຜູ້ມີນາມຊື່ວ່າອົງຫວງແຫນເປັນພຣະເຈົ້າອົງຫວງແຫນ.
ພຣະເຈົ້າຢາເວບອກວ່າ, “ຈົ່ງເຮັດຢ່າງນີ້ເພື່ອພິສູດໃຫ້ຊາວອິດສະຣາເອນເຫັນວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຂົາ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໄດ້ປາກົດແກ່ເຈົ້າ.”
ເຮົາຜູ້ດຽວເທົ່ານັ້ນ ທີ່ເປັນພຣະເຈົ້າຢາເວເດີ ເຮົາແຕ່ຜູ້ດຽວຊ່ວຍພວກເຈົ້າໃຫ້ພົ້ນໄດ້.
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເດີ ອົງບໍຣິສຸດຂອງອິດສະຣາເອນທີ່ຊ່ວຍພວກເຈົ້າໃຫ້ພົ້ນ. ເຮົາຈະໃຫ້ປະເທດເອຢິບຍອມປົດປ່ອຍພວກເຈົ້າເປັນເສລີ ຈະໃຫ້ເອທີໂອເປຍ ແລະເສບາຍອມດ້ວຍ.
ສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ເຮົາເອງ ເຮົາຈະບໍ່ຍອມໃຫ້ນາມຂອງເຮົາຖືກລົດກຽດ ຫລືຍອມໃຫ້ພະອື່ນໄດ້ຮ່ວມຮັບສະຫງ່າຣາສີ ທີ່ເປັນຂອງເຮົາ ຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.”
ເຮົາຈຶ່ງກ່າວເຖິງອະນາຄົດພວກເຈົ້າໄວ້ແຕ່ດົນ ໂດຍປະກາດເຖິງເຫດການກ່ອນຈະເກີດຂຶ້ນ. ເພື່ອບໍ່ໃຫ້ພວກເຈົ້າອວດອ້າງໄດ້ເລີຍວ່າແມ່ນ ຮູບເຄົາຣົບແລະຮູບພະຂອງພວກເຈົ້າໃຫ້ເກີດຂຶ້ນ.
ທຸກສິ່ງທີ່ເຮົາບອກໄວ້ ບັດນີ້ກໍໄດ້ເກີດຂຶ້ນມາ ພວກເຈົ້າຕ້ອງຮັບສິ່ງທີ່ເຮົາກ່າວໄວ້ວ່າຖືກຕ້ອງ. ບັດນີ້ ເຮົາຈະບອກເຖິງສິ່ງໃໝ່ໆທີ່ຈະເກີດມາ ຄືເຫດການທີ່ເຮົາບໍ່ເຄີຍເປີດເຜີຍມາກ່ອນ.
“ພຣະເຈົ້າຢາເວອົງທີ່ໄດ້ສ້າງແຜ່ນດິນໂລກ ແລະພຣະເຈົ້າຢາເວປະກອບໃຫ້ເປັນຮູບຮ່າງ ຜູ້ມີນາມວ່າພຣະເຈົ້າຢາເວໄດ້ກ່າວດັ່ງນີ້:
ແລະສັນລະເສີນບັນດາຮູບພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳຣິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະດ້ວຍຫີນ.
ເພື່ອຄົນທັງປວງຈະຖວາຍກຽດແດ່ພຣະບຸດ ເໝືອນດັ່ງທີ່ພວກເຂົາໄດ້ຖວາຍກຽດແດ່ພຣະບິດາເຈົ້າ ຜູ້ທີ່ບໍ່ຖວາຍກຽດແດ່ພຣະບຸດ ຜູ້ນັ້ນກໍບໍ່ຖວາຍກຽດແດ່ພຣະບິດາເຈົ້າ ຜູ້ທີ່ໄດ້ໃຊ້ພຣະບຸດມາ.
ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ກ່ອນອັບຣາຮາມເກີດ ເຮົານີ້ກໍເປັນຢູ່ແລ້ວ.”
ຖ້າພວກເຈົ້າບໍ່ເຊື່ອຟັງຢ່າງສັດຊື່ຄຳສັ່ງສອນທຸກຂໍ້ຂອງພຣະເຈົ້າ ທີ່ໄດ້ມີຂຽນໄວ້ໃນປື້ມຫົວນີ້ ແລະຖ້າພວກເຈົ້າບໍ່ຍົກຍໍໃຫ້ກຽດນາມອັນເລີດປະເສີດແລະອັນໜ້າຢ້ານກົວ ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ