Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 42:6 - ພຣະຄຳພີສັກສິ

6 “ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ໄດ້ເອີ້ນ​ເຈົ້າ​ຕາມ​ແຜນການ ອັນ​ສັດຊື່​ຂອງເຮົາ​ທີ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ໂລກ. ໂດຍ​ທາງ​ເຈົ້າ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ທຸກຄົນ ແລະ​ເຮົາ​ຈະ​ໃຫ້​ແສງແຈ້ງ​ແກ່​ຊາວ​ໂລກ.

Uka jalj uñjjattʼäta Copia luraña




ເອຊາຢາ 42:6
36 Jak'a apnaqawi uñst'ayäwi  

ຂໍ​ໂຜດ​ໃຫ້​ມີ​ສັນຕິສຸກ​ເຖີດ ເປັນ​ສັນຕິສຸກ​ອັນ​ຄົບຖ້ວນ​ແກ່​ທຸກຄົນ​ດ້ວຍ ຄື​ຜູ້​ທີ່​ຢຶດໝັ້ນ​ແທ້ຈິງ​ໃນ​ເປົ້າໝາຍ​ຂອງຕົນ ແລະ​ແກ່​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


“ເຮົາ​ເຝົ້າເບິ່ງ​ແລະ​ຫົດ​ນໍ້າ​ມັນ​ບໍ່ໄດ້​ຂາດ. ເຮົາ​ເຝົ້າ​ຮັກສາ​ທັງເວັນ ແລະ​ທັງຄືນ ເພື່ອ​ບໍ່​ໃຫ້​ຜູ້ໃດ​ມາ​ທຳຮ້າຍ​ມັນ​ໄດ້.


ວັນ​ໜຶ່ງ​ຈະ​ມາ​ເຖິງ ຄື​ຈະ​ມີ​ກະສັດ​ຄົນ​ໜຶ່ງ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຊອບທຳ ແລະ​ຜູ້​ນຳພາ​ຊາດ​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃດ ເຮົາ​ເປັນ​ຜູ້​ທີ່​ໃຫ້​ກຳລັງ​ທັງ​ສັ່ງສອນ​ພວກເຈົ້າ, ຢ່າ​ສູ່​ພາກັນ​ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ເຮົາ​ຈະ​ຊ່ວຍເຫຼືອ​ເອົາ​ພວກເຈົ້າ​ໄວ້.”


“ຜູ້ໃດ​ນຳ​ນັກ​ປາບປາມ​ຜູ້ໜຶ່ງ ມາ​ແຕ່​ທິດ​ຕາເວັນອອກ​ເດ ແລະ​ເຮັດ​ໃຫ້​ລາວ​ມີໄຊ​ໃນ​ທຸກບ່ອນ​ທີ່​ລາວ​ໄປ​ນັ້ນ? ຜູ້ໃດ​ໃຫ້​ລາວ​ໄຊຊະນະ​ກະສັດ ແລະ​ຊົນຊາດ​ທັງຫລາຍ? ດາບ​ຂອງ​ລາວ​ຟັນ​ພວກເຂົາ​ລົງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ທັງສິ້ນ. ລູກທະນູ​ຂອງ​ລາວ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ເໝືອນດັ່ງ​ເຟືອງ​ທີ່​ຖືກ​ລົມ​ພັດ​ປິວ​ໄປ​ຈົນ​ໝົດສິ້ນ.


ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.


ພຣະເຈົ້າຢາເວ​ໄດ້ກ່າວ​ກັບ​ຜູ້​ທີ່​ພຣະອົງ​ຊົງເຈີມ​ໄວ້​ຄື​ໄຊຣັດ​ໃຫ້​ເປັນ​ກະສັດ ຜູ້ຊຶ່ງ​ພຣະອົງ​ໄດ້​ຈັບ​ມື​ຂວາ​ໄວ້​ເພື່ອ​ໃຫ້​ປາບ​ບັນດາ​ຊົນຊາດ​ຕໍ່ໜ້າ​ທ່ານ; ພຣະອົງ​ສົ່ງ​ເພິ່ນ​ມາ​ເພື່ອ​ຖອດ​ຕຳແໜ່ງ​ກະສັດ ຈາກ​ອຳນາດ​ທີ່​ພວກເຂົາ​ມີ​ສຳລັບ​ການ​ປົກຄອງ​ນັ້ນ; ໃຫ້​ເປີດ​ປະຕູ​ຕໍ່ໜ້າ​ທ່ານ ແລະ​ບໍ່ໃຫ້​ປະຕູ​ເມືອງ​ປິດ​ກ່າວ​ດັ່ງນີ້​ວ່າ:


ເຮົາ​ເອງ​ໄດ້​ປຸກປັ່ນ​ໄຊຣັດ​ໃຫ້​ດຳເນີນການ ເພື່ອ​ສຳເລັດ​ເປົ້າໝາຍ ແລະ​ຈັດ​ໃຫ້​ຖືກຕ້ອງ. ເຮົາ​ຈະ​ເຮັດ​ທາງ​ທຸກ​ເສັ້ນ​ທີ່​ລາວ​ເດີນ​ໄປ​ໃຫ້​ຊື່ ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ຄື​ເມືອງ​ຂອງເຮົາ ແລະ​ຈະ​ປ່ອຍ​ຄົນ​ຂອງເຮົາ​ທີ່​ຖືກ​ຈັບ​ໃຫ້​ເປັນ​ເສລີ ບໍ່ມີ​ຜູ້ໃດ​ຈ້າງ​ໃຫ້​ເຮັດ ຫລື​ຈອບອອຍ​ລາວ​ດ້ວຍ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເລື່ອງ​ທັງໝົດ​ເຫຼົ່ານີ້​ໄວ້.


ພຣະອົງ​ກ່າວ​ວ່າ, “ເຮົາ​ມີ​ພາລະກິດ ທີ່​ຍິ່ງໃຫຍ່​ໃຫ້​ເຈົ້າ​ຜູ້ຮັບໃຊ້​ຂອງເຮົາ​ເຮັດ. ບໍ່ແມ່ນ​ພຽງແຕ່​ໃຫ້​ນຳ​ຄວາມ​ຍິ່ງໃຫຍ່ ຂອງ​ຊົນຊາດ​ອິດສະຣາເອນ​ທີ່​ລອດຕາຍ​ຄືນ​ມາ, ແຕ່​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ແກ່​ບັນດາ​ປະຊາຊາດ​ທັງຫລາຍ ເພື່ອ​ວ່າ​ເຈົ້າ​ຈະ​ນຳ​ຄວາມ​ລອດພົ້ນ​ຂອງເຮົາ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ພຣະເຈົ້າຢາເວ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ເຖິງ​ເວລາ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ເຮົາ​ຈະ​ເຫັນໃຈ​ເຈົ້າ ແລະ​ຕອບ​ຄຳຮ້ອງຂໍ ຈະ​ເຝົ້າ​ເບິ່ງແຍງ​ຮັກສາ ແລະ​ປົກປ້ອງ​ເຈົ້າ​ໄວ້ ໂດຍ​ທາງ​ເຈົ້າ ເຮົາ​ຈະ​ຕັ້ງ​ພັນທະສັນຍາ ກັບ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ໃນ​ໂລກນີ້. ເຮົາ​ຈະ​ນຳ​ເຈົ້າ​ໃຫ້​ຕັ້ງ​ຖິ່ນຖານ​ເທື່ອ​ໃໝ່ ໃນ​ດິນແດນ​ທີ່​ເວລາ​ນີ້​ຮົກຮ້າງ​ຫວ່າງຄົນ.


ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ນີ້​ແຫຼະ ແມ່ນ​ເລືອດ​ຂອງເຮົາ ຊຶ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າ ທີ່​ຫລັ່ງ​ໄຫລ​ອອກ​ສຳລັບ​ຄົນ​ຈຳນວນ​ຫລາຍ ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ຮັບ​ການອະໄພ.


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ຟາຣີຊາຍ​ອີກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ແລະ​ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມມືດ​ຈັກເທື່ອ.”


ເພາະ​ເລື່ອງ​ນີ້​ແຫຼະ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ສັ່ງ​ພວກເຮົາ​ວ່າ, ‘ເຮົາ​ໄດ້​ຕັ້ງ​ເຈົ້າ​ໄວ້​ໃຫ້​ເປັນ​ແສງ​ສະຫວ່າງ ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ເຈົ້າ​ຈະ​ເປັນ​ເຫດ​ໃຫ້​ ໂລກ​ທັງໝົດ​ໄດ້​ພົ້ນ.”’


ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຜູ້​ທຳອິດ ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ ເພື່ອ​ຈະ​ປະກາດ​ຄວາມ​ສະຫວ່າງ​ທີ່​ນຳ​ໄປ​ສູ່​ຄວາມ​ລອດພົ້ນ​ແກ່​ຄົນ​ຢິວ ແລະ​ແກ່​ຄົນຕ່າງຊາດ.”


ດ້ວຍວ່າ, ພຣະສັນຍາ​ທຸກຢ່າງ​ຂອງ​ພຣະເຈົ້າ​ລ້ວນແຕ່​ເປັນ​ຈິງ ໂດຍ​ພຣະເຢຊູເຈົ້າ. ດ້ວຍເຫດນີ້ ເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ, “ອາແມນ” ​ໂດຍ​ພຣະອົງ ເພື່ອ​ເປັນ​ການ​ຖວາຍ​ກຽດ​ແດ່​ພຣະເຈົ້າ.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


ອັບຣາຮາມ​ໄດ້​ແບ່ງ​ສິ່ງ​ຂອງ​ທັງໝົດ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ຖວາຍ​ແກ່​ເມຄີເຊເດັກ ເມຄີເຊເດັກ​ແປ​ຢ່າງ​ໜຶ່ງ​ວ່າ ກະສັດ​ແຫ່ງ​ຄວາມ​ຊອບທຳ​ຕາມ​ຄວາມໝາຍ​ແຫ່ງ​ພຣະນາມ​ຂອງທ່ານ ແລະ​ອີກ​ທັງ​ເປັນ​ກະສັດ​ແຫ່ງ​ສັນຕິສຸກ ຕາມ​ຄວາມໝາຍ​ຂອງ​ຊື່​ເມືອງ​ຊາເລັມ.


ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້​ແຫຼະ ທີ່​ເໝາະສົມ​ສຳລັບ​ພວກເຮົາ ຄື​ເປັນ​ຜູ້​ບໍຣິສຸດ​ປາສະຈາກ​ຜິດ ຫລື​ສິ່ງ​ຊົ່ວ​ມົວໝອງ ແຍກ​ຈາກ​ຄົນ​ບາບ​ທັງປວງ ຊົງ​ປະທັບ​ຢູ່​ເໜືອ​ຟ້າ​ສະຫວັນ.


ແຕ່​ພຣະເຢຊູເຈົ້າ​ໄດ້​ຊົງ​ຮັບ​ພາລະກິດ ຊຶ່ງ​ປະເສີດ​ກວ່າ​ຂອງ​ປະໂຣຫິດ​ເຫຼົ່ານັ້ນ ເໝືອນ​ດັ່ງ​ພັນທະສັນຍາ ຊຶ່ງ​ພຣະອົງ​ຊົງ​ເປັນ​ຜູ້​ກາງ​ນັ້ນ ກໍ​ປະເສີດ​ກວ່າ​ພັນທະສັນຍາ​ເດີມ ເພາະວ່າ​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ພຣະສັນຍາ​ທັງຫລາຍ​ອັນ​ປະເສີດ​ກວ່າ​ເກົ່າ.


ເພາະ​ເຫດ​ນີ້, ພຣະອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ເພື່ອ​ໃຫ້​ຄົນ​ທັງຫລາຍ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍຣະດົກ​ຕະຫລອດໄປ ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມ​ຕາຍ​ນັ້ນ​ໄຖ່​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ ທີ່​ເກີດ​ໃຕ້​ພັນທະສັນຍາ​ເດີມ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka