ເອຊາຢາ 42:22 - ພຣະຄຳພີສັກສິ22 ແຕ່ບັດນີ້ ປະຊາຊົນຂອງພຣະອົງໄດ້ຖືກປຸ້ນ ຖືກຂັງທີ່ຫ້ອງໃຕ້ດິນລັບໆກັບພວກນັກໂທດ. ພວກເຂົາຖືກປຸ້ນຈົນສິ້ນເນື້ອປະດາຕົວ ແລະບໍ່ມີຜູ້ໃດມາຊ່ວຍກູ້ເອົາພວກເຂົາເຈົ້າ. Uka jalj uñjjattʼäta |
ຈາກດິນແດນນັ້ນ ພວກອັກຄະຣາຊທູດຂີ່ເຮືອທີ່ເຮັດດ້ວຍກົກອໍ້ ລ່ອງໄປຕາມແມ່ນໍ້ານິນ. ບັນດາຜູ້ສົ່ງຂ່າວທີ່ວ່ອງໄວເອີຍ ຈົ່ງກັບເມືອສາເຖີດ ຈົ່ງນຳຂ່າວຄືນເມືອສູ່ດິນແດນຂອງພວກເຈົ້າທີ່ມີແມ່ນໍ້າທັງຫລາຍແບ່ງແຍກ, ສູ່ຊົນຊາດທີ່ເຂັ້ມແຂງ ແລະມີອຳນາດຂອງພວກເຈົ້າ, ສູ່ປະຊາຊົນທີ່ມີຮູບຮ່າງໃຫຍ່ ແລະຜິວພັນກ້ຽງໃສດີຂອງພວກເຈົ້າ ຄືພວກທີ່ຄົນທັງໂລກຢ້ານກົວ.
ເຮົາເອງໄດ້ປຸກປັ່ນໄຊຣັດໃຫ້ດຳເນີນການ ເພື່ອສຳເລັດເປົ້າໝາຍ ແລະຈັດໃຫ້ຖືກຕ້ອງ. ເຮົາຈະເຮັດທາງທຸກເສັ້ນທີ່ລາວເດີນໄປໃຫ້ຊື່ ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ຄືເມືອງຂອງເຮົາ ແລະຈະປ່ອຍຄົນຂອງເຮົາທີ່ຖືກຈັບໃຫ້ເປັນເສລີ ບໍ່ມີຜູ້ໃດຈ້າງໃຫ້ເຮັດ ຫລືຈອບອອຍລາວດ້ວຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເລື່ອງທັງໝົດເຫຼົ່ານີ້ໄວ້.