Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 42:15 - ພຣະຄຳພີສັກສິ

15 ເຮົາ​ຈະ​ທຳລາຍ​ເນີນພູ​ແລະ​ພູເຂົາ​ທັງຫລາຍ ແລ້ວ​ຫຍ້າ​ກັບ​ຕົ້ນໄມ້​ກໍ​ຈະ​ຫ່ຽວແຫ້ງ​ຕາຍ​ສິ້ນ. ເຮົາ​ຈະ​ປ່ຽນ​ຮ່ອມພູ​ທີ່​ມີ​ນໍ້າ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈະ​ໃຫ້​ສະ​ນໍ້າ​ແຫ້ງແລ້ງ​ລົງ​ຈົນ​ບໍ່ມີ​ນໍ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 42:15
22 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ໂກດຮ້າຍ​ທົ່ວ​ທັງໂລກ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ຮາກຖານ​ຂອງ​ຜືນ​ແຜ່ນດິນ ທັງ​ໜ່ວຍ​ພູ​ທັງຫລາຍ​ກໍ​ຄອນແຄນ​ໄປ​ໝົດ ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ


ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ແປ້ນ​ຟາດ​ເມັດ​ເຂົ້າ​ໃດ ເປັນ​ເຫລັກແຫລມ​ໃໝ່ອ່ຽມ ແລະ​ທັງ​ຄົມ​ດີ​ດ້ວຍ. ເຈົ້າ​ຈະ​ຟາດ ແລະ​ທຳລາຍ​ພູເຂົາ​ໜ່ວຍ​ຕ່າງໆ​ລົງ ເນີນພູ​ຈະ​ໝຸ່ນ​ລະລາຍ​ເປັນ​ຂີ້ຝຸ່ນ​ດິນ​ໄປສິ້ນ.


ເຮົາ​ສັ່ງ​ພື້ນ​ນໍ້າ​ບ່ອນ​ເລິກສຸດ​ຂອງ​ທ້ອງ​ທະເລ​ວ່າ, ‘ໃຫ້​ນໍ້າ​ແຫ້ງ​ໄປ​ໝົດ​ແລະ​ປະ​ດິນ​ແຫ້ງ​ໄວ້.’


ເຮົາ​ຈະ​ສ້າງ​ທາງຫລວງ​ຂ້າມ​ພູເຂົາ​ທັງຫລາຍ ຕຽມ​ຫົນທາງ​ເພື່ອ​ປະຊາຊົນ​ຂອງເຮົາ​ທຽວ​ໄດ້.


ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ຂ້ານ້ອຍ​ແນມເບິ່ງ​ພູເຂົາ​ຕ່າງໆ​ພຸ້ນ ມັນ​ກໍ​ສັ່ນສະເທືອນ ແລະ​ເນີນພູ​ທັງຫລາຍ​ກໍ​ໂຊເຊ​ໄປມາ​ດ້ວຍ.


ເຮົາ​ຂໍ​ປະກາດ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ວ່າ ໃນ​ມື້​ນັ້ນ​ຈະ​ເກີດ​ແຜ່ນດິນ​ໄຫວ​ຢ່າງໜັກ​ໃນ​ດິນແດນ​ອິດສະຣາເອນ.


ປາ​ແລະ​ນົກ​ທຸກ​ໂຕ​ຕະຫລອດ​ທັງ​ສັດ​ໃຫຍ່​ນ້ອຍ ແລະ​ມະນຸດ​ທຸກຄົນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ຈະ​ຢ້ານ​ເຮົາ​ຈົນ​ຕົວ​ສັ່ນເຊັນ. ພູເຂົາ​ທັງຫລາຍ​ຈະ​ເຈື່ອນ​ລົງ, ໜ້າຜາ​ຈະ​ແຕກ​ເປັນ​ເສດເລັກ​ເສດນ້ອຍ ແລະ​ກຳແພງ​ທຸກໆ​ແຫ່ງ​ຈະ​ພັງ​ທະລາຍ​ລົງ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ອີກ​ບໍ່ດົນ ເຮົາ​ຈະ​ສັ່ນ​ຈັກກະວານ​ກັບ​ແຜ່ນດິນ​ໂລກ ດິນແດນ​ກັບ​ນໍ້າ​ທະເລ.


ເມື່ອ​ພວກເຂົາ​ຜ່ານ​ທະເລ​ທີ່​ໃຫ້​ຄວາມ​ເດືອດຮ້ອນ​ໃຈ ພຣະອົງ​ຈະ​ຕີ​ຄື້ນ​ໃຫ້​ສະຫງັດ​ງຽບ ສ່ວນ​ທ້ອງ​ນໍ້າ​ເລິກ​ຂອງ​ແມ່ນໍ້ານິນ ກໍ​ຈະ​ບົກລົງ ແລະ​ເຫືອດແຫ້ງ​ໄປ​ຈົນກ້ຽງ. ອັດຊີເຣຍ​ຜູ້​ທີ່​ຈອງຫອງ​ຈະ​ອ່ອນນ້ອມ​ຖ່ອມຕົວ ແລະ​ປະເທດ​ເອຢິບ​ຜູ້​ທີ່​ມີ​ກຳລັງ​ກໍ​ຈະ​ສູນເສຍ​ອຳນາດ.


ໃນ​ຂະນະ​ນັ້ນ​ເອງ ກໍ​ເກີດ​ມີ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍແຮງ ໜຶ່ງສ່ວນສິບ​ຂອງ​ເມືອງ​ຖືກ​ທຳລາຍ ແລະ​ມີ​ເຈັດພັນ​ຄົນ​ຖືກ​ຂ້າ​ຍ້ອນ​ແຜ່ນດິນ​ໄຫວ​ນັ້ນ ສ່ວນ​ຄົນ​ທີ່​ຍັງເຫລືອ​ຢູ່ ກໍ​ເກີດ​ຢ້ານກົວ​ໃຫຍ່ ຈຶ່ງ​ພາກັນ​ຖວາຍ​ກຽດ ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.


ແລ້ວ​ເທວະດາ​ຕົນ​ທີ​ຫົກ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ແມ່ນໍ້າ​ໃຫຍ່​ເອີຟຣັດ ແມ່ນໍ້າ​ນັ້ນ​ໄດ້​ແຫ້ງ​ໄປ ເພື່ອ​ຕຽມ​ຫົນທາງ​ໄວ້​ໃຫ້​ບັນດາ​ກະສັດ ທີ່​ມາ​ຈາກ​ທິດ​ຕາເວັນອອກ.


ແລ້ວ​ກໍ​ມີ​ຟ້າ​ແມບເຫຼື້ອມ, ມີ​ສຽງ​ແຕກ​ດັງ​ສະໜັ່ນ, ຟ້າຮ້ອງ​ຢ່າງ​ບໍ່​ຂາດ​ສາຍ ແລະ​ແຜ່ນດິນ​ກໍ​ໄຫວ​ຢ່າງ​ແຮງ. ຕັ້ງແຕ່​ມະນຸດ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ໃນ​ໂລກ ບໍ່ເຄີຍ​ມີ​ແຜ່ນດິນ​ຫວັ່ນໄຫວ​ອັນ​ໃຫຍ່ ແລະ​ຮ້າຍແຮງ​ຂະໜາດ​ນີ້​ຈັກເທື່ອ ນີ້​ແມ່ນ​ແຜ່ນດິນ​ໄຫວ​ຄັ້ງ​ຍິ່ງໃຫຍ່​ທີ່ສຸດ


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka