14 ພຣະເຈົ້າກ່າວວ່າ, “ດົນແລ້ວທີ່ເຮົາມິດງຽບ ເຮົາບໍ່ຕອບສິ່ງທີ່ປະຊາຊົນຂອງເຮົາໄດ້ຂໍຮ້ອງ. ແຕ່ບັດນີ້ ເວລາທີ່ດຳເນີນການກໍໄດ້ມາເຖິງແລ້ວ ເຮົາຮ້ອງອອກມາດັ່ງຍິງຖືພາກຳລັງຈະຄອດລູກ.
ຂ້ອຍອົດທົນໄວ້ໄດ້ຍາກ ເພາະຢາກເວົ້າອອກມາ ຂ້ອຍກີດກັ້ນຖ້ອຍຄຳທີ່ຈະເວົ້ານັ້ນບໍ່ໄດ້.
ຖ້າປ່ອຍໃຫ້ຂ້ອຍເວົ້າ ກໍຈະຄ່ອຍບັນເທົາລົງ ໃຫ້ຂ້ອຍຢືນກົງຢູ່ຊື່ໆຕໍ່ໄປແມ່ນບໍ່ໄດ້.
ພຣະເຈົ້າສົ່ງແສງແຈ້ງມາຈາກພູເຂົາຊີໂອນ ຄືພຣະນະຄອນທີ່ມີຄວາມງົດງາມອັນຄົບຖ້ວນແລະສົມບູນແບບ.
ເຈົ້າໄດ້ເຮັດທຸກສິ່ງນີ້ ແຕ່ເຮົາບໍ່ໄດ້ເວົ້າຫຍັງ ສະນັ້ນ ເຈົ້າຈຶ່ງຄິດວ່າເຮົາກໍຄືກັນກັບເຈົ້າ ແຕ່ບັດນີ້ເຮົາຂໍກ່າວຕຳໜິຕິຕຽນ ແລະເຮັດໃຫ້ເລື່ອງຈະແຈ້ງຕໍ່ໜ້າເຈົ້າ.
ເຖິງປານນັ້ນກໍຕາມ ພຣະເຈົ້າຢາເວກໍຍັງລໍຖ້າ ເພື່ອໃຫ້ຄວາມເມດຕາແກ່ພວກເຈົ້າຢູ່. ພຣະອົງພ້ອມທີ່ຈະໃຫ້ຄວາມເມດຕາສົງສານແກ່ພວກເຈົ້າ ຍ້ອນພຣະເຈົ້າຢາເວແມ່ນພຣະເຈົ້າແຫ່ງການຕັດສິນ. ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ.
ອົງພຣະຜູ້ເປັນເຈົ້າຖາມວ່າ, “ບັນດາພະເຫຼົ່ານີ້ ທີ່ເຮັດໃຫ້ພວກເຈົ້າຢ້ານນັ້ນເປັນຜູ້ໃດ ຈຶ່ງເຮັດໃຫ້ພວກເຈົ້າເວົ້າຕົວະແລະລືມໄລເຮົາໄປຢ່າງໝົດສິ້ນ? ພວກເຈົ້າເຊົາໃຫ້ກຽດເຮົາຍ້ອນເຮົາມິດງຽບຢູ່ຕັ້ງດົນນານຊັ້ນບໍ?
ຂ້າແດ່ພຣະເຈົ້າຢາເວ ສິ່ງທັງໝົດເຫຼົ່ານີ້ບໍ່ໄດ້ເຮັດໃຫ້ພຣະອົງເມດຕາພວກຂ້ານ້ອຍແດ່ບໍ? ພຣະອົງບໍ່ດຳເນີນການຫຍັງ ແລະປ່ອຍໃຫ້ພວກຂ້ານ້ອຍໄດ້ຮັບທຸກ ເກີນກວ່າທີ່ພວກຂ້ານ້ອຍຈະທົນໄດ້ຢູ່ຢ່າງນີ້ຕໍ່ໄປບໍ?
ເຮົາຕັດສິນໃຈລົງໂທດພວກເຂົາແລ້ວ ແລະໂທດກຳຂອງພວກເຂົານັ້ນກໍບັນທຶກໄວ້ແລ້ວ. ເຮົາຈະບໍ່ເບິ່ງຂ້າມສິ່ງທີ່ພວກເຂົາໄດ້ເຮັດ
ພວກເຈົ້າເປັນປະຊາຊົນທີ່ໄດ້ປະຖິ້ມເຮົາໄປ ພວກເຈົ້າໄດ້ຫັນຫລັງໃຫ້ແກ່ເຮົາສາແລ້ວ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ ສະນັ້ນ ເຮົາຈຶ່ງກ້າວອອກຢຽບພວກເຈົ້າໃຫ້ໝຸ່ນໝົດ ເພາະເຮົາເມື່ອຍອົດທີ່ບໍ່ໂກດຮ້າຍພວກເຈົ້າແລ້ວ.
ຂ້ານ້ອຍໄດ້ຍິນສຽງຮ້ອງດັ່ງຜູ້ຍິງກຳລັງຄອດລູກ ຄວນຄາງເຈັບປວດທີ່ສຸດຄືກັບການເກີດລູກກົກ. ສຽງຮ້ອງເກືອບໃຈຈະຂາດຂອງນະຄອນເຢຣູຊາເລັມ ຊຶ່ງກຳລັງຄວນຄາງ ແລະວອນຂໍໃຫ້ຊ່ວຍ; ນາງຢຽດມືອອກ ແລະເວົ້າອອກມາວ່າ, “ເຄາະກຳຂ້ອຍນໍ ພວກເຂົາກຳລັງຈະມາຂ້າຂ້ອຍ.”
ທຸກວັນນີ້ ດິນແດນຂອງພວກເຈົ້າເປັນບ່ອນຮົກຮ້າງເພພັງ ແລະບໍ່ມີຜູ້ໃດຢູ່ອາໄສໃນທີ່ນັ້ນ. ສິ່ງນັ້ນເປັນເປົ້າສາຍຕາອັນໜ້າກຽດໜ້າກົວ ແລະປະຊາຊົນໃຊ້ຊື່ນັ້ນເປັນຄຳສາບແຊ່ງ ຍ້ອນພຣະເຈົ້າຢາເວທົນເບິ່ງຄວາມຊົ່ວ ແລະຄວາມປະພຶດອັນຊົ່ວຊ້າຂອງພວກເຈົ້າບໍ່ໄດ້ອີກຕໍ່ໄປ.
ຝ່າຍຄົນທັງຫລາຍທີ່ພຣະເຈົ້າໄດ້ເລືອກໄວ້ ຊຶ່ງຮ້ອງຫາພຣະອົງທັງກາງເວັນ ແລະກາງຄືນນັ້ນ ເຖິງແມ່ນວ່າ ພຣະອົງຈະຊົງຊ້ານານໃນການຂອງພວກເຂົາກໍຕາມ ພຣະອົງຈະບໍ່ຊົງໂຜດຄວາມຍຸດຕິທຳແກ່ພວກເຂົາບໍ?
ຈົ່ງຖືວ່າການທີ່ອົງພຣະຜູ້ເປັນເຈົ້າຂອງພວກເຮົາທັງຫລາຍ ຊົງອົດກັ້ນພຣະໄທໄວ້ດົນນານນັ້ນ ກໍເພື່ອໂຜດພວກເຮົາໃຫ້ລອດພົ້ນ ເໝືອນດັ່ງໂປໂລນ້ອງທີ່ຮັກຂອງເຮົາ ໄດ້ຂຽນຈົດໝາຍເຖິງເຈົ້າທັງຫລາຍ ຕາມສະຕິປັນຍາທີ່ໄດ້ຊົງປະທານແກ່ເພິ່ນນັ້ນ.