ເອຊາຢາ 42:1 - ພຣະຄຳພີສັກສິ1 ພຣະເຈົ້າກ່າວວ່າ, “ນີ້ຄືຜູ້ຮັບໃຊ້ທີ່ເຮົາໃຫ້ກຳລັງ” “ຜູ້ທີ່ເຮົາໄດ້ເລືອກເອົາແລະພໍໃຈນຳດ້ວຍ. ເຮົາໃຫ້ລາວເຕັມໄປດ້ວຍພຣະວິນຍານຂອງເຮົາ ລາວຈະນຳຄວາມຍຸດຕິທຳມາສູ່ທຸກຊົນຊາດ. Uka jalj uñjjattʼäta |
ຝ່າຍເຮົາເຮັດພັນທະສັນຍາກັບພວກເຈົ້າ ພຣະເຈົ້າຢາເວກ່າວວ່າ: ເຮົາໄດ້ມອບພຣະວິນຍານຂອງເຮົາໃຫ້ພວກເຈົ້າ ແລະມອບຂໍ້ຄຳສັ່ງສອນຂອງເຮົາໃຫ້ເປັນຂອງພວກເຈົ້າຕະຫລອດໄປ ແລະຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຕ້ອງເຊື່ອຟັງເຮົາ ພ້ອມທັງສັ່ງສອນພວກລູກຫລານແລະເຊື້ອສາຍຂອງພວກເຈົ້າ ໃຫ້ເຊື່ອຟັງເຮົາທຸກຍຸກທຸກສະໄໝ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ, “ໃນວັນນັ້ນ ເຮົາຈະເອົາເຈົ້າ ເຊຣຸບບາເບນລູກຊາຍຂອງເຊອານຕີເອນຜູ້ເປັນຄົນຮັບໃຊ້ຂອງເຮົາ ແລະພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ເຈົ້າຂຶ້ນເປັນຜູ້ປົກຄອງໃນນາມຂອງເຮົາ. ເຈົ້າແມ່ນຜູ້ທີ່ເຮົາໄດ້ເລືອກໄວ້.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດທົ່ວໂລກ ຈາກທິດຕາເວັນອອກເຖິງທິດຕາເວັນຕົກ. ໃນທຸກທີ່ທຸກບ່ອນມີຄົນເຜົາເຄື່ອງຫອມຖວາຍແກ່ນາມຊື່ຂອງເຮົາ ແລະໄດ້ນຳເຄື່ອງບູຊາທີ່ບໍຣິສຸດມາຖວາຍແກ່ນາມຊື່ຂອງເຮົາ. ເພາະນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.