Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 41:9 - ພຣະຄຳພີສັກສິ

9 ເຮົາ​ໄດ້​ນຳ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ປາຍ​ແຜ່ນດິນ ເຮົາ​ໄດ້​ເອີ້ນ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ທຸກ​ມຸມໂລກ ແລະ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ຜູ້ຮັບໃຊ້​ຂອງເຮົາ’ ເຮົາ​ບໍ່ເຄີຍ​ປະຖິ້ມ​ແຕ່​ເລືອກເອົາ​ພວກເຈົ້າ​ໄວ້.

Uka jalj uñjjattʼäta Copia luraña




ເອຊາຢາ 41:9
23 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ເລືອກ​ຢາໂຄບ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ​ເອງ ຊາວ​ອິດສະຣາເອນ​ໃຫ້​ເປັນ​ກຳມະສິດ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ຈະ​ບໍ່​ປະປ່ອຍ​ປະຊາຊົນ​ຂອງ​ພຣະອົງ ຈະ​ບໍ່​ປະຖິ້ມ​ຄົນ​ໃດໆ​ຜູ້​ທີ່​ເປັນ​ຂອງ​ພຣະອົງ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


“ຜູ້ໃດ​ນຳ​ນັກ​ປາບປາມ​ຜູ້ໜຶ່ງ ມາ​ແຕ່​ທິດ​ຕາເວັນອອກ​ເດ ແລະ​ເຮັດ​ໃຫ້​ລາວ​ມີໄຊ​ໃນ​ທຸກບ່ອນ​ທີ່​ລາວ​ໄປ​ນັ້ນ? ຜູ້ໃດ​ໃຫ້​ລາວ​ໄຊຊະນະ​ກະສັດ ແລະ​ຊົນຊາດ​ທັງຫລາຍ? ດາບ​ຂອງ​ລາວ​ຟັນ​ພວກເຂົາ​ລົງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ທັງສິ້ນ. ລູກທະນູ​ຂອງ​ລາວ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ເໝືອນດັ່ງ​ເຟືອງ​ທີ່​ຖືກ​ລົມ​ພັດ​ປິວ​ໄປ​ຈົນ​ໝົດສິ້ນ.


ແຕ່​ສຳລັບ​ພວກເຈົ້າ​ນັ້ນ​ແມ່ນ​ຊາດ​ອິດສະຣາເອນ ເປັນ​ພວກ​ທີ່​ອຸທິດຕົວ​ເພື່ອ​ການ​ບົວລະບັດ​ຮັບໃຊ້ ແມ່ນ​ປະຊາຊົນ​ພວກ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ເຊື້ອສາຍ​ອັບຣາຮາມ​ມິດ​ສະຫາຍ​ຂອງເຮົາ​ນັ້ນ.


ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ ເຊື້ອສາຍ​ຢາໂຄບ​ຜູ້ຮັບໃຊ້​ຂອງເຮົາ ຊາດ​ອິດສະຣາເອນ​ຄື​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກໄວ້.


ເຮົາ​ຕັ້ງ​ເຈົ້າ​ໃຫ້​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງເຮົາ ຄື​ຊ່ວຍເຫລືອ​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ໃຫ້​ເຈົ້າ​ມີ​ກຽດສັກສີ​ອັນ​ໃຫຍ່ຫລວງ ເຖິງ​ວ່າ​ເຈົ້າ​ບໍ່​ຮູ້ຈັກ​ເຮົາ​ເລີຍ​ກໍຕາມ.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຮັກ​ພວກເຈົ້າ​ຕະຫລອດ​ມາ.” ແຕ່​ພວກເຂົາ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ຂອງ​ພຣະອົງ ຕໍ່​ພວກ​ຂ້ານ້ອຍ​ຢ່າງໃດ?” ພຣະເຈົ້າຢາເວ​ຕອບ​ວ່າ, “ເອຊາວ​ແລະ​ຢາໂຄບ​ເປັນ​ອ້າຍ​ນ້ອງ​ກັນ ແຕ່​ເຮົາ​ຮັກ​ຢາໂຄບ​ແລະ​ເຊື້ອສາຍ​ຂອງ​ລາວ


ຈະ​ມີ​ຄົນ​ມາ​ຈາກ​ທິດ​ຕາເວັນອອກ ທິດ​ຕາເວັນຕົກ ທິດເໜືອ ແລະ​ທິດ​ໃຕ້ ມາ​ນັ່ງ​ລົງ​ຮ່ວມ​ໂຕະ​ງານກິນລ້ຽງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ.


ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ພຣະເຈົ້າຢາເວ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ​ຈາກ​ປະຊາຊາດ​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.”


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຟັງ​ເທີ້ນ ພຣະເຈົ້າ​ໄດ້​ເລືອກ​ເອົາ​ຄົນ​ທຸກຈົນ​ໃນ​ໂລກນີ້ ໃຫ້​ເປັນ​ຄົນ​ຮັ່ງມີ​ຝ່າຍ​ຄວາມເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນດິນ​ຂອງ​ພຣະອົງ ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ສຳລັບ​ຄົນ​ທີ່​ຮັກ​ພຣະອົງ.


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


ພຣະເຈົ້າຢາເວ​ຈະ​ບໍ່​ປະຖິ້ມ​ພວກ​ຂອງ​ພຣະອົງ ໂດຍ​ເຫັນ​ແກ່​ນາມຊື່​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ຮັບ​ເອົາ​ພວກເຈົ້າ ເປັນ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka